ລາວ ຈະຍົກເວັ້ນຄ່າວິຊ໋າ ຫລາຍປະເທດ

ທາງກາຣລາວ ມີແຜນຍົກເວັ້ນ ກາຣເສັຽຄ່າວິຊ໋າ ໃຫ້ແກ່ຫລາຍ ປະເທສ ເພື່ອດຶງດູດ ນັກທ່ອງທ່ຽວ ເຂົ້າເມືອງລາວ ໃຫ້ມີຫລາຍຂຶ້ນ.
ຫວາດ ສີມູນ
2010.02.05

ໃນຣະຫວ່າງ ສິບກວ່າປີ ຜ່ານມານີ້ ທາງກາຣ ສປປລາວ ມີກາຣເປີດກວ້າງ ຫລາຍກວ່າເກົ່າ ເພື່ອໃຫ້ມີ ນັກທ່ອງທ່ຽວ ເຂົ້າເມືອງລາວ ຫລາຍເພີ່ມຂຶ້ນ ດ້ວຍກາຣເປີດ ດ່ານຊາຍແດນ ສາກົລ ແລະຍົກຣະດັບ ສນາມບິນຫລາຍແຫ່ງ ໃຫ້ເປັນສນາມບິນ ນາໆຊາຕ  ແລະກົດຣະບຽບ ຂອງກາຣ ຂໍອະນຸຍາຕ ຜ່ານແດນ ຫລືວິຊ໋າ ເຂົ້າເມືອງ  ລາວ ກໍມີກາຣ ປັບປຸງ ເປັນກາຣສ້າງ ຄວາມສະດວກ ຫລາຍຂຶ້ນຕື່ມ.

ກາຣປັບປຸງດັ່ງກ່າວ ເຮັດໃຫ້ກາຣເດີນ ທາງຂອງນັກທ່ອງທ່ຽວ ທີ່ຜ່ານ ປະເທສໄທຽ ເຂົ້າລາວ ໃນບາງດ່ານໃຊ້ ເວລາປະມານ 30ນາທີ່ ເທົ່ານັ້ນ ໂດຽຈ່າຍຄ່າ ທຳນຽມ ປະມານ30ດອລລາຣ໌ ສະຫະຣັຖ ກໍພັກເຊົາຢູ່ ເມືອງລາວໄດ້ເຖິງ 15ມື້.

ໃນຂນະດຽວ ກັນນັ້ນ ທາງກາຣລາວ ກໍມີກາຣຍົກເວັ້ນ ກາຣເກັບຄ່າວິຊ໋າ ຂອງນັກທ່ອງທ່ຽວ ຈາກຫລາຍໆ ປະເທສເຊັ່ນ: ຍີ່ປຸ່ນ ເກົາຫລີ Luxemburg, Mongolia, ຣັສເຊັຽແລະ ສວິຕເຊີແລນດ໌ ແລະ ໃນປັຈຈຸບັນ ກໍມີກາຣ ພິຈາຣະນາ ດ້ານກາຣຍົກເວັ້ນ ເສັຽຄ່າວິຊ໋າ ຂອງປະຊາຊົນ ຈາກປະເທສ ອື່ນໆຕື່ມອີກ.

ກ່ຽວກັບເຣື່ອງນີ້ ທ່ານຊຸນ ມະນີວົງ ເຈົ້າໜ້າທີ່ ກ່ຽວຂ້ອງຝ່າຍລາວ ກໍວ່າ ນັກທ່ອງທ່ຽວ ທີ່ເຂົ້າເມືອງລາວ ໃນປີ 2008 ຜ່ານມາ ບໍ່ຕໍ່າກວ່າ 60% ແມ່ນເດີນທາງຈາກ ເຂຕປະເທສ ຢູໂຣປ ສະນັ້ນຈຶ່ງຄາດວ່າ ຄົງຈະມີກາຣ ຍົກເວັ້ນກາຣ ເສັຽຄ່າວິຊ໋າ ໃຫ້ແກ່ນັກທ່ອງທ່ຽວ ຈາກປະເທສຝຣັ່ງ ເຢຣະມັນ ຫລືອັງກິດ ພາຍໃນປີ 2012 ກໍເປັນໄດ້ ຫລືປີ 2013 ເປັນຢ່າງຊ້າ ຊຶ່ງເປັນປີທີ່ ລາວເປັນເຈົ້າພາບ ກອງປະຊຸມ ທ່ອງທ່ຽວອາຊ໊ຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.