ກົດຟັງສຽງ
ທາງການລາວ ກ່າວໃນກອງປະຊຸມ ປະເທດ ສະມາຊິກ ເຂດລຸ່ມແມ່ຂອງ MRC ຊຶ່ງໄດ້ຈັດຂຶ້ນ ໃນກໍາພູຊາ ແຕ່ວັນທີ 24 ຫາ 26 ມິນາ 2011 ວ່າຍິນດີທີ່ຈະ ເປີດເຜີຍ ຂໍ້ມູນກ່ຽວກັບ ຜົນການສໍາຣວດ ອອກແບບໂຄງການ ກໍ່ສ້າງເຂື່ອນ ໄຟຟ້າໄຊຍະບູຣີ ໃສ່ແມ່ນໍ້າຂອງ ທີ່ບໍ່ເຄີຍເປີດເຜີຍ ມາກ່ອນ. ການສໍາຣວດອອກແບບ ແມ່ນບໍຣິສັດ ຊໍ ການຊ່າງ ຂອງໄທ ເປັນຜູ້ດໍາເນີນການ.
ການຍິນຍອມ ທີ່ວ່ານັ້ນແມ່ນ ເປັນໄປຕາມ ການຮຽກຮ້ອງຂອງ ສາທາຣະນະຊົນ ແລະ ອົງການປົກປ້ອງ ສິ່ງແວດລ້ອມ ທີ່ຕ້ອງການຮູ້. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈາກກອງ ເລຂາຄນະກໍາມາທິການ ແມ່ນໍ້າຂອງ MRC ເວົ້າວ່າ:
"ກອງປະຊຸມ ທີ່ກໍາພູຊາ ຜ່ານມາ ຕົກລົງກັນແລ້ວວ່າ ເອກກະສານ ສ່ວນໃຫຍ່ ທີ່ກ່ອນໜ້ານີ້ ຍັງບໍ່ໄດ້ເປີດເຜີຍ ຕອນນີ້ພ້ອມ ຈະເປີດເຜີຽແລ້ວ ຊຶ່ງຈະມີ 3 ຣາຍງານ ຄື 1. ຣາຍງານ EIA ທາງດ້ານ ສິ່ງແວດລ້ອມ. 2.ຣາຍງານ SIA ກ່ຽວກັບ ຜົນກະທົບ ທາງດ້ານສັງຄົມ ແລະ 3.ຣາຍງານ FEASIBILITY STUDY ກ່ຽວກັບ ການສຶກສາ ເຖິງຄວາມເປັນໄປ ໄດ້ຂອງໂຄງການ".
ທ່ານເວົ້າຕໍ່ໄປວ່າ MRC ຈະເປັນຄົນກາງ ແລະ ເປັນຜູ້ເອົາຂໍ້ມູນ ທີ່ວ່ານັ້ນລົງໃນ ເວັບໄຊ ຂອງ MRC ແລະວ່າ:
"ກ່ອນໜ້ານີ້ ທາງສຳນັກງານ ເລຂາທິການ ກໍໄດ້ຕິດຕໍ່ໄປ ໃນຣະຍະນຶ່ງແລ້ວ ທາງຣັຖບານລາວ ວ່າຢາກຈະໃຫ້ ເປີດເຜີຍຂໍ້ມູນ ທີ່ກ່ຽວຂ້ອງກັບ ໂຄງການສ້າງເຂື່ອນ ໄຊຍະບູຣີ ຊຶ່ງຫລ້າສຸດ ໃນກອງປະຊຸມ ທີ່ກໍາພູຊາ ທຸກຄົນ ກໍຕົກລົງກັນ ວ່າເປີດເຜີຍໄດ້".
ແຕ່ເຖິງຢ່າງໃດ ກໍດີ ມາຮອດ ປັດຈຸບັນ ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູຣີ ຢູ່ແຂວງ ໄຊຍະບູຣີ ກໍຍັງບໍ່ທັນມີ ຂໍ້ສລຸບເທື່ອວ່າ ຈະມີການກໍ່ສ້າງໄດ້ ຫລືບໍ່ຍ້ອນວ່າ ປະເທດ ສະມາຊິກ MRC 4 ປະເທດ ຄື: ລາວ, ໄທ, ກໍາພູຊາ ແລະວຽດນາມ ຍັງຈະປຶກສາ ຫາລືກັນ ຂັ້ນສຸດທ້າຍ ຕື່ມອີກຄັ້ງນຶ່ງ ທີ່ນະຄອນຫຼວງ ວຽງຈັນ ໃນວັນທີ 21 ເມສາ ທີ່ຈະມາເຖິງນີ້.
