ແຂວງຄໍາມວ່ນຖືເປັນແຂວງນຶ່ງທີ່ມີທ່າແຮງດ້ານການບໍຣິການ ແລະການທ່ອງທ່ຽວ ເພາະຖືວ່າຕັ້ງຢູ່ໃນເຂດທີ່ມີການເດີນທາງຜ່ານໄປມາບໍ່ວ່າຈະເປັນການໃຊ້ ເສັ້ນທາງເລກ 13, ຈາກພາກເໜືອຫາພາກໃຕ້ຂອງປະເທດ, ຮວມໄປເຖິງການໃຊ້ທາງເລກ 12, ຈາກໄທຫາ ວຽດນາມ, ຊຶ່ງສົ່ງຜົນດີຕໍ່ການທ່ອງທ່ຽວ ໃນແຂວງ ດັ່ງກ່າວພໍສົມຄວນ. ທ່ານປັນຍາຈັນທະລາດ, ຮອງຫົວໜ້າຜແນກ ທ່ອງທ່ຽວ ແຂວງຄໍາມວນ, ຊີ້ແຈງວ່າ:
" ການທ່ອງທ່ຽວ ມີ ທ່າ ອຽງ ຂຍາຍ ໂຕ ເພາະວ່າ ເຫັ ນ ໄດ້ ຈາກ ໂຕ ເລກ ນັກ ທ່ອງ ທ່ຽວ ທີ່ ເຂົ້າ ມາ ປັດຈຸບັນ ພວ ກ ເຮົາ ກໍາລັງ ຍົກຣະດັບ ມາຕຖານ ທຸຣະກິດ ການ ບໍຣິການ ຫລາຍໆ ພາກສ່ວນ ກໍ ໄດ້ ຊ່ອຍ ກັນ ພັທນາ ແຕ່ລະ ໂຊນ ."
ຕັ້ງແຕ່ ເດືອນມົກກະຣາ ຫາ ເດືອນມິຖຸນາມີນັກທ່ອງທ່ຽວຜ່ານໄປ-ມາ ແຂວງຄໍາມ່ວນຫລາຍກ່ວາ 83,000 ຄົນ ແລະຊ່ອຍນໍາຣາຍໄດ້ ໃຫ້ແກ່ ແຂວງດັ່ງກ່າວບໍ່ຕໍ່າກ່ວາ 5.5 ລ້ານດອນລາສະຫະຣັດ, ຊຶ່ງຖືວ່າຫລາຍກ່ວາ ໃນລະຍະດຽວກັນຂອງປີກາຍນີ້. ທັ້ງນີ້ ເນື່ອງຈາກວ່າການເອົາໃຈໃສ່ພັທນາການທ່ອງທ່ຽວ, ເປັນຕົ້ນ, ການໂຄສນາປະຊາສັມພັນ, ການລົງທຶນພັທນາ ແຫລ່ງທ່ອງທ່ຽວທາງທັມມະຊາດ ແລະວັທນະທັມຕາມສະຖານທີ່ຕ່າງໆ, ການຂຍາຍ ແລະການຍົກຣະດັບບັນດາໂຮງແຮມ ເຮືອນພັກ, ຮ້ານອາຫານ ແລະ ແຫລ່ງບັນເທີງຕ່າງໆ, ຮວມໄປເຖິງການຊຸກຍູ້ການຜລິດສິນຄ້າ ໃນທ້ອງຖິ່ນ ໃຫ້ກາຍເປັນຂອງຝາກທີ່ຣະລຶ ກຕ່າງໆ ແລະທີ່ສໍາຄັນທີ່ສຸດຄືການພະຍາຍາມຂຍາຍ ໂຄງຮ່າງ ພື້ນຖານ ໃຫສະດວກທົ່ວເຖິງກັນ ດີຂຶ້ນ. ດັ່ງທ່ານປັນຍາກ່າວຕໍ່ໄປວ່າ:
" ຄັ້ນ ວ່າ ພື້ນຖານ ໂຄ່ງ ຮ່າງ ຂອງ ພວກ ເຮົາ ຫາກ ໄປ ຮອດ ໄປ ເຖິງ ຂຶ້ນ ການ ເດີນທາງ ແມ່ນ ຫຍັງ ມັນ ກໍ ງ່າຍ , ນັກ ທ່ອງ ທ່ຽວ ກໍ ໄປ ຫລາຍ ແບບ ນີ້ , ໂຕ ຢ່າງ ຄື ກອງ ລໍ , ເຮົາ ຍັງ ຕິດ ຢູ່ ເຣື້ອ ງ ເສັ້ນທາງ ຢ່າງ ດຽວ ເພາະວ່າ ໄຟຟ້າ ກໍ ມີ ແລ້ວ , ຣະບົບ ສື່ສານ ກໍ ມີ ແລ້ວ ."
ຖໍ້າຫີນກອງລໍ, ຂຸນນໍ້າກອງແລ, ພຣະທາດສີໂຄດຕະບອງ, ເຂື່ອນນໍ້າເທີນ 2 ແລະອື່ນໆຖືເປັນເຂດບໍຣິການດ້ານການທ່ອງທ່ຽວທີ່ສໍາຄັນຂອງແຂວງຄໍາມ່ວນ, ແຕ່ຕ້ອງການ ການລົງທຶນ ເພື່ອພັທນາ ແລະປົກປັກຮັກສາສະຖານທີ່ດັ່ງກ່າວ ແລະຝຶກອົບຮົມຊາວບ້ານ ແລະ ເຈົ້າໜ້າທີ່ຄຽງຄູ່ກັນໄປ ເພື່ອຈະເຮັດໃຫ້ຂແນງການທ່ອງທ່ຽວກາຍເປັນ ແຫລ່ງສ້າງຣາຍໄດ້ອີກທາງນຶ່ງຢ່າງຍືນຍົງ ໃນອະນາຄົດ ແກ່ແຂວງດັ່ງກ່າວ.
