ກົດຟັງສຽງ
ໃນມື້ວານນີ້ ຊາວໄທ ປະມານ 400 ຄົນ ຈາກຫລາຍແຂວງ ໃນພາກເໜືອ ແລະ ພາກອີສານ ໄດ້ໂຮມຊຸມນຸມກັນ ຢູ່ທີ່ເມືອງສີຊຽງໃໝ່ ແຂວງໜອງຄາຍ ຕໍ່ໜ້າ ນະຄອນຫລວງ ວຽງຈັນ. ພວກປະທ້ວງ ຂັດຄ້ານ ການສ້າງເຂື່ອນ ໄຊຍະບຸຣີ ເພາະເຂື່ອນດັ່ງກ່າວ ຈະສົ່ງຜົນກະທົບ ທີ່ຮ້າຍແຮງຕໍ່ຊີວິດ ການເປັນຢູ່ຂອງພວກເຂົາ. ໃນເວລາໂຮມຊຸມນຸມ ຊາວໄທ ເຫລົ່ານີ້ໄດ້ເຊັນຊື່ ລົງນາມ ໃນຈົດໝາຍເພື່ອ ສົ່ງໄປເຖິງ ນາຍົກຣັຖມົນຕຣີໄທ ຮຽກຮ້ອງ ໃຫ້ຍຸຕິການ ຊື້ໄຟຟ້າຈາກເຂື່ອນ ແຫ່ງນີ້.
ທ່ານ ນິວັດ ຣອຍແກ້ວ ສະມາຊິກ ເຄືອຂ່າຍຄົນຮັກຊຽງຂອງ ກ່າວວ່າ ເຂື່ອນໄຊຍະບຸຣີ ຈະສົ່ງຜົນກະທົບ ໂດຍກົງ ຕໍ່ປະຊາຊົນ ຫລາຍພັນຄົນ ແລະຈະສົ່ງຜົນກະທົບ ທາງອ້ອມ ຕໍ່ຫລາຍລ້ານຄົນ ທີ່ອາໄສ ຢູ່ຕາມລຳແມ່ນ້ຳຂອງ. ທ່ານ ນິວັດ ເວົ້າອີກວ່າ ພວກເຂົາຈະພຍາຍາມ ຊອກຫາຣາຍເຊັນ ໃຫ້ໄດ້ເຖິງສອງໝື່ນຄົນ ແລ້ວຈະສົ່ງຣາຍເຊັນ ນັ້ນຂື້ນໄປຫາ ນາຍົກຣັຖມົນຕຣີ ໃນທ້າຍເດືອນນີ້ ເພື່ອຮຽກຮ້ອງໃຫ້ ໄທຍຸຕິການ ຊື້ໄຟຟ້າ ຈາກເຂື່ອນໄຊຍຸບຸຣີ.
ທ່ານ ຫານນນະຣົງ ສະມາຊິກ ເຄື່ອຂ່າຍຄົນຮັກຊຽງຂອງ ອີກຄົນນຶ່ງເວົ້າວ່າ ຣັຖບານໄທ ຄວນຮັບຟັງຄຳຄິດເຫັນ ຂອງປະເທດ ໃນພາກລຸ່ມ ຂອງລຳແມ່ນ້ຳຂອງ ເຊັ່ນກຳພູຊາ ແລະວຽດນາມ ຊຶ່ງກໍຂັດຄ້ານ ໂຄງການສ້າງເຂື່ອນ ໄຊຍະບຸຣີ ນັ້ນເຊັ່ນກັນ. ປະຊາຊົນໄທ ຂັດຄ້ານໂຄງການດັ່ງກ່າວ ກໍເພາະວ່າ ຊາວໄທ ໄດ້ຮັບຜົນ ເສັຍຫາຍ ຈາກການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຂອງຈີນ ນັ້ນຫລາຍແລ້ວ.
ປະເທດໄທ ບໍ່ຈຳເປັນຕ້ອງ ຊື້ໄຟຟ້າຈາກເຂື່ອນ ໄຊຍະບຸຣີ ໄທ ມີທາງເລືອກອື່ນຢູ່ ຫລາຍທາງ. ສີ່ປະເທດ ສະມາຊິກ ຄນະກັມມາທິການ ແມ່ນ້ຳຂອງ ລາວ ໄທ ວຽດນາມ ແລະກຳພູຊາ ຈະປະຊຸມປຶກສາ ຫາລືກັນອີກ ກ່ຽວກັບ ການສ້າງເຂື່ອນ ໄຊຍະບຸຣີ. ເທື່ອນີ້ ຈະປະຊຸມກັນ ໃນວັນທີ່ 21 ເດືອນນີ້ ທີ່ນະຄອນຫລວງ ວຽງຈັນ.