ແຂວງບໍ່ແກ້ວບໍ່ຮູ້ຈໍານວນ ນັກທ່ອງທ່ຽວເຂດກາຊີໂນ
ຫ້ອງການທ່ອງທ່ຽວ ແຂວງບໍ່ແກ້ວ ຍັງບໍ່ສາມາດ ເກັບກໍາຂໍ້ມູນ ຈໍານວນ ນັກທ່ອງທ່ຽວ ໃນເຂດ ກາຊີໂນ ທີ່ຈີນ ເປັນເຈົ້າຂອງ ໄດ້ເທື່ອ.
-
ສົມເນ
2010-07-28 -
-
-
Your browser doesn’t support HTML5 audio
ຫ້ອງການ ທ່ອງທ່ຽວ ແຂວງບໍ່ແກ້ວ ຍອມຮັບ ວ່າບໍ່ສາມາດ ເກັບກໍາຈໍານວນ ຄົນເຂົ້າ-ອອກ ສະຖານທີ່ ກາຊີໂນ ຄົບວົງຈອນ ທີ່ຈີນ ເປັນເຈົ້າຂອງ ຍ້ອນວ່າ ເປັນເຂດ ທີ່ບໍ່ໄດ້ຂື້ນ ກັບກົດໝາຍ ແຂວງບໍ່ແກ້ວ ແຕ່ທາງການແຂວງ ກໍຫາທາງ ຕັ້ງຫ້ອງການ ທ່ອງທ່ຽວ ຂື້ນຢູ່ພາຍ ໃນເຂດນັ້ນ ເພື່ອໃຫ້ມີ ເຈົ້າໜ້າທີ່ລາວ ປະຈໍາຢູ່ ດັ່ງເຈົ້າ ໜ້າທີ່ ຫ້ອງການ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ກ່າວວ່າ:
"ຕົວນີ້ ທາງພຸ້ນ ພວກເຮົາຍັງ ບໍ່ທັນໄດ້ ມີການຄິດໄລ່ ເພາະວ່າ ບໍ່ໄດ້ເກັບ ກໍາສະຖິຕິ ເທື່ອ ເພາະວ່າພວກເຮົາ ຍັງບໍ່ທັນມີ ພະນັກງານ ປະຈໍາຢູ່ ທາງເຂດ ກາຊີໂນ ຈະມີໜ່ວຍງານ ຮັບຜິດຊອບ ຕ່າງຫາກຢູ່ພຸ້ນ".
ທ່ານວ່າ ເຂດທ່ອງທ່ຽວ ຄົບວົງຈອນ ທີ່ວ່ານີ້ ເປັນເຂດ ທີ່ຄຸ້ມຄອງ ໂດຍນັກລົງທືນ ຈີນ ກຸ່ມດອກງີ້ວຄໍາ ທີ່ໄດ້ຣັບ ສໍາປະທານ ເຂດ ແລະວ່າ ແຂວງບໍ່ແກ້ວ ຈະດໍາເນີນ ການຈັດຕັ້ງ ຫ້ອງການທ່ອງທ່ຽວ ຫລືຫ້ອງການ ໃດໆກໍດີ ຄົງເປັນໄປ ໄດ້ຍາກ.
ຫລາຍພາກສ່ວນ ກໍາລັງ ສົນທະນາ ກັນຢ່າງບໍ່ເປັນ ທາງການວ່າ ຢາກຫາຊ່ອງທາງ ຕັ້ງຫ້ອງການ ທ່ອງທ່ຽວຂື້ນ ເພື່ອເກັບກໍາ ຈໍານວນ ນັກທ່ອງທ່ຽວ ທີ່ເຂົ້າໄປທ່ຽວ ໃນເຂດນັ້ນ.
ປັດຈຸບັນນີ້ ການເຂົ້າ-ອອກ ຂອງນັກທ່ອງທ່ຽວ ຈາກ ຕ່າງປະເທດ ທີ່ມາຫລີ້ນ ການພະນັນ ໃນສະຖານທີ່ ກາຊີໂນ ທັງຝັ່ງໄທ ນັ້ນກໍຕັ້ງ ຫ້ອງການ ປະທັບຕາ
ເຂົ້າອອກ ຕ່າງປະເທດ ໂດຍສະເພາະ ສ່ວນຝັ່ງລາວ ກໍຕັ້ງໂຕະ ຢູ່ຕໍ່ໜ້າ ແຕ່ຢູ່ນອກ ເຂດກາຊີໂນ ເພື່ອປະທັບຕາ ການເຂົ້າ-ອອກ ປະເທດ ຂອງຜູ້ທີ່ມາ ທ່ອງທ່ຽວ ໃນບໍຣິເວນນັ້ນ.
ພິເສດ ອີກຢ່າງນື່ງ ມີເຣືອບິນ ເໝົາຈາກຕ່າງ ປະເທດ ມາລົງໃນ ສນາມບິນ ກາຊີໂນ ໂດຍກົງ ເພື່ອມາຫລີ້ນ ການພະນັນ. ນັກສັງເກດການ ບອກວ່າ ສະຖານທີ່ ທ່ອງທ່ຽວ ກາຊີໂນ ຄົບວົງຈອນ ແຫ່ງນີ້ ຈະສ້າງ ບັນຫາຫຍຸ້ງຍາກ ຫລາຍຢ່າງ ໃຫ້ຣັຖບານ ແລະ ສັງຄົມລາວ ຮວມໄປເຖິງ ປະເທດເພື່ອນບ້ານ ດັ່ງທີ່ມີ ບົດຮຽນ ມາແລ້ວ ຢູ່ໃນເຂດ ກາຊີໂນ ບໍ່ເຕັນ.