ເຂດເສຖກິດພິເສດ ເມືອງບໍ່ເຕັນ ຂື້ນກັບ ທາງການລາວ
2009.10.05
ສຖານທີ່ແຫ່ງນີ້ແມ່ນສ່ວນນື່ງຂອງເຂດເສຖກິດພິເສດ
ການປົກຄອງ ໃນເຂດເມືອງບໍ່ເຕັນ ແຂວງຫລວງນ້ຳທາ ທີ່ມີປະຊາຊົນ ລາວຫລາຍຄົນ ເຂົ້າໃຈວ່າ ມີອິດທິພົນຈີນ ຄອບຄອງ ແຕ່ຕາມຄວາມຈິງແລ້ວ ຈີນພຽງແຕ່ໄດ້ ສັມປະທານ ພາກສ່ວນນຶ່ງຂອງ ເສຖກິດພິເສດ ເທົ່ານັ້ນ. ນອກຈາກນີ້ ໃນເຂດເສຖກິດພິເສດ ດັ່ງກ່າວຍັງມີ ຂໍ້ຕົກລົງລະຫວ່າງ ລາວ-ຈີນ ໃຫ້ມີການ ພັທນາເຂດ ຊົນນະບົດ ໃຫ້ເປັນເຂດ ທີ່ມີຄວາມ ຈະເຣີນຫລາຍຂື້ນ.
ດັ່ງເຈົ້າໜ້າທີ່ ຜູ້ນຶ່ງ ຈາກຫ້ອງການ ວັທນະທັມແລະສັງຄົມ ໄດ້ເວົ້າວ່າ:
"ເຂດເສຖກິດພິເສດ ເປັນເຂດກັນດານ ໃນຊົນນະບົດ ເຮັດໃຫ້ເປັນໂຕເມືອງ ເພື່ອຈະໄດ້ຮັບ ການພັທນາໂຄງຮ່າງ ບໍ່ໄດ້ຂື້ນ ກັບຈີນ ສ່ວນຫລາຍ, ປະຊາຊົນ ບໍ່ໄດ້ຂື້ນກັບຈີນ ຈະຂື້ນກັບລາວ ຖ້າເປັນຊົນເຜົ່າ ຂອງລາວ."
ນອກຈາກນີ້ ນາງຍັງເວົ້າວ່າ ໃນພື້ນທີ່ ເສຖກິດພິເສດ ນັ້ນ ຣັຖບານລາວ ໄດ້ໃຫ້ຈີນ ສັມປະທານຕາມ ຂໍ້ຕົກລົງ ລະຫວ່າງ2ປະເທດ ໂດຍໃຫ້ພັທນາເຂດ ດັ່ງກ່າວໃຫ້ ເປັນເຂດທີ່ມີ ເສຖກິດທີ່ດີຂື້ນ ແລະ ໃຫ້ປະຊາຊົນ ລາວ ໃນເຂດນັ້ນມີ ວຽກເຮັດການທຳ ແລະຢູ່ພາຍໃຕ້ ການປົກຄອງ ຂອງລາວ ມີແຕ່ເຂດ ສັມປະທານນັ້ນ ທີ່ຈີນ ມີເຈົ້າໜ້າທີ່ ຄວບຄຸມເອງ ເພື່ອຮັກສາ ຜົນປະໂຫຍດ ຂອງຂະເຈົ້າ, ປະຊາຊົນເຜົ່າ ລາວກໍຂື້ນຢູ່ ກັບລາວ.
ແຕ່ທ້າວຄຳຈັນ ປະຊາຊົນຈາກ ແຂວງພາກເໜືອ ໄດ້ເວົ້າກ່ຽວກັບ ຄົນລາວສ່ວນຫລາຍ ທີ່ເຮັດການໃນ ເຂດເສຖກິດພິເສດ ບໍ່ເຕັນວ່າ ຄົນລາວສ່ວນຫລາຍ ເຮັດວຽກເປັນຄົນ ຮັກສາ ຄວາມສະອາດ ແລະ ເຮັດວຽກດ້ອຍຄ່າ ແລະກໍມີແຕ່ ຈຳນວນໜ້ອຍດຽວ ສ່ວນໜ້າທີ່ ຕຳແໜ່ງອື່ນໆ ກໍມີແຕ່ຄົນຈີນ ເຂົ້າມາເຮັດ ນອກຈາກນີ້ການ ບໍຣິການຕ່າງໆ ຍັງໃຊ້ພາສາຈີນ ເປັນຫລັກເຮັດໃຫ້ ຄົນລາວໝົດໂອກາດ ທີ່ຈະຫາວຽກ ເຮັດໃນເຂດ ເສຖກິດພິເສດ ດັ່ງກ່າວໄດ້.
ເມື່ອສັປດາທີ່ຜ່ານມາ ທາງການລາວກໍວ່າ ຈະຮ່າງດຳຣັດ ເພື່ອປົກຄອງ ເຂດເສຖກິດພິເສດ ບໍ່ເຕັນ ແລະບໍ່ແກ້ວ ໃນເມືອງຕົ້ນເຜິ້ງ ເພາະວ່າ ເຂດເສຖກິດພິເສດ ສອງແຫ່ງນີ້ຍັງ ບໍ່ທັນມີ ລະບົບການ ປົກຄອງ ແລະຄຸ້ມຄອງ ຂອງລາວເທື່ອ.









