ອຸຕຸນິຍົມ ເຕືອນ ຝົນຈະໜັກ ໃນເດືອນກັນຍາ

ກົມອຸຕຸນິຍົມ ເຕືອນປະຊາຊົນ ບ້ານແສນດິນ ໃຫ້ລະວັງ ແລະ ກຽມພ້ອມ ເນື່ອງຈາກວ່າ ຈະມີຝົນຕົກໜັກ ໃນຣະຫວ່າງ ວັນທີ 1 ຫາ 20 ກັນຍາ ນີ້.

ໃນ​ຂະນະ​ທີ່ ຣະດັບ​ນໍ້າຂອງ ຍັງ​ສູງ​ຂຶ້ນ ຢູ່ຕໍ່​ມາ, ​​ເຈົ້າໜ້າ​ທີ່ ພະຍາກອນ ອາ​ກາດ ແລະ ອຸທຸ​ຄະ​ສາດ ​ເຕືອນ​ປະຊາຊົນ ບ້ານ​ແສນ​ດິນ, ​ເມືອງ​ນາ​ຊາຍ​ທອງ ວ່າ ຈະ​ມີ​ຝົນຕົກ​ໜັກ ​ໃນ​ຣະຫວ່າງ ວັນ​ທີ 1 ຫາ ວັນ​ທີ 20 ​ເດືອນ​ກັນຍາ.

“​ແຕ່​ຕົ້ນ ຫາ ກາງ​ເດືອນ ຍັງ​ມີ​ຝົນຕົກ​ໜັກ​ຫລາຍ​ຢູ່. ຕົ້ນ​ຫາ ກາງ​ເດືອນ 9, ​​ໃນຣະຫວ່າງ ວັນ​ທີ 1 ຫາ ວັນ​ທີ 20 ປະມານ​ນີ້, ຈະ​ຍັງ​ມີ​ຝົນຕົກ​ໜັກ ຢູ່​ແຖວ​ນັ້ນ.”

​ເຈົ້າໜ້າ​ທີ່ ກ່າວ​ຕໍ່​ໄປ ວ່າ ​ໃນ​ຊ່ວງ​ເດືອນ​ນີ້ ຝົນ​ ກໍ​ຍັງ​ຈະ​ຕົກ​ຢູ່, ​ແຕ່​ວ່າ ຄົງ​ຈະ​ບໍ່​ໜັກ ​ເທົ່າ​ກັບ ລະຍະ​ຕົ້ນ ຫາ ກາງ​ເດືອນກັນຍາ, ​ໂດຍ​ສະ​ເພາະ ​​ໃນ​ບໍຣິ​ເວນ ບ້ານ​​ແສນ​ດິນ ​ເມືອງ​ນາຊາຍ​ທອງ.

ນອກຈາກ​ນັ້ນ, ທາງ​ຜ​ແນ​ກ ພະຍາກອນ​ອາກາດ ຍັງ​ໄດ້​ກຽມ​​ພ້ອມ ກັບ​ສະຖານ​ນະ​ການ ທີ່​ຄາດ​ວ່າ ຈະ​ເກີດ​ຂຶ້ນນັ້ນ ​ໃຫ້​ກັບ ປະຊາຊົນ, ດັ່ງ​ເຈົ້າ​ໜ້າ​ທີ່ ກ່າວ​ໃນ​ຕອນ​ນຶ່ງ ວ່າ:

“ຝ່າຍ ຜ​ແນ​ກອຸຕຸນິຍົມ ຂອງ​ພວ​ກ​ເຮົາ ກໍ​ໄດ້​ເຮັດ​ແຈ້ງ​ການ​ເຕືອນ ການ​ພະຍາກອນ ອາກາດ ວ່າ ​ເຂດ​ໃດ ຝົນຕົກ​ໜັກ, ພວກ​ເຮົາ ກໍ​ເຕືອນກັນ ​ໄປ​ທາງ​ວິທຍຸ ​ໂທຣະພາບ ​ແລະ ບັນຫາ ບ່ອນ​ຊຸມ​ຊົນ ທີ່​ວ່າ ຢູ່​ໄກ​ເຂດ ກໍ​ຕ້ອງ​ກຽທມ​ໂຕ ຣະວັງ​ພັຍ ກຽມພ້ອມ ທຸກ​ເວລາ.”

​ຢ່າງ​ໃດ ກໍ​ຕາ​ມ, ​ເຈົ້າ​ໜ້າ​ທີ່ ​ເຕືອນ​ປະຊາຊົນ ​ໃຫ້ຣະວັງ ອັນຕະລາຍ ຈາກ​ສະພາວະ ຝົນຕົກ​ໜັກ ທີ່​ອາດ​ເກີດ​ນໍ້າ​ຖ້ວມ​ໄດ້ ​ແລະ ນໍ້າ​ໃນ​ເຂື່ອນ ອາດ​​ລົ້ນ​ລົງ​ມາ, ພ້ອມ​ກັບ ປະຊາຊົນ ທີ່ຢູ່​ໃນ​ບໍຣິ​ເວນ ​​ແຄມແມ່​ນໍ້າຂອງ ​ກໍ​ໃຫ້​ລະວັງ ​ແລະ ກຽມພ້ອມ ເຊັ່ນ​ດຽວ​ກັນ.