ຫລວງພຣະບາງ ຕຽມຕ້ອນຮັບ ປີໃໝ່

ຫລວງພຣະບາງ ຄາດຫວັງວ່າ ຈະມີແຂກຄົນ ເດີນທາງເຂົ້າມາ ທ່ຽວພາຍໃນແຂວງ ບໍ່ຕໍ່າກວ່າແສນຄົນ ໃນຣະຫວ່າງ ການສລອງ ບູນປີໃໝ່ລາວ
ມະນີຈັນ
2009.04.09
F-Newyear ຊາວເມືອງຫລວງພຣະບາງໃນວັນປີໃໝ່ທີ່ຜ່ານມາ
Photo: RFA

ຫລວງພຣະບາງ ເມືອງມໍຣະດົກໂລກ ແຫ່ງທໍາອິດຂອງລາວ ຢູ່ຣະຫວ່າງການ ຫ້າງຫາກະກຽມ ກິຈກັມຕ່າງໆ ຢ່າງຂຸ້ນຂ້ຽວເພື່ອ ງານບູນປີໃໝ່ ລາວຊຶ່ງພິທີ ທາງການ ຈະເລີ່ມຂຶ້ນແຕ່ ວັນທີ 14 ໄປຈົນຮອດ ວັນທີ 17 ເມສານີ້ໂດຍ ມີທັງການ ພະຍາຍາມ ຟື້ນຟູວັທນະທັມ ເກົ່າແກ່ດັ່ງເດີມ ຂອງຊາວເມືອງ ຫລວງພຣະບາງ ຕາມຄໍາເວົ້າ ຂອງຮອງຫົວໜ້າ ມໍຣະດົກໂລກ ຫລວງພຣະບາງ ແລະຮັບຜິດຊອບ ວຽກງານ ວັທນະທັມແຂວງ:

ເປັນຕົ້ນວ່າສ້າງ ເຮືອນເກີຍສິ່ງໃດ ທີ່ວ່າບ້ານເມືອງ ເພິ່ນເຄີຍມີມາ ແຕ່ດຶກດໍາບັນ ພວກເຮົາກໍ ພະຍາຍາມ ຟື້ນຟູໃຫ້ມັນ ເຂົ້າຢູ່ໃນຂບວນ ການວັນຂຶ້ນປີໃໝ່.  

ກິຈກັມທັງໝົດ ໃນຊ່ວງບຸນປີໃໝ່ ນີ້ຈະເນັ້ນໃສ່ ເລື່ອງການທ່ອງທ່ຽວ ແລະທັງສົ່ງເສີມ ຜລິຕພັນ ຫັຖກັມສີມື ຈັກສານປຸງແຕ່ງ ຕ່າງໆຂອງຊາວເມືອງ ຫລວງພຣະບາງ ເພື່ອໃຫ້ແຂກຄົນ ທີ່ເຂົ້າມາທ່ຽວ ໄດ້ເບີ່ງໄດ້ຊົມ ໃນງານສແດງ ສີນຄ້າ ຫລືຕລາດນັດ ທີ່ເດີ່ນ ພຣະທາດຫລວງ ໃນຕົວເມືອງ ຫລວງພຣະບາງ  ຊຶ່ງເລີ່ມມາແຕ່ ທີ 3 ເມສາ.

ສໍາລັບນັກທ່ອງທ່ຽວ ທີ່ຄາດວ່າຈະ ເຂົ້າມາທ່ຽວ ຫລວງພຣະບາງ ໃນຍາມບຸນປີໃໝ່ ປີນີ້ ທ່ານ ບຸນຄົງ ຄຸດທ້າວ ບອກວ່າກະຕວງ ໄດ້ຍາກຍ້ອນ ສພາບລວມ ທາງດ້ານເສຖກິດ ການເງິນຄ່າຄອງຊີບ ທີ່ຝືດເຄືອງຊຶ່ງ ຊາວໂລກທົ່ວໄປ ກໍາລັງປະເຊີນຢູ່:

ຄືຮູ້ນໍາກັນ ແຕ່ສູ່ປີນີ້ ນັກທ່ອງທ່ຽວຈະ ມາຫລາຍທີ່ສຸດ ແຕ່ປີນີ້ກໍຈະ ຍາກແຕ່ກໍກະວ່າ ອາດຈະມີບໍ່ຕໍ່າ ກວ່າແສນຄົນທີ່ ອາດຈະເຂົ້າມາ ໃນຊ່ວງບູນປີໃໝ່ ແຕ່ 1 ເມສາ ໄປຮອດທ້າຍເດືອນ.

ແຕ່ເຖິງແນວໃດ ມາຮອດເວລານີ້ ກໍປາກົດວ່າ ໂຮງແຮມບ້ານພັກ ມີການຈອງໄວ້ ເຕັມໝົດຢູ່ແຕ່ ໃນຕົວຈິງຈະ ເປັນແນວໃດນັ້ນ ກໍຍັງບໍ່ແນ່ໃຈ ທ່ານ ບຸນຄົງ ຄຸດທ້າວ ກ່າວ. ຕລອດປີ 2008 ຜ່ານມາມີນັກ ທ່ອງທ່ຽວເຂົ້າມາ ທ່ຽວຫລວງພຣະບາງ ທັງໝົດ 4 ແສນກວ່າຄົນ ສ້າງຣາຍໄດ້ໃຫ້ ແຂວງຫລາຍເຖິງ 88 ລ້ານໂດລາ ສະຫະຣັດ ອັນນັບທັງໃນ ຊ່ວງບຸນປີໃໝ່ ຊຶ່ງຖືເປັນຊ່ວງ ເດືອນທີ່ມີນັກ ທ່ອງທ່ຽວເຂົ້າມາ ທ່ຽວຫລາຍທີ່ສຸດ ນັ້ນນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.