ກົດຟັງສຽງ
ກອງປະຊຸມ ຣະດັບ ຣັຖມົນຕຣີ ຂອງ ສະມາຊິກ ຄນະກັມມາທິການ ແມ່ນ້ຳຂອງ ຊຶ່ງ 4 ປະເທດ ຄື ລາວ ໄທ ວຽດນາມ ແລະ ກຳພູຊາ ຈະຖືກ ຈັດຂື້ນ ໃນວັນທີ 7 ແລະ 8 ເດືອນ ທັນວາ 2011 ທີ່ ເມືອງ ຊຽມຣຽບ ປະເທດ ກຳພູຊາ. ກອງປະຊຸມ ຈະ ພິຈາຣະນາ ຄຳຮ້ອງ ຂອງ ຣັຖບານ ສປປລາວ ທີ່ຢາກສ້າງ ເຂື່ອນ ໄຊຍະບຸຣີ ຊຶ່ງເປັນເຂື່ອນ ຕັນ ແມ່ນ້ຳຂອງ ແຫ່ງທຳອິດ ໃນພາກ ລຸ່ມ ແມ່ນ້ຳຂອງ.
ການຕັດສິນໃຈ ດັ່ງກ່າວ ຈະເປັນການ ຕັດສິນໃຈ ທີ່ສໍາຄັນ ທີ່ສຸດ ເພາະຖ້າ ສປປລາວ ໄດ້ຮັບ ການ ສນັບສນູນ ໃຫ້ສ້າງເຂື່ອນ ແຫ່ງນີ້ ລາວ ແລະ ປະເທດ ອື່ນໆ ກໍຈະຢາກ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ຫລາຍໆ ແຫ່ງ ຕື່ມອີກ ສະເພາະ ແຕ່ ສປປລາວ ກໍມີແຜນ ຈະສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ເກືອບ 10 ແຫ່ງ. ຖ້າຫາກ ກອງປະຊຸມ ສະມາຊິກ ຄນະກັມມາທິການ ແມ່ນ້ຳຂອງ ເທື່ອນີ້ ຕັດສິນ ຄັດດຄ້ານ ການ ສ້າງເຂື່ອນ ໄຊຍະບຸຣີ; ຕາມ ກົດໝາຍ ແລ້ວ ສປປລາວ ກໍບໍ່ຈຳເປັນ ຕ້ອງ ປະຕິບັດ ຕາມ ຄຳຕັດສິນ ຂອງ ກອງປະຊຸມ ນັ້ນ, ໝາຍຄວາມວ່າ ສປປລາວ ຍັງສາມາດ ສ້າງເຂື່ອນ ນັ້ນໄດ້ ເຖິງວ່າ ປະເທດ ອື່ນໆ ຈະຄັດຄ້ານ ກໍຕາມ; ແຕ່ ຣັຖບານລາວ ກໍຄວນ ນັບຖື ຄວາມຄິດເຫັນ ຂອງ ປະເທດ ເພື່ອນບ້ານ ເຊັ່ນກັນ.
ເມື່ອຕົ້ນ ປີນີ້ ກອງປະຊຸມ ສະມາຊິກ ຄນະກັມມາທິການ ແມ່ນ້ຳຂອງ ບໍ່ສາມາດ ຕັດສິນໃຈ ໄດ້ວ່າ ຈະ ສນັບສນູນ ຫລື ຄັດຄ້ານ ການສ້າງ ເຂື່ອນ ໄຊຍະບຸຣີ ຂອງ ສປປລາວ ຫລືບໍ່? ພຽງແຕ່ ໄດ້ສເນີ ໃຫ້ ສຶກສາ ສຳຣວດ ເບິ່ງຜົນ ກະທົບ ຢ່າງຄັກແນ່ ຕື່ມອີກ. ຕໍ່ມາ ເມື່ອເດືອນ ພຶສພາ ຣັຖບານ ລາວ ກໍໄດ້ຈ້າງ ບໍຣິສັດ Poyry ຂອງ ສະວີເດັ່ນ ໃຫ້ສຶກສາ ສຳຣວດ ອີກຕື່ມ ແລະ ເມື່ອ ສັປດາ ທີ່ແລ້ວ ກໍອອກ ຣາຍງານ ວ່າ ເຂື່ອນ ໄຊຍະບຸຣີ ຈະບໍ່ ກະທົບ ຕໍ່ສິ່ງ ແວດລ້ອມ ຮ້າຍແຮງ ປານໃດ, ຣັຖບານລາວ ສາມາດ ສ້າງເຂື່ອນ ດັ່ງກ່າວ ໄດ້ຢ່າງ ບໍ່ມີ ບັນຫາ; ແຕ່ອົງການ ທີ່ບໍ່ຂື້ນ ກັບ ຣັຖບານ ເຊັ່ນ ອົງການ ແມ່ນ້ຳ ສາກົນ ໄດ້ ຖແລງການ ຕອບໂຕ້ວ່າ ການສຶກສາ ສຳຣວດ ໃໝ່ ຂອງ ບໍຣິສັດ Poyry ເປັນການ ສຳຣວດ ທີ່ເຂົ້າຂ້າງ ຣັຖບານ ລາວ ຫລາຍ ເກີນໄປ.
