ນັກກິລາທີມຊາຕລາວ ພູມໃຈທີ່ຄວ້າຫລຽນຄໍາ

ນັກກິລາທີມຊາຕລາວ ດີໃຈແລະຮູ້ສຶກເປັນກຽຕ ທີ່ໄດ້ຮັບຫລຽນຄຳ ໃນກາຣແຂ່ງຂັນ ກິລາຊີເກມສ໌ ຄັ້ງທີ່ 25 ທີ່ລາວເປັນເຈົ້າພາບ.
ຫວາດ ສີມູນ
2009.12.15

ນັກກິລາທີມຊາຕລາວ ຫລາຍໆຄົນໄດ້ສ້າງ ຜົລງານຢ່າງດີເດັ່ນ ໃນກາຣແຂ່ງຂັນງານ ມະຫະກັມກິລາຊີເກມສ໌ ຄັ້ງທີ່ 25 ທີ່ລາວເປັນເຈົ້າພາບ ເທື່ອທຳອິດນີ້ ຊຶ່ງແຕ່ລະຄົນກໍດີໃຈ ແລະຮູ້ສຶກເປັນກຽຕ ດັ່ງນາງຫົງຄຳ ໄຊຍະຣາຊ ທີ່ໄດ້ຮັບຫລຽນຄຳ ປະເພທປືນຍາວອັດລົມຍິງ ເປົ້າເລື່ອນຣະຍະ 10ແມ໊ຕ ກ່າວວ່າ:

“ດີໃຈຫລາຍທີ່ສາມາດ ຍາດຫລຽນຄຳໄດ້ໃນຊີເກມສ໌ ທີ່ລາວເປັນເຈົ້າພາບ ຖືວ່າເປັນກຽຕ ຄັ້ງປະວັຕສາຕ ທີ່ຍິງປືນເຮົາຍາດມາໄດ້”.

ພ້ອມດຽວກັນນີ້ ນາງຫົງຄຳກໍມີ ຄວາມພາກພູມໃຈ ນຳຊາວລາວທຸກໆຄົນ ທີ່ໄປຮ່ວມໃຫ້ກຳລັງໃຈ ແກ່ທີມຊາຕລາວ ທີ່ເຮັດໃຫ້ເຂົາເຈົ້າ ຕັ້ງໃຈແລະສູ້ຈົນ ສຸດຄວາມສາມາດ ພ້ອມກັບຢືນຢັນ ທີ່ຈະນຳເອົາປະສົບກາຣ ໄປຝຶກຊ້ອມ ແລະ ປັບປຸງພັທນາຕົນເອງໃຫ້ດີຂຶ້ນກວ່າເກົ່າ.

ໃນຂນະດຽວກັນ ນາງເຄືອ ຄຳລີ ທີ່ໄດ້ຮັບຫລຽນຄຳ ເຊັ່ນກັນຈາກກິລາ ຍົກນ້ຳໜັກ ກໍໃຫ້ທັສນະວ່າ:

“ສຳຫລັບນ້ອງຄິດວ່າ ຖ້າຫາກວ່ານ້ອງຫລິ້ນ ກິລາຍົກນ້ຳໜັກນີ້ຕໍ່ໄປ ນ້ອງຄິດວ່ານ້ອງ ຈະປັບປຸງທາງ ດ້ານເທຄນິຄ ແລະແຕ່ລະຈັງຫວະ ຂອງກາຣຫລິ້ນໃຫ້ດີຂຶ້ນ ແລະ ຈະເປັນຕົວແບບທີ່ດີ  ໃຫ້ນ້ອງໆ ຣຸ້ນຫລັງໃຫ້ສືບ ຕໍ່ຫລິ້ນກິລານີ້ຕໍ່ໄປ”.

ນາງເຄືອໃຫ້ຄຳເຫັນ ຢ້ຳທ້າຍວ່າ ນອກຈາກນັກກິລາ ທີມຊາຕລາວ ທີ່ປະສົບຜົລສຳເຣັຈ ແລະໄດ້ຫລຽນຣາງວັນ ແລ້ວນັ້ນ ຍັງມີນັກກິລາຫລາຍໆຄົນ ຈາກປະເພທຕ່າງໆ ທີ່ບໍ່ເອົາຊນະໄດ້ເທື່ອນັ້ນ ກໍບໍ່ຄວນຈະທໍ້ຖອຍ ຫລືຫລຸດລະຄວາມ ພຍາຍາມແຕ່ປະກາຣໃດ ແຕ່ຫາກຢາກໃຫ້ນຳເອົາ ປະສົບກາຣຈາກກາຣ ແຂ່ງຂັນ ຢູ່ເມືອງລາວຄັ້ງນີ້ ໄປສຶກສາແລະຕຣຽມ ສຳຫລັບໂອກາສ ໃນຄັ້ງຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.