ການພະນັນ ອາຈເປັນບໍ່ເກີດ ຂອງບັນຫາ ສັງຄົມ ໃນລາວ

ນັກວິຊາການລາວ ເວົ້າວ່າ ການສ້າງບ່ອນຫລີ້ນ ການພະນັນຂື້ນ ຫລາຍແຫ່ງ ທີ່ກຳລັງໂດງດັງ ໃນລາວ ໃນປັດຈຸບັນ ອາຈພາໃຫ້ເກີດ ຄວາມວຸ້ນວາຍ ໃນສັງຄົມລາວ ໃນອານາຄົດ.
ສິດນີ
2009.10.07
F-Gambler ນັກທ່ອງທ່ຽວຊາວຈີນທີ່ເຂົ້າມາຫລີ້ນການພະນັນໃນລາວ ໃນເຂດເສຖກິຈພິເສດເມືອງຕົ້ນເຜິ້ງແຂວງບໍ່ແກ້ວ.
Photo: RFA

ນັກວີຊາການລາວ ໃຫ້ຄວາມເຫັນ ສ່ວນຕົວວ່າ, ການສ້າງບ່ອນຫລີ້ນ ການພະນັນ ໃນຫລາຍແຫ່ງໃນລາວ ທີ່ຣັຖບານລາວ ຄິດວ່າຈະເປັນ ການຊ່ອຍລາຍໄດ້ ໃນການພັທນາ ປະເທດຊາດນັ້ນ ໃນຣະຍະຍາວ ອາຈກໍ່ໃຫ້ເກີດ ບັນຫາທາງດ້ານ ສັງຄົມໃນລາວ. ເພາະຄົນລາວ ຈະຕິດການພະນັນ ແລະ ກໍ່ຈະກາຍເປັນ ລູກຫນີ້ ເງີນກູ້ນອກຣະບົບ ຫລາຍຂື້ນ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ຄວາມຄິດເຫັນກໍມອງ ໃນຫລາຍແງ່ມູມ ຖ້າມອງ ໃນມູມລົບກໍ່ຄືວ່າ ມັນກໍ່ອາຈກໍ່ ໃຫ້ເກີດຫນີ້ສີນ ອະໄຣກໍ່ຄຸມເຄືອ ກັນມາ ພໍໄປຫລີ້ນເສັຽ ອະໄຣກໍ່ເອົາຣົຖ ໄປຈຳ ເກີດຄວາມວຸ້ນວາຍ ໃນສັງຄົມ."

ທ່ານກ່າວຕໍ່ໄປວ່າ ຜົລປະໂຫຍດ ທາງບວກກໍ່ແມ່ນວ່າ ສຖານທີ່ຫລີ້ນ ການພະນັນ ຈະເປັນການດືງດູດ ນັກທ່ອງທ່ຽວຊາວ ຕ່າງຊາດ ແລະຊ່ອຍຣັຖບານ ໃນການພັທນາ ປະເທດຊາດ ເພາະລູກຄ້າ ໂດຍທົ່ວໄປແລ້ວ ຈະເປັນນັກທ່ອງທ່ຽວ ຊາວຕ່າງຊາດ ຫລາຍກວ່າ. ແຕ່ຖ້າເປັນຄົນລາວ ອາຈບໍ່ເຫມາະສົມ ທ່ານກ່າວເພີ້ມອີກວ່າ:

"ຄວາມຄິດເຫັນສ່ວນຕົວ ເຣື້ອງກາຊີໂນ ກຸ່ມລູກຄ້າຖ້າວ່າ ເປັນລູກຄ້າພາຍ ໃນປະເທດຄົງ ຈະບໍເຫມາະ ຄົນລາວເງີນກໍ່ຄົງ ບໍ່ຫລາຍ ແລະໃນຣະບຽບ ຂອງກາຊີໂນ ເຂົາກໍ່ຕ້ອງຖື ເງີນໄປຫລາຍ ຖ້າເງີນຫນ້ອຍເຂົາ ກໍ່ບໍ່ໃຫ້ເຂົ້າ ສ່ວນມາກຄົນລາວ ກໍ່ມີເງີນຫນ້ອຍ ກໍ່ບໍ່ຄ່ອຍໄດ້ ເຂົ້າໄປຫລີ້ນ."

ປັດຈຸບັນນີ້ທີ່ ສປປລາວ ມີບ່ອນຫລີ້ນກາຊີໂນ ຣະດັບມາຕຖານ ສາກົນ ໃນຫລາຍແຫ່ງດັ່ງທີ່ ເມືອງບໍ່ເຕັນ ແຂວງຫລວງນ້ຳທາ, ເມືອງຕົນເຜິ້ງທີ່ ແຂວງບໍ່ແກ້ວ, ເມືອງໄກສອນ ພົມວິຫານ ສວັນເວກາສ ທີ່ແຂວງ ສວັນນະເຂດ ແລະ ທີ່ພູເຂົາຄວາຍ ເມືອງທຸລະຄົມ ທີ່ແຂວງວຽງຈັນ ແຕ່ບັນຫາມີ ຢູ່ວ່າ ທາງການລາວຈະ ສາມາດຄວບຄຸມ ກີຈການກາຊີໂນ ໃນເຂດ ເສຖາກິດພິເສດ ເຫລົ່ານີ້ ໄດ້ຫນ້ອຍຫລາຍ ປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.