ຊາວລຸ່ມແມ່ນໍ້າຂອງ ຮຽກຮ້ອງຈີນແກ້ໄຂບັນຫາ

ເຄືອຂ່າຍປະຊາຊົນ ແມ່ນໍ້າຂອງ ຍື່ນໜັງສືໃຫ້ ສະຖານທູດຈີນ ທີ່ບາງກອກ ເພື່ອຮຽກຮ້ອງໃຫ້ ແກ້ໄຂບັນຫາ ແມ່ນໍ້າຂອງ.

0:00 / 0:00

ກຸ່ມເຄືອຂ່າຍ ປະຊາຊົນ ລຸ່ມແມ່ນ້ຳຂອງ ພ້ອມດ້ວຍຊາວບ້ານ ທີ່ໄດ້ຮັບຜົນ ກະທົບກະເທືອນ ຈາກການສ້າງເຂື່ອນ ໃນແມ່ນ້ຳຂອງ ຂອງປະເທດຈີນ ຫລາຍກວ່າ 100 ຄົນໄດ້ພາກັນ ເດີນທາງໄປຍັງ ສະຖານທູດຈີນ ເພື່ອຍື່ນໜັງສືເຖິງ ຣັຖບານຈີນ ແລະຮຽກຮ້ອງໃຫ້ ແກ້ໄຂບັນຫາ ແມ່ນ້ຳຂອງ, ໂດຍມີທ່ານ ເຍີ້ເຫວິນ ຜູ້ອຳນວຍການ ຝ່າຍການເມືອງຈາກ ສະຖານທູດຈີນ ປະຈຳ ປະເທດໄທ ເປັນຜູ້ມາຮັບ ໜັງສືຮ້ອງຮຽນ.

ທ່ານ ສົມກຽດ ເຂື່ອນຊຽງສາ ປະທານເຄືອຂ່າຍ ອະນຸຮັກ ທັມມະຊາດ ລຸ່ມແມ່ນ້ຳຂອງ ລ້ານນາ ເປັນໂຕແທນ ໄດ້ກ່າວຕໍ່ ສະຖານທູດຈີນ ໃນຕອນນຶ່ງວ່າ:

"ມື້ນີ້ເຮົາຢາກ ໃຫ້ຂໍ້ສເນີຂອງ ປະຊາຊົນນີ້ ເຂົ້າສູ່ທີ່ປະຊຸມ ຢູ່ຫົວຫີນ ຫລັງຈາກທີ່ທາງ ຣັຖບານໄດ້ ປຶກສາຫາລືກັນ ແລ້ວແລະສິ່ງທີ່ ຕ້ອງການອີກອັນນຶ່ງ ກໍຄືວ່າຢາກ ໃຫ້ພາກປະຊາຊົນ ນີ້ໄດ້ພົບພໍ້ ເວົ້າລົມກັບ ຣັຖບານຈີນ ເພື່ອປຶກສາເຣື້ອງ ແມ່ນ້ຳຂອງ".

ສຳລັບຂໍ້ຮຽກຮ້ອງ ຕາມຖະແຫລງການ ທີ່ໄດ້ສເນີຕໍ່ ຣັຖບານຈີນ ນັ້ນມີ 6 ຂໍ້ຄື:

1-ຣັຖບານຈີນ ຕ້ອງຢຸດການສ້າງ ເຂື່ອນທັງໝົດ ໃນແມ່ນ້ຳຂອງ.

2-ຣັຖບານຈີນຕ້ອງຢຸດ ໂຄງການລະເບີດແກ້ງ ໃນລຳແມ່ນ້ຳຂອງ.

3-ຣັຖບານຈີນ ຕ້ອງເປີດເຜີຍໂຕເລກ ແລະຂໍ້ມູນ ການຈັດການ ຂອງເຂື່ອນ ໃນແມ່ນ້ຳຂອງ ຕອນເທິງທັງໝົດ.

4-ຣັຖບານໄທ ຕ້ອງເຂົ້າໄປຮ່ວມ ເປັນພາຄີ.

“ເຮັດອະນຸສັນຍາ ວ່າດ້ວຍກົດໝາຍ ກ່ຽວກັບການໃຊ້ ລຳນ້ຳ ລະຫວ່າງປະເທດ ທີ່ບໍ່ແມ່ນການ ເດີນເຮືອແລະຊັກຊວນ ໃຫ້ປະເທດອື່ນໆ ໃນລຸ່ມແມ່ນ້ຳຂອງ ເຂົ້າຮ່ວມ"

5-ຣັຖບານຈີນ ແລະຣັຖບານ ລຸ່ມແມ່ນ້ຳຂອງ ຕ້ອງຕັ້ງຄະນະ ກັມມະການຮ່ວມ ໂດຍມີປະຊາຊົນ ທີ່ໄດ້ຮັບ ຜົນກະທົບກະເທືອນ ເຂົ້າຮ່ວມນຳ ເພື່ອຫາແນວທາງ ຈັດການ ຊັພຍາກອນນ້ຳ ໃນລຸ່ມແມ່ນ້ຳຂອງ ໃຫ້ເປັນທັມແລະ ຍືນຍົງ.

6-ຄະນະກັມມະການ ຊຸດດັ່ງກ່າວ ມີກິຈການຫລັກ ຮ່ວມກັນ ຄືບໍຣິຫານ ຈັດການນ້ຳຕົ້ນເຂື່ອນ ບໍ່ໃຫ້ສົ່ງຜົນ ກະທົບກະເທືອນ ຕໍ່ຊຸມຊົນລຸ່ມເຂື່ອນ ນອກຈາກນີ້ກໍຫາ ທາງທົດແທນຄວາມ ເສັຍຫາຍທີ່ໄດ້ ເກີດຂື້ນແລ້ວ.

ທ່ານ ເຍີ້ເຫວິນ ຈາກສະຖານທູດຈີນ ປະຈຳປະເທດໄທ ເມື່ອໄດ້ຮັບໜັງສື ຮ້ອງຮຽນແລ້ວກໍ ກ່າວຕອບວ່າທາງ ສະຖານທູດຈີນ ຈະພິຈາຣະນາ ແລະ ຕິດຕໍ່ປະສານງານ ໃນຂັ້ນຕໍ່ໄປ.