ສາຍການບິນລາວ ໄປໄທຕາມເດີມ

ສາຍການບິນ Lao Airlines ຈະໃຫ້ມີຖ້ຽວບິນ ໄປປະເທດໄທ ຕາມປົກກະຕິ. ຕາມຣາຍງານຂ່າວ ຊິນຮົວ ຂອງທາງການຈີນ.

ທ່ານ ສິດທິເດດ ດວງສິດທິ ຜູ້ອໍານວຍການ ຝ່າຍການຕລາດ ຂອງບໍຣິສັດ ການບິນລາວ ເວົ້າວ່າ ເຫດຄວາມວຸ້ນວາຍ ທາງການເມືອງ ທີ່ກໍາລັງເກີດຂຶ້ນ ຢູ່ໃນປະເທດ ໄທ ຂະນະນີ້ ຈະບໍ່ສົ່ງຜົນ ກະທົບຕໍ່ ຖ້ຽວບິນໄປຍັງ ບາງກອກ ຂອງສາຍການບິນ Lao Airlines ແຕ່ຢ່າງໃດ ໃນເມື່ອຈໍານວນ ຜູ້ໂດຍສານ ບໍ່ຫລຸດລົງ ນັບຕັ້ງແຕ່ເລີ່ມ ມີການປະທ້ວງ ຢູ່ບາງກອກ ເມື່ອວັນສຸກ ທີ່ແລ້ວມາ.   

ທາງດ້ານ ຮອງຜູ້ອໍານວຍການ ຝ່າຍການຕລາດ ສຸລະສັກ ສຸວັນນະສີ ກໍກ່າວວ່າ  ບໍຣິສັດ ສາຍການບິນລາວ ຄາດການວ່າ ຈໍານວນ ຜູ້ໂດຍສານ ຍັງຈະເພີ່ມຂຶ້ນອີກ ໃນປີ 2010 ນີ້  ໂດຍບໍ່ມີການ ກະທົບກະເທືອນ ໃດໆຍ້ອນເຫດການ ທີ່ເກີດຂຶ້ນຢູ່ ໄທນັ້ນ.

ໃນລະຍະ 2 ປີຜ່ານມາ ສາຍການບິນ Lao Airlines ປະເຊີນກັບບັນຫາ ຜູ້ໂດຍສານ ຫລຸດໜ້ອຍລົງ ຢ່າງຍິ່ງ ຍ້ອນການຍົກເລີກ ຖ້ຽວບິນ ຊຶ່ງສືບເນື່ອງ ມາຈາກ ການປະທ້ວງ ຕໍ່ຕ້ານຣັຖບານໃນໄທ ແລະ ເສຖກິດໂລກ ຕົກຕໍ່າ.

Lao Airlines ມີຜູ້ໃຊ້ບໍຣິການ ໂດຍສານເພີ່ມຂຶ້ນ 16 ສ່ວນຮ້ອຍ ປີຕໍ່ປີ  ໂດຍມີຮອດ 47 ພັນຄົນ ມາຮອດເດືອນ ມົກກະຣາ ປີ 2010 ນີ້ -ຕາມຄໍາເວົ້າຂອງທ່ານ ສຸລະສັກ ສຸວັນນະສີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org