ສາຍການບິນລາວ ຊື້ຍົນຈາກຣັດເຊັຍ

ບໍຣິສັດ ການບິນ ເອກກະຊົນ ລາວ ສັ່ງຊື້ເຄື່ອງບິນ ໄອພົ່ນ ສາມລໍາ ຈາກຣັຖເຊັຍ.
ໂພໄຊສວັດ
2010.05.26

ໃນຂະນະທີ່ ບໍຣິສັດ ການບິນແຫ່ງຊາດ ລາວແອລາຍ ເລືອກໃຊ້ເຄື່ອງບິນ ທີ່ຜລິດໃນຈີນ ແລະ ຝຣັ່ງເສດ, ສ່ວນບໍຣິສັດ ສາຍການບິນ ເອກກະຊົນແຫ່ງ ທຳອິດ ຂອງ ປະເທດ "ພົງສວັນແອລາຍ" ສັ່ງຊື້ເຄື່ອງບິນ ໄອພົ່ນ ທີ່ສ້າງໃນ ຣັຖເຊັຍສາມລຳ.

ການຕົກລົງເຊັນ ສັນຍາສັ່ງຊື້ ເຄື່ອງບິນໄອພົ່ນ ສາມລຳມີຂື້ນ ຢູ່ນະຄອນຫລວງ ວຽງຈັນ ໃນມື້ວັນທີ 18 ພຶສພາ 2010 ລະຫວ່າງ ຜູ້ຕາງໜ້າ ບໍຣິສັດ ພົງສວັນ ແອລາຍ ຈຳກັດ ກັບ ປະທານບໍຣິສັດ ຊູຄອຍເດີນອາກາດ ຈາກຣັດເຊັຍ ແລະເຈົ້າໜ້າທີ່ ກົມການບິນ ພົລເຮືອນ ເຂົ້າຮ່ວມເປັນສັກຂີ ພະຍານ ຢ່າງຫລວງຫລາຍ.

ໜັງສືພິມ ປະຊາຊົນ ເປີດເຜີຍວ່າ ເຄື່ອງບິນ ທັງສາມລຳ ເປັນເຄື່ອງບິນ ຊູຄອຍ Superjet ຂນາດ 98 ບ່ອນນັ່ງ. ແຕ່ໜັງສືພິມ ຈາກສູນກາງ ປະຊາຊົນ ປະຕິວັດ ລາວ ເປີດເຜີຍວ່າ ເຄື່ອງບິນ ຊູຄອຍ Superjet 100-110 ຫລື SSJ-100-110 ນີ້ເປັນລຸ້ນທີສອງ ທີ່ຜລິດອອກ ມາປ້ອນຕລາດ.

ເຖິງຢ່າງໃດກໍຕາມ ຣາຄາ ໃນການຊື້ຂາຍ ເຄື່ອງບິນດັ່ງກ່າວ ບໍ່ໄດ້ຖືກເປີດເຜີຍ ຜູ້ບໍຣິຫານໃໝ່ ຂອງສາຍການບິນ ພຽງແຕ່ວ່າ ຜູ້ຜລິດໃນຣັຖເຊັຍ ຈະສົ່ງມອບ ເຄື່ອງບິນ ທັງສາມລຳໃຫ້ ພາຍໃນປີ 2012 ຊຶ່ງເປັນປີທີ່ ຈະເລີ້ມໃຫ້ ບໍຣິການ.

ບໍຣິສັດ ເອກກະຊົນ ພົງສວັນແອລາຍ ຈຳກັດ ເປັນເຄືອຂ່າຍ ດຽວກັນກັບ ທະນາຄານ ເອກກະຊົນ ແຫ່ງທຳອິດຂອງລາວ ຄືທະນາຄານ ພົງສວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.