ເຂື່ອນໄຊຍະບູຣີ ຈະເລີ້ມສ້າງຫລືບໍ່

ໂຄງການສ້າງ ເຂື່ອນ ໄຊຍະບູຣີ ຈະມີການ ຕັດສີນໃຈ ໃນທ້າຍເດືອນນີ້ ວຽດນາມ ໄດ້ຂັດຂວາງ ໂຄງການ ດັ່ງກ່າວ.

0:00 / 0:00

ກົດຟັງສຽງ

ຄນະກັມມະທິການແມ່ນໍ້າຂອງໄດ້ນັດປະຊຸມກັນອີກເທື່ອໃໝ່ໃນປາຍເດືອນນີ້ທີ່ ນະຄອນຫລວງວຽງຈັນ-ເພື່ອສລຸບກ່ຽວກັບໂຄງການກໍ່ສ້າງເຂື່ອນໄຊຍະບູຣີທີ່ມີມູນ ຄ່າປະມານ3ພັນ500ລ້ານບາດ.ໃນຂນະທີ່ວຽດນາມອອກມາຄັດຄ້ານເຊັ່ນດຽວກັບ ກຸ່ມອະນຸຮັກແມ່ນ້ຳຂອງແຕ່ທຸກຝ່າຍເຊື່ອວ່າລາວຈະເດີນຫນ້າໃນໂຄງການດັ່ງກ່າວ.

ສີ່ງສໍາຄັນກໍ່ແມ່ນວ່າເຂື່ອນໄຊຍະບູຣີຈະເປັນແມ່ແບບຂອງເຂື່ອນກັ້ນແມ່ນໍ້າຂອງອີກ 10ຫລື11ເຂື່ອນທີ່ກຸ່ມປະເທດລຸ່ມແມ່ນ້ຳຂອງມີແຜນການຈະສ້າງໃນອານາຄົດຄື; ລາວ,ກຳພູຊາ,ແລະວຽດນາມ.

ຄນະກັມມະການແມ່ນໍ້າຂອງແຫ່ງຊາດວຽດນາມໄດ້ອອກມາຄັດຄ້ານຕັ້ງແຕ່ປາຍປີ ທີ່ຜ່ານມາໂດຍຊີ້ໃຫ້ເຫັນຜົລກະທົບຕໍ່ເຂດທົ່ງຮາບປາກແມ່ນໍ້າຂອງໃນວຽດນາມ ນາເຂົ້າຫລາຍໝື່ນໄຮ່ໃນເຂດດັ່ງກ່າວຈະຖືກນໍ້າເຄັມຈາກທະເລເຂົ້າມາຄຸກຄາມ ຍ້ອນຣະດັບນໍ້າໃນເຂດປາກນໍ້າລົດລົງ.ນອກຈາກນັ້ນຍັງຈະສົ່ງຜົລກະທົບຕໍ່ການ ຄົມມະນາຄົມທາງນໍ້າແລະການປະມົງຂອງວຽດນາມນໍາອີກ.

ທ່ານຕຣອງຫົງຕຽນ,ເຈົ້າຫນ້າທີ່ຄນະກັມມະການແມ່ນໍ້າຂອງແຫ່ງຊາດວຽດນາມ ກ່າວໃນຣະຍະທີ່ຜ່ານມາວ່າໃນຂນະທີ່ສປປລາວຈະໄດ້ຮັບຜົລປໂຍດຢ່າງຫລວງ ຫລາຍໃນການໂຄງການເຂື່ອນໄຊຍະບູຣີ-ຊາວປະມົງໃນວຽດນາມຈະຫາປາໄດ້ ຫນ້ອຍລົງຈາກຣະດັບ2ແສນຫາ4ແສນຕັນຕໍ່ປີກ່ອນຫນ້ານີ້.

ທ່ານຫງຽນໄທເລຣັຖມົນຕຣີຊ່ອຍກະຊວງກະເສດແລະການພັທນາຊົນນະບົດຂອງ ວຽດນາມກໍ່ໄດ້ກ່າວວ່າງປີກ່ອນວ່າເຂື່ອນໄຊຍະບູຣີຈະສົ່ງຜົລກະທົບຕໍ່ຣະບົບນິເວດ ປາກແມ່ນໍ້າຂອງຢ່າງຮຸນແຮງຈະກະທົບຕໍ່ຊິວິດການເປັນຢູ່ຂອງປະຊາຊົນກວ່າ17 ລ້ານຄົນຊື່ງສ່ວນໃຫຍ່ແມ່ນທຳມາຫາກີນທີ່ກ່ຽວພັນກັບນ້ຳ.