ທາງກາຣວຽຕນາມ ບໍ່ເຫັນດີນຳ ໂຄງກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຂອງຣັຖບາລ ສປປລາວ ໂດຽມີກາຣຕິຕຽນ ຢ່າງເປີດເຜີຽ ໃນມື້ວັນສຸກນີ້.
ນັກວິເຄາະຫລາຍຄົນ ກໍເວົ້າວ່າ ໃນເມື່ອວຽຕນາມ ແລະປະເທສອື່ນໆ ໃນເຂຕລຸ່ມ ແມ່ນ້ຳຂອງ ອອກມາຄັດຄ້ານ ຢ່າງເປັນທາງກາຣ ເຊັ່ນນີ້ ອາຈເຮັດໃຫ້ ທາງກາຣລາວ ມີກາຣ ພິຈາຣະນາ ຄືນໃໝ່ ຫລືມີ ກາຣຍົກເລີກຊົ່ວຄາວ ຈົນກວ່າຈະມີ ກາຣສຳຣວຈ ດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ຢ່າງຮອບຄອບຕື່ມອີກ ເສັຽກ່ອນ.
ເຂື່ອນພລັງນ້ຳ ຜລິຕກະແສໄຟຟ້າ ທີ່ທາງກາຣລາວ ມີແຜນຈະສ້າງ ໃສ່ແມ່ນ້ຳຂອງ ໃນແຂວງ ໄຊຍະບູຣີ ນັ້ນເປັນທີ່ ຮູ້ກັນດີວ່າ “ເຂື່ອນໄຊບູຣີ” ເປັນໜຶ່ງໃນ ຈຳນວນ 12 ເຂື່ອນ ທີ່ຈະສ້າງໃສ່ ໃນເຂຕລຸ່ມ ແມ່ນ້ຳຂອງ ແລະ ເຂື່ອນໄຊຍະບູຣີ ດັ່ງກ່າວ ແມ່ນບໍຣິສັທ ຊ.ກາຣຊ່າງ ຂອງໄທຽ ໄດ້ຮັບສັມປະທານ ໃນກາຣກໍ່ສ້າງ ມີມູລຄ່າ 3.5 ຕື້ (3 ຕື້ 5 ແສນລ້ານ) ດອລລາຣ໌ ສະຫະຣັຖ ແລະໄຟຟ້າ ທີ່ຈະຜລິຕໄດ້ 1,260 ເມກາວັຕ ນັ້ນສ່ວນໃຫຍ່ ຈະແມ່ນໄທຽ ເປັນຜູ້ຮັບຊື້.
ທາງກາຣລາວ ມີຄວາມໝັ້ນໃຈ ທີ່ວ່າຈະໄດ້ ສ່ວນແບ່ງ ຂອງຣາຍຮັບ ຈາກກາຣຂາຍໄຟຟ້າ ດັ່ງກ່າວໄປພັທນາ ເພື່ອແກ້ໄຂບັນຫາ ຄວາມທຸກຂ໌ຍາກ ຂອງປະຊາຊົນ.
ແຕ່ໃນ ເວລາດຽວກັນ ທາງກາຣວຽຕນາມ ກັບເຫັນວ່າ ໂຄງກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຂອງລາວ ຈະສ້າງຜົລກະທົບ ຢ່າງຫລວງຫລາຍ ຕໍ່ຊັພຍາກອນນ້ຳ ແລະ ອາຈຈະເຮັດໃຫ້ ສັຕນ້ຳນາໆຊນິດ ໃນເຂຕ ລຸ່ມແມ່ນ້ຳຂອງ ສູນພັນໄປ ກໍເປັນໄດ້ ຈຶ່ງຢາກໃຫ້ ທາງກາຣລາວ ໄດ້ຍຸຕິໂຄງກາຣ ສ້າງເຂື່ອນໃສ່ ແມ່ນ້ຳຂອງ ດັ່ງກ່າວນີ້ ຢ່າງສີ້ນເຊີງ.
