ວຸທິສະພາໄທສືບຕໍ່ ຕ້ານເຂື່ອນໄຊຍະບູຣີ

ໃນວັນທີ 15 ພຶສຈິກາ 2012 ທີ່ ຣັຖສະພາໄທ ໃນບາງກອກ ສະມາຊິກ ວຸທິສະພາໄທ ຮວມທັງ ຊາວໄທ ລຸ່ມ ແມ່ນໍ້າຂອງ ແລະ ສະມາຊິກ ຈາກ ອົງການ ຮັກສາ ສີ່ງແວດລ້ອມ ໄດ້ເປີດ ກອງປະຊຸມ ເພື່ອສືບຕໍ່ ຄັດຄ້ານ ການສ້າງ ເຂື່ອນ ໄຊຍະບຸຣີ.
ອະວາຣີ
2012.11.16
F-Neewat-Roykeo ທ່ານ ນິວັດ ຣ້ອຍແກ້ວ ແກ່ນນຳເຄືອຂ່າຍ ປະຊາຊົນ ຈາກ 8 ແຂວງ ລຸ່ມ ແມ່ນ້ຳຂອງ ຂອງໄທ
RFA

ທ່ານ ນິວັດ ຣ້ອຍແກ້ວ ຕົວແທນ ເຄື່ອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນ້ຳຂອງ ກ່າວກ່ຽວກັບ ກອງປະຊຸມ ນັ້ນວ່າ:

“ພວກເຮົາ ຢາກບອກວ່າ ເຣື່ອງແມ່ນ້ຳຂອງ ນີ່ແລະ ເຣື່ອງເຂື່ອນນີ່ ມັນຈະຕ້ອງ ເກີດຂໍ້ຂັດແຍ້ງ ກັນແນ່ນອນ ລໍຖ້າເບິ່ງ ຂ້າພະເຈົ້າຄິດ ວ່າ ໃນຂະນະນີ້ ແມ່ນ້ຳຂອງ ຖືກ ຣັຖປະຫານ ຕັ້ງແຕ່ວັນທີ່ 7 ເດືອນ ພຶສຈິກາ ດ້ວຍຣັຖບານລາວ ຣັຖບານໄທ ຮ່ວມມືກັບ ກຸ່ມນາຍທຶນ ຂອງໄທ.”

ທ່ານ ນິວັດ ອະທິບາຍວ່າ ເຂື່ອນ ໄຊຍະບຸຣີ ຈະພາໃຫ້ເກີດ ຂໍ້ຂັດແຍ້ງ ເພາະເຂື່ອນ ຈະມີຜົນກະທົບ ຂ້າມຊາດ ປະຊາຊົນ ໄທ ກຳພູຊາ ແລະ ວຽດນາມ ຈະໄດ້ຮັບ ຜົນກະທົບ ຈາກເຂື່ອນ ດັ່ງກ່າວ ຢ່າງບໍ່ຕ້ອງ ສົງສັຍ.

ໃນຂະນະດຽວກັນ ທ່ານ ສຸຣະຈິດ ຊິຣະເວດ ສະມາຊິກ ສະພາສູງ ຂອງໄທ ຊຶ່ງຢູ່ໃນ ຄະນະ ກັມມະການ ຊັພຍາກອນ ທັມມະຊາດ ກໍໄດ້ສະແດງ ຄວາມ ເປັນຫ່ວງ ຢ້ານເຂື່ອນ ໄຊຍະບຸຣີ ຈະທຳຣາຍ ແຫລ່ງອາຫານ ຂອງ ປະຊາຊົນ ຫລາຍສິບ ລ້ານຄົນ. ດັ່ງທ່ານໄດ້ກ່າວ ໃນຕອນນຶ່ງວ່າ:

“ເຂື່ອນ ຈະປ່ອຍນ້ຳລົງ ຕາມຄວາມ ຕ້ອງການ ຂອງມະນຸດ ຢູ່ ແຕ່ກຸ້ງຫອຍ ປູປາບໍ່ກ່ຽວ ຈະຕາຍ ຫາຍສາບສູນ ແນວໃດກໍຕາມ ເຫດການນັ້ນ ຈະທຳຣາຍ ຄວາມໝັ້ນຄົງ ທາງອາຫານ ຂອງຊາວໄທ ຊຶ່ງເຄີຍປະສົພ ມາແລ້ວ ຈາກເຂື່ອນ ສອງແຫ່ງຄື ເຂື່ອນເຈົ້າພຣະຍາ ແລະ ເຂື່ອນ ປາກມູນ”.

ຫລັງຈາກ ຣັຖບານລາວ ວາງສີລາລຶກ ເລີ້ມສ້າງເຂື່ອນ ໄຊຍະບຸຣີ ເມື່ອອາທິດ ທີ່ແລ້ວ ຣັຖບານໄທ ແລະ ວຽດນາມ ກໍປະກາດວ່າ ບໍ່ຄັດຄ້ານ ສ່ວນ ກຳພູຊາ ນັ້ນ ຍັງມິດຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.