ເອກອັຄຣາຊທູຕໄທ ສເນີພັທນາເສັ້ນທາງຮ່ວມ

ເອກອັຄຣາຊທູຕໄທ ສເນີໃຫ້ ລາວ ໄທ ແລະວຽດນາມ ພັທນາເສັ້ນທາງ ທ່ອງທ່ຽວ ທັມມະຊາດ ຮ່ວມກັນ.
ໂພໄຊສວັດ
2010.09.02

ການພັທນາ ເສັ້ນທາງ ທ່ອງທ່ຽວ ທັມມະຊາດ ຮ່ວມກັນນັ້ນ ຈະໃຊ້ເສັ້ນທາງ ເລກທີ 8 ແລະ 12 ຊຶ່ງເຊື່ອມຕໍ່ ທັງສາມ ປະເທດ. ທ່ານວິທະວັດ ສຣີວິຫົກ ເອກອັຄຣາຊທູຕໄທ ປະຈຳລາວ ກ່າວວ່າ ໄທ ຈະສເນີໃຫ້ ລາວ ແລະ ວຽດນາມ ພັທນາເສັ້ນທາງ ທ່ອງທ່ຽວ ທັມມະຊາດ ຮ່ວມກັນ ຊຶ່ງເສັ້ນທາງ ດັ່ງກ່າວ ມີທາງເຂົ້າໄປ ເຖິງສະຖານທີ່ ທ່ອງທ່ຽວ ຊຶ່ງປະກອບ ດ້ວຍ ຖ້ຳ ນ້ຳຕົກ ແລະ ທັມມະຊາດ ທີ່ສາມາດ ດຶງດູດ ຫລາຍຢ່າງ.

ລາວເປັນປະເທດ ສູນກາງ ທີ່ສາມາດ ເຊື່ອມຕໍ່ 4 ປະເທດ ໄດ້ໂດຍມີ ໄທ, ພະມ່າ, ຈີນແລະວຽດນາມ. ທ່ານວ່າ ການເດີນທາງ ຜ່ານລາວເປັນ ຫົນທາງ ທີ່ສັ້ນທີ່ສຸດ. ທ່ານບອກກັບ ໜັງສືພິມ ບາງກອກໂປສຕ ວ່າ ນັກທ່ອງທ່ຽວ 2 ລ້ານຄົນ ທີ່ເຂົ້າມາລາວ ປີກາຍນີ້ 1 ລ້ານ 3 ແສນຄົນແມ່ນ ຄົນໄທ. ທ່ານວິທະວັດ ໄດ້ຮຽກຮ້ອງ ໃຫ້ປະເທດ ພູມີພາກ ແມ່ນ້ຳຂອງ ຮ່ວມມືກັນ ພັທນາ ອຸດສາຫະກັມ ການທ່ອງທ່ຽວ ຢ່າງຈິງຈັງ ຊຶ່ງທ່ານເຊື່ອວ່າ ການສົ່ງເສີມ ການທ່ອງທ່ຽວ ຈະຫລຸດຜ່ອນ ຄວາມທຸກຍາກໄດ້. ນອກຈາກນັ້ນ ທ່ານຍັງເຫັນວ່າ ມີບໍ່ຫລາຍ ປະເທດ ໃນໂລກທີ່ ຮ່ວມມືກັນ ສົ່ງເສີມການ ທ່ອງທ່ຽວ ໃນພູມີພາກ ມີແຕ່ບາງ ປະເທດໃນ ຢູໂຣບ ແລະ ປະເທດ ໃນເຂດ ເກາະປາຊີຝິກ.

ທ່ານວິທະວັດ ກ່າວດ້ວຍຄວາມ ຫວັງວ່າເມື່ອ ຂົວມິຕພາບ ລາວ-ໄທ ແຫ່ງທີ 3 ເລີ້ມເປີດໃຊ້ ໃນເດືອນ ພຶສຈິກາ 2011 ທີ່ເຊື່ອມຕໍ່ ແຂວງນະຄອນ ພະນົມໃນໄທ ກັບແຂວງ ຄຳມ່ວນ ໃນລາວ ຈະສ້າງຄວາມ ສະດວກ ໃຫ້ການ ທ່ອງທ່ຽວ ແລະການຄ້າ ຕາມສາຍທາງນີ້ ຫລາຍເພີ້ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.