ໂຄງການສັກຢາກັນພຍາຕ ແກ່ເດັກໃນສປປລາວ

ອົງການແມ່ແລະເດັກ ຫລື UNICEF ໃຫ້ການຊ່ວຍເຫລືອ ໂຄງການສັກຢາ ກັນພຍາດທີ່ມັກເກີດ ກັບເດັກນ້ອຍລາວ ຊຶ່ງໃນນັ້ນ ກໍມີຫລາຍຊນິດ ເຊັ່ນ: ພຍາດຖອກທ້ອງ ປອດອັກເສບ ໄຂ້ຫວັດ ໄອ ແລະໄຂ້ເລືອດອອກ. ຕາມຣາຍງານ ກະແສຂ່າວທ້ອງຖີ່ນ ວັນທີ24 ພຶສຈິການີ້.
ມະນີຈັນ
2009.11.25

ການຊ່ວຍເຫລືອດັ່ງກ່າວ ມີສ່ວນຊ່ວຍໃຫ້ ທາງໂຄງການນັ້ນ ສາມາດລົງເຄື່ອນໄຫວ ສັກຢາປ້ອງກັນພຍາດ ໃຫ້ເດັກນ້ອຍ ເປັນປະຈໍາທຸກປີ. ໃນປີ2008 ມີການສັກວັກຊີນ ປ້ອງກັນວັນນະໂຣກ ໃຫ້ເດັກນ້ອຍໄດ້ 68ສ່ວນຮ້ອຍ ຂນະທີ່ໃນ6ເດືອນ ຕົ້ນປີ2009ນີ້ໄດ້ 40ສ່ວນຮ້ອຍ. ຢອດວັກຊີນກັນໂຣກ ເປັ້ຽລ່ອຍໄດ້ 47ສ່ວນຮ້ອຍ. ວັກຊີນ ກັນຕັບອັກເສບ ໄດ້67ສ່ວນຮ້ອຍ. ກັນໝາກແດງ ອາຍຸ9ເດືອນຫາ 11ເດືອນ ໃນໄລຍະ6ເດືອນ ຕົ້ນປີນີ້ໄດ້33ສ່ວນຮ້ອຍ.

ທ່ານໝໍໃນ ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ວັກຊີນແຕ່ລະຊນິດນັ້ນ ໄດ້ມາຕຖານສາກົນ ເພາະສັ່ງຊື້ຈາກຕ່າງປະເທດ. ແລະວ່າ ເຖິງແມ່ນວ່າທາງໂຄງການ ຈະໄດ້ລົງໃຫ້ວັກຊີນ ປ້ອງກັນພຍາດ ແກ່ເດັກນ້ອຍທຸກໆປີກໍຕາມ ແຕ່ຍັງປະຕິບັດ ບໍ່ໄດ້ຕາມຄາດໝາຍ ຍ້ອນທ່ານໝໍ ແລະພະຍາບານ ບາງຄົນ ຍັງບໍ່ມີຄວາມຮັບ ຜິດຊອບໃນໜ້າທີ່ ຂອງຕົນເທົ່າທີ່ຄວນ. ອີກຢ່າງນຶ່ງງົບປະມານ ກໍມີຈໍາກັດ ສະນັ້ນຈຶ່ງເຄື່ອນໄຫວ ໄດ້ດີແດ່ກໍມີ ພຽງແຕ່ຢູ່ບາງບ້ານ ຫລືບາງເມືອງທີ່ມີງົບປະມານ ຫລືໄດ້ຮັບການຊ່ວຍເຫລືອ ຈາກໂຄງການ. ບາງຄັ້ງບາງທ້ອງຖີ່ນ ກໍນໍາງົບປະມານນັ້ນ ໄປໃຊ້ວຽກອຶ່ນ ບາງທ້ອງຖີ່ນ ກໍຍັງເຊື່ອແບບງົມງາຍ.

ສໍາລັບປີ2010 ທາງໂຄງການຕັ້ງເປົ້າໝາຍ ໃນການໃຫ້ວັກຊີນ ແຕ່ລະຊນິດໃຫ້ໄດ້ 85ສ່ວນຮ້ອຍ ໃນຈໍານວນເດັກນ້ອຍທັງໝົດ ໂດຍຈະສຸມໃສ່ ການສ້າງບ້ານ ແລະ ກຸ່ມສາທາຣະນະສຸຂ ແບບຢ່າງໃຫ້ໄດ້ 1ຫາ2ບ້ານ ຕໍ່ນຶ່ງເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.