ກົດຟັງສຽງ
ອົງການ ອະນຸຮັກ ສິ່ງແວດລ້ອມ ກ່າວໃນມື້ ວັນອາທິດ ທີ 17 ເມສາ 2011 ນີ້ວ່າ, ສປປລາວ ໄດ້ເລີ້ມ ໂຄງການສ້າງ ເຂື່ອນໃສ່ ແມ່ນໍ້າຂອງ ຢ່າງງຽບໆ ກ່ອນກອງປະຊຸມ 4 ປະເທດ ທີ່ຈະລົງ ຄວາມເຫັນ ກ່ຽວກັບ ໂຄງການນີ້, ຊຶ່ງໄດ້ກໍ່ ໃຫ້ເກີດມີການ ຕິຕຽນ ຢ່າງໃຫຍ່ຫລວງ ນັບຈາກສະມາຊິກ ຣັຖສະພາ ສະຫະຮັຖ ຮອດປະເທດ ທີ່ເປັນ ພັນທະມິດ ໃກ້ຊິດທີ່ສຸດ ຂອງລາວ, ຄືປະເທດ ວຽດນາມ.
ຣັຖບານລາວ, ວຽດນາມ, ກຳພູຊາ ແລະໄທ ມີກຳໜົດ ທີ່ຈະປະຊຸມ ກັນໃນມື້ ວັນອັງຄານ ທີ 19 ເມສາ 2011 ນີ້ເພື່ອຈະ ຕັດສິນໃຈ ຢ່າງເປັນທາງການ ວ່າຈະໃຫ້ກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບຸຣີ ຫລືບໍ່? ເຂື່ອນນີ້ຈະ ຜລິດກະແສ ໄຟຟ້າໄດ້ 1,260 ເມກກະວັດ ແລະ ມີງົບປະມານ ໃນການກໍ່ສ້າງ 3 ພັນ 500 ລ້ານໂດລາ ສະຫະຣັຖ.
ແຕ່ມີລາຍງານວ່າ ສປປລາວ ມີຄວາມກ້າວໜ້າ ໃນການ ເຄື່ອນຍ້າຍໂຄງການ ນີ້ໄປໄກແລ້ວ. ຍານາງ ພຽນພອນ ດິດຖີ ເຈົ້າໜ້າທີ່ ຈາກອົງການ ແມ່ນໍ້າສາກົນ ກ່າວວ່າ ໄດ້ຮັບລາຍງານ ຈາກທ້ອງຖິ່ນ ວ່າຖນົນ ຫົນທາງ ໄດ້ຖືກສ້າງ ກະຕຽມໄວ້ ຮອງຮັບ ການກໍ່ສ້າງ ເຂື່ອນ ໄຊຍະບຸຣີ ນີ້ແລ້ວ.
ໜັງສືພິມ ບາງກອກໂປຕສ ລາຍງານ ໃນມື້ວັນ ອາທິດ ທີ 17 ເມສາ 2011 ນີ້ວ່າ, ຫົນທາງຍາວ 30 ກິໂລແມັດ ເຊື່ອມຕໍ່ ສະຖານທີ່ ກໍ່ສ້າງເຂື່ອນ ໄດ້ຖືກສ້າງຂຶ້ນ ໄດ້ຊົ່ວລະຍະ ນຶ່ງແລ້ວ ແລະ ຊາວບ້ານທີ່ຈະ ໄດ້ຮັບຜົນ ກະທົບ ຈາກການສ້າງເຂື່ອນ ກໍໄດ້ຖືກ ຮັບປາກແລ້ວວ່າ ຈະປຸກເຮືອນ ຫລັງໃໝ່ໃຫ້ຢູ່ ແລະ ຍັງຈະໄດ້ ຄ່າຊົດເຊີຍອີກ ຕໍ່າສຸດຮອດ 15 ໂດລາ ສະຫະຣັຖ, ຫາກຕ້ອງໄດ້ ໂຍກຍ້າຍ.
ບໍລິສັດ ຊໍການຊ່າງ ຂອງໄທ ໄດ້ສ້າງຖນົນ ຫົນທາງ ດັ່ງກ່າວ ເຈົ້າໜ້າທີ່ທາງ ການລາວ ບໍ່ໄດ້ໃຫ້ ຄວາມເຫັນຫຍັງ ກ່ຽວກັບເຣື້ອງນີ້ ແລະ ເມື່ອສົ່ງ ອີຊແມວ ສືບຖາມກໍບໍ່ໄດ້ຮັບຄໍາຕອບ.
