ກົດຟັງສຽງ
ທ່ານ Jim Webb ສະມາຊິກ ວຸດທິສະພາ ຄົນສຳຄັນ ຂອງສຫະຣັຖ ຈາກພັກ Democrat ແລະ ກໍ່ເປັນປະທານ ອະນຸຄນະ ກັມມະທິການ ຄວາມສຳພັນ ຕ່າງປະເທດ ກິຈການເອເຊັຽ ຕາເວັນອອກ ແລະ ປາຊີຟີກ ໄດ້ອອກຖແລງການ ໃນມື້ວັນພຣະຫັດ ສະແດງຄວາມ ເປັນຫວ່ງກ່ຽວກັບ ການສ້າງເຂື່ອນກັ້ນ ນ້ຳຂອງ ໄຊຍະບຸຣີ ຂອງລາວທີ່ອາດ ຈະໄດ້ຮັບຄຳຕອບ ໃຫ້ເດີນຫນ້າ ຈາກປະເທດ ສະມາຊິກ ແມ່ນ້ຳຂອງ ໃນອາທິດຫນ້ານີ້.
ເຈົ້າຫນ້າທີ່ ຈາກບັນດາ ປະເທດ ລຸ່ມແມ່ນ້ຳຂອງ ອັນມີ ກຳພູຊາ ສປປລາວ ໄທ ແລະວຽດນາມ ຈະຕັດສີນໃຈ ໃນວັນທີ 22 ເມສາ 2011 ນີ້ວ່າ-ໂຄງການ ດັ່ງກ່າວ ຈະເດີນຫນ້າ ຫລືບໍ່ ເຂື່ອນໄຊຍະບຸຣີ ເປັນເຂື່ອນທຳອິດ ໃນຈຳນວນ 11 ເຂື່ອນ ທີ່ຈະກັ້ນ ແມ່ນ້ຳຂອງ ໃນປະເທດລຸ່ມ ແມ່ນ້ຳຂອງ ຊື່ງມີແຜນການ ຈະສ້າງໃນ ອານາຄົດ.
ທ່ານ Webb ເຕືອນວ່າ ໂຄງການດັ່ງກ່າວ ເປັນອັນຕຣາຍ ຕໍ່ສີ່ງ ແວດລ້ອມ ແລະສຸຂພາບ ຂອງປະຊາຊົນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ແລະວ່າ ຈາກການ ສຳຣວດ ມາຫລາຍຄັ້ງ ຫລາຍຫົນ ພົບວ່າ ໂຄງການເຂື່ອນ ໄຊຍະບູຣີ ຫລື ໂຄງການເຂື່ອນ ກັ້ນແມ່ນ້ຳຂອງ ແຫ່ງອື່ນໆ ຈະສົ່ງຜົລ ກະທົບ ອັນໃຫຍ່ຫລວງ ຕໍ່ສະພາບແວດລ້ອມ ເສຖກິດ ແລະ ສັງຄົມ ໄປທົ່ວຂົງເຂດ ລຸ່ມແມ່ນ້ຳຂອງ.
