ລາວ-ຈີນ ເປີດກວ້າງຕໍ່ກັນ.

ມາໃນໄລຍະນີ້ ຊາວຈີນ ພາກັນເຂົ້າມາໃນ ປະເທດລາວ ຫລາຍຂື້ນ ຍ້ອນນະໂຍບາຍຂອງຜູ້ນຳ 2 ປະເທດ ລາວ - ຈີນ ມີການເປີດກວ້າງຕໍ່ກັນ.

0:00 / 0:00

ຕໍ່ບັນຫາທີ່ ວ່ານີ້ ທ້າວ ສົມຄິດ ປະສາດຖິດາ ຊາວນະຄອນ ຫລວງວຽງຈັນ ມີຄວາມຄິດ ເຫັນວ່າການທີ່ ປະຊາຊົນຈີນ ມາຢູ່ລາວມີ ຈຳນວນນັບມື້ ນັບຫລາຍເພິ່ມຂື້ນ ນັ້ນກໍຍ້ອນວ່າ ຣັຖບານທັງ 2 ປະເທດສ້າງເງື່ອນ ໄຂໃຫ້ພວກເຂົາ ເຈົ້າມາ. ລາວວ່າ:

ເຂົາເຈົ້າມີ ປະຊາກອນຫລາຍ ເນາະການຫາກິນ ຢູ່ບ້ານເຂົາກໍ ຫຍຸ້ງຍາກແດ່ ຈັກໜ່ອຍຈັ່ງຊັ້ນ ດ້ານນຶ່ງກໍມີ ນະໂຍບາຍຂອງ 2 ປະເທດເປີດກວ້າງ ການຮ່ວມມືການຄ້າ ດ້ານທີສອງ ການຫາກິນ ຢູ່ລາວກໍງ່າຍ ເລີຍສ້າງເງື່ອນໄຂໃ ຫ້ເຂົາເຈົ້າ ເຂົ້າມາຫລາຍ.

ປັດຈຸບັນ ຊາວຈີນໃຫ້ຄວາມ ສົນໃຈເຂົ້າມາ ລົງທຶນຫລາຍ ທີ່ສຸດກໍແມ່ນ ນະຄອນຫລວງວຽງຈັນ ຮອງລົງມາ ກໍແມ່ນແຂວງ ຫລວງນ້ຳທາ ສວັນນະເຂດ ຈຳປາສັກ ຍ້ອນວ່າເປັນແຂວງ ໃຫຍ່ມີ ສາທາຣະ ນຸປະໂພກ ຄ່ອນຂ້າງສົມບູນ ແລະຂຍາຍຕົວ ກວ່າແຂວງອື່ນ. ເວົ້າສະເພາະແຂວງ ຫລວງນ້ຳທາ ທ້າວ ສົມຄິດ ກໍວ່າ:

ມີ ມີ ຢູ່ຊາຍແດນເນາະ ດຽວນີ້ຝ່າຍຈີນ ລົງທືນຫລາຍແລ້ວ ກໍທຸຣະກິດຕ່າງໆ ລົງທຶນຫລາຍ ການບໍລິການ ການຄ້າການທ່ອງ ທ່ຽວຫລາຍຂື້ນ.

ທາງການລາວ ເປີດໂອກາດໃຫ້ ນັກທຸຣະກິດ ຕ່າງປະເທດເຂົ້າ ມາລົງທຶນຢູ່ ສ.ປ.ປ.ລາວ ຫລາຍໂດຍສະເພາະ ນັກລົງທຶນຈາກຈີນ. ແຕ່ປະຊາຊົນ ໃນເຂດນະຄອນ ຫລວງວຽງຈັນ ສ່ວນໃຫຍ່ເວົ້າກັນ ໃນວົງກວ້າງວ່າ ຊາວຈີນເຫລົ່ານີ້ ເຂົ້າມາຍາດແຍ່ງ ວຽກເຮັດງານທຳ ຂອງປະຊາຊົນລາວ.