ກົດຟັງສຽງ
ຄນະນັກຊ່ຽວຊານໄດ້ຂຽນຣາຍງານທາງວິຊາການສເນີຕໍ່ຄນະກັມມາ ທິກາຣແມ່ນ້ຳຂອງ ຫລື MRC ວ່າ ກາຣສຳຣວຈວິຈັຍ ກ່ຽວກັບ ຜົລກະທົບ ຕໍ່ສິ່ງແວດລ້ອມ ຈາກໂຄງກາຣສ້າງເຂື່ອນ ໄຊຍະບູຣີ ບໍ່ຖືກດຳເນີນ ໄປໄດ້ດີເທົ່າທີ່ຄວນ ຊຶ່ງທາງ ສະມາຊິກທັງ 4 ປະເທສ ຂອງອົງກາຣແມ່ນ້ຳຂອງ ປະກອບດ້ວຍ ກັມພູຊາ ລາວ ໄທຽ ແລະວຽຕນາມ ກໍຈະມີກາຣ ພິຈາຣະນາ ຕົກລົງກັນເປັນຄັ້ງ ສຸດທ້າຍ ໃນສັປດາໜ້ານີ້.
ແຕ່ໃນຂນະດຽວກັນ ກຸ່ມອະນຸຮັກ ສິ່ງແວດລ້ອມຊາວໄທຽ ຢືນຢັນຄັດຄ້ານ ເພື່ອບໍ່ໃຫ້ໂຄງກາຣ ດັ່ງກ່າວ ຖືກສ້າງຂຶ້ນໄດ້ເທື່ອ ຈົນກວ່າຈະມີກາຣ ສຳຣວຈ ແລະມີຂໍ້ມູລ ຫລັກຖານຢັ້ງຢືນ ວ່າຈະບໍ່ເປັນກາຣສ້າງ ຜົລກະທົບກະເທືອນ ຕໍ່ສິ່ງແວດລ້ອມ ເສັຽກ່ອນ.
ກ່ຽວກັບເຣື່ອງນີ້ ທາງກາຣລາວ ກໍໄດ້ແຈ້ງຕໍ່ ທາງປະເທສສະມາຊິກ ອົງກາຣແມ່ນ້ຳຂອງ ໃນເດືອນ ກຸມພາ ຜ່ານມາວ່າ ຈະສືບຕໍ່ປະຕິບັຕ ຕາມໂຄງກາຣສ້າງ ຕໍ່ໄປ ພ້ອມກັບໄດ້ເນັ້ນວ່າ ຈະບໍ່ໄດ້ສ້າງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແຕ່ຢ່າງໃດ ພ້ອມກັບວ່າ ລາວຍັງມີອຳນາຈ ໃນກາຣທີ່ຈະ ຕົກລົງສ້າງ ແລະອີກຢ່າງນື່ງ ໂຄງກາຣເຂື່ອນ ດັ່ງກ່າວ ກໍແມ່ນຢູ່ໃນເຂຕ ດິນແດນ ຂອງປະເທສລາວເອງ.
ຢ່າງໃດກໍຕາມ ເຂື່ອນໄຊຍະບູຣີ ດັ່ງກ່າວ ໃນເມື່ອຫາກຖືກ ສ້າງຂຶ້ນແລ້ວນັ້ນ ຈະສາມາຖຜລິຕ ກະແສໄຟຟ້າ ໄດ້ທັງໝົດ 1,285 ເມກະວັຕ ໂດຽທາງກາຣໄທຽ ເປັນຜູ້ຮັບ ຊື້ 90 ສ່ວນຮ້ອຍ ແລະ ສ່ວນທີ່ເຫລືອນັ້ນ ແມ່ນສຳຫລັບໃຊ້ ຢູ່ພາຍໃນປະເທສ.
