ທາງການຈະເຂົ້າພົວພັນ ໃນເຂດກາຊີໂນຈີນ

ທາງການລາວ ສົ່ງເຈົ້າໜ້າທີ່ ເຂົ້າໄປ ປະຈໍາໃນເຂດ ກາຊີໂນຈີນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ມະນີຈັນ
2010.08.11

ທາງການລາວ ໄດ້ຈັດສົ່ງ ເຈົ້າໜ້າທີ່ ຈາກສູນກາງ ໃນນະຄອນ ຫລວງວຽງຈັນ ເຂົ້າໄປ ປະຈໍາຢູ່ເຂດ ກາຊີໂນ ຈີນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອຕິດຕາມ ກວດກາ ການບໍຣິຫານ ແລະ ຈັດຕັ້ງການ ດໍາເນີນ ທຸຣະກິດ ໃນທີ່ນັ້ນ ໂດຍມີການ ປະສານ ຂໍການຮ່ວມມື ກັບທາງແຂວງ ບໍ່ແກ້ວ ໃຫ້ຊ່ວຍເຫລືອ ເປັນແຕ່ລະ ກໍຣະນີ ໄປ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ແຂວງບໍ່ແກ້ວ:

"ພາກຣັຖ ຣັບານລາວ ມີສ່ວນຮ່ວມ ຢູ່ແລ້ວ ຈະບໍ່ປ່ອຍ ໃຫ້ພວກນັ້ນ ຄຸມເລີຍເນາະ ມີການເຂົ້າ ໄປກວດກາ ເຂົ້າໄປ control ໃນນັ້ນ ໂດຍປະສານ ສົມທົບ ກັບສະພາ ການຄ້າ ຂອງກາຊີໂນ ເຂົາເຈົ້າ ກໍມີທະຫານ ຕໍາຣວດ ສຸລກາກອນ ພາສີ ຫຍັງຕ່າງໆຄົບ ຄົບຕາມນັ້ນ ເລີຍເນາະ".

ທ່ານກ່າວ ຕໍ່ໄປວ່າ ໃນເຂດ ກາຊີໂນ ທີ່ກຸ່ມ ບໍຣິສັດ ດອກງິ້ວຄໍາ ໄດ້ຮັບ ສັມປະທານ ນັ້ນ ເປັນພື້ນທີ່ ເຂດເສຖກິດ ພິເສດ ທີ່ຢູ່ພາຍໃຕ້ ການດູແລຂອງ ຣັຖບານ ກາງ ໃນນະຄອນ ຫລວງວຽງຈັນ  ຊຶ່ງທາງສູນກາງ ມີຫ້ອງການ ດູແລເຂດ ເສຖກິດ ພິເສດ ໂດຍສະເພາະ. ຂ່າວລື ກ່ຽວກັບ ອິທິພົລຈີນ ໃນເຂດ ກາຊີໂນ ດັ່ງກ່າວນີ້ ກໍບໍ່ເປັນ ຄວາມຈິງ ແລະ ກໍເຊື່ອໝັ້ນວ່າ ເຈົ້າໜ້າທີ່ ຕໍາຣວດ ທະຫານ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ສາມາດ ດູແລໄດ້ ໂດຍບໍ່ສົ່ງ ຜົລກະທົບ ຕໍ່ປະຊາຊົນໃນ ແຂວງບໍ່ແກ້ວ.

ປະຊາຊົນ ລາວ ໃນຫລາຍບ້ານ ໃນແຂວງ ບໍ່ແກ້ວ ບໍ່ເຄີຍເຂົ້າໄປ ກ່ຽວຂ້ອງ ຫລືສົນໃຈ ກ່ຽວກັບ ເຂດກາຊີໂນ ແຫ່ງນີ້ ເພາະຢ້ານ ອິທິພົນຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.