ຊາວບ້ານເຂດສ້າງເຂື່ອນ ພ້ອມຈະໂຍກຍ້າຍ

ຊາວບ້ານ ທີ່ຢູ່ ບໍຣິເວນ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ລໍຖ້າ ການໂຍກຍ້າຍ ອອກຈາກ ພູມລໍາເນົາ ຂອງຂະເຈົ້າ.

0:00 / 0:00

ກົດຟັງສຽງ

ເມື່ອ 5 ປີກ່ອນ, ທ່ານ ທັນ ຖືກບັງຄັບ ໃຫ້ຍ້າຍ ອອກຈາກ ເຮືອນໄມ້ໄຜ່ ຂອງທ່ານ ເພື່ອປ່ອຍໃຫ້ ໂຄງການສ້າງທາງ ຂອງຣັຖບານ ໄດ້ເຣີ້ມລົງມື. ແຕ່ໃນເວລານີ້, ທ່ານ ທັນ, ອາຍຸ 45 ປີ, ອາຊີບຊາວນາ ແລະ ຫາປາ ຖືກບັງຄັບ ໃຫ້ໂຍກຍ້າຍ ຕື່ມອີກ, ແຕ່ວ່າ ການໂຍກຍ້າຍ ເທື່ອນີ້ ເພື່ອມອບ ທີ່ດິນ ໃຫ້ແກ່ ໂຄງການກໍ່ສ້າງ ເຂື່ອນໄຊຍະບູຣີ. ອີງຕາມຣາຍງານ ຂອງໜັງສືພິມ ບາງກອກ ໂພສທ໌ ໃນມື້ວັນທີ 17 ເມສານີ້.

ເມື່ອ 5 ເດືອນກ່ອນ, ຣັຖບານ ໄດ້ບອກ ທ່ານ ທັນ ແລະ ຊາວບ້ານໃກ້ຄຽງ ຂອງທ່ານ ວ່າ ພວກຂະເຈົ້າ ຈະຖືກໂຍກຍ້າຍ ຕາມແຜນການ ສ້າງເຂື່ອນ, ຊຶ່ງຈະເຮັດ ໃຫ້ນໍ້າຖ້ວມ ບ້ານເຮືອນ ຂອງຂະເຈົ້າ. ແລະ ວ່າ ທາງຣັຖບານ ຈະຈັດສັນ ພື້ນທີ່ດິນ ໃກ້ເຂດພູເຂົາ ໃຫ້ແກ່ ພວກຂະເຈົ້າ ແລະ ສ້າງເຮືອນຊີມັງ ໃຫ້ອີກດ້ວຍ, ແຕ່ ຖ້າຫາກວ່າ ພວກຂະເຈົ້າ ຕ້ອງການ ຮັກສາ ເຮືອນໄມ້ໄຜ່ ຂອງຂະເຈົ້າ ໄວ້, ພວກຂະເຈົ້າ ສາມາດ ຍ້າຍໄປນໍາໄດ້. ເຖິງຢ່າງໃດ ກໍດີ, ທ່ານທັນ ເວົ້າວ່າ ມັນບໍ່ຂຶ້ນ ກັບວ່າ ພວກຊາວບ້ານ ຕ້ອງການຫຍັງ, ຖ້າຫາກວ່າ ຣັຖບານ ບອກ ພວກຂະເຈົ້າ ຍ້າຍ, ພວກຂະເຈົ້າ ໄດ້ພຽງແຕ່ ປະຕິບັດຕາມ.

ທ່ານ ທັນ ແລະ ເພື່ອນບ້ານ ຂອງທ່ານ ປະມານ 2,000 ຄົນ, ຜູ້ທີ່ ຈະຖືກໂຍກຍ້າຍ ເພື່ອມອບພື້ນທີ່ ໃຫ້ໂຄງການ ສ້າງເຂື່ອນ, ທີ່ບ້ານ ທ່າລານ, ແລະ ບ້ານໃກ້ຄຽງ ຄືບ້ານ ຫ້ວຍສວຍ ແມ່ນຢູ່ໃກ້ ກັບບໍຣິເວນ ເຂື່ອນ ທີ່ສຸດ.

ການທົບທວນ ຂໍ້ສເນີ ໂຄງການສ້າງເຂື່ອນ ຂອງຄນະ ກັມມາທິການ ແມ່ນໍ້າຂອງ ໃຫ້ຂໍ້ສັງເກດ ວ່າຈະມີ ປະຊາຊົນ 458 ຄອບຄົວ ຖືກໂຍກຍ້າຍ, ໃນຂນະທີ່ ຊາວປະມົງ ແລະ ຊາວນາ ປະມານ 1 ພັນ ກ່ວາຄົນ ຈະສູນເສັຍ ຣາຍໄດ້, ໄປຈົນເຖິງ ປະຊາຊົນ ທີ່ຊອກຫາ ຮ່ອນຄໍາຂາຍ.