ຫຼວງພຣະບາງ ຍັງຈະເປັນເມືອງ ມໍຣະດົກໂລກຕໍ່ໄປ
ເມືອງ ຫຼວງພຣະບາງ ຍັງບໍ່ໄດ້ ຢູ່ໃນລາຍຊື່ ເຂດອັນຕະຣາຍ ຂອງອົງການ UNESCO
-
ສົມເນ
2010-07-27 -
-
-
Your browser doesn’t support HTML5 audio
ກອງປະຊຸມ ມໍຣະດົກ ໂລກ ຄັ້ງທີ 34 ທີ່ປະເທດ ບຣາຊີນ ໄດ້ຈັດ ບັນຊີ ລາຍຊື່ 39 ສະຖານທີ່ ທີ່ອາຈຫຼຸດ ອອກຈາກ ຖານະເປັນ ມໍຣະດົກ ໂລກ ແລະ ປາກົດວ່າ ເມືອງ ຫຼວງພຣະບາງ ບໍ່ຕິດຢູ່ ໃນບັນດາ ລາຍຊື່ນັ້ນ. ຕໍ່ບັນຫານີ້ ພາກສ່ວນ ກ່ຽວຂ້ອງ ຂອງອົງການ UNESCO ປະຈໍາລາວ ກໍຍັງ ເປັນຫ່ວງຢູ່ ຍ້ອນວ່າ ມີການຂຍາຍ ຕົວດ້ານ ພືດຕິກັມ ຢູ່ໃນ ໂຕເມືອງ ເຊັ່ນວ່າ ການປຸກເຕັ້ນ ສໍາລັບ ຂາຍຂອງ ການບໍ່ຮັກສາ ສະພາບ ແວດລ້ອມ ແລະການ ປ່ຽນແປງ ວິຖີການ ດໍາຣົງຊີວິດ ຂອງ ປະຊາຊົນ ເປັນໄປແບບ ຄົນເມືອງໃຫຍ່ ຫລາຍຂື້ນ ອັນເຮັດໃຫ້ ໂສມໜ້າ ເມືອງມໍຣະດົກ ໂລກ ປ່ຽນແປງໄປ ແລະ ອາດເຣັດໃຫ້ ເມືອງ ຫຼວງພຣະບາງ ຫຼຸດພົ້ນ ຈາກຖານະ ເປັນເມືອງ ມໍຣະດົກ ໂລກໄດ້ ດັ່ງເຈົ້າໜ້າທີ່ ອົງການ unesco ປະຈໍາແຂວງ ຫລວງພຣະບາງ ໄດ້ກ່າວ:
"ຄນະກັມມະການ ມໍຣະດົກ ໂລກ ຂັ້ນທ້ອງຖິ່ນ ຫຼວງພຣະບາງ ປະຊຸມ ຮ່ວມກັນ ແລະເພີ່ນ ກໍໄດ້ ຫຍິບຍົກ ຫຼາຍບັນຫາມາ ສົນທະນາກັນ ປືກສາ ຫາລືກັນ ໂດຍສະເພາະ ແມ່ນບັນຫາ ທີ່ວ່າຈະມີ ຜົນກະທົບ. ປັດຈຸບັນ ປະຊາຊົນ ກໍມີການ ປຸກສ້າງຫລາຍ ແລະ ການປຸກສ້າງ ຈໍານວນນື່ງ ບໍ່ປະຕິບັດ ຕາມລະບຽບ ມໍຣະດົກ ອັນຕົວນີ້ ມັນຕ້ອງ ໄດ້ແກ້ໄຂ".
ການປະຊຸມ ຄນະກັມມະການ ມໍຣະດົກ ໂລກ ຄັ້ງທີ 34 ຊື່ງເລີ້ມຂື້ນ ລະຫ່ວາງ ວັນທີ 25 ກໍຣະກະດາ ຫາວັນທີ 3 ສິງຫາ ນອກຈາກ ກວດສອບລາຍຊື່ ສະຖານທີ່ ທີ່ຄວນຖືກ ປັດອອກຈາກ ຖານະ ມໍຣະດົກໂລກ ແລ້ວ ຍັງຈະເວົ້າ ເຖິງບັນຫາ ຂັດແຍ້ງ ຢູ່ໃນພື້ນ ທີ່ສໍາຄັນ ຣະຫ່ວາງ ປາແລັດສະຕາຍ ແລະ ອິສຣາແອລ ພື້ນທີ່ພິພາດ ໂກໂຊໂວ ກັບ ເຊີເບັຽ ແລະ ຂໍ້ພິພາກ ພື້ນທີ່ ຣະຫ່ວາງ ໄທ ກັບ ກໍາພູຊາ.
ພ້ອມນັ້ນ ຈະພິຈາຣະນາ ສະຖານທີ່ ຫຼາຍແຫ່ງ ທີ່ຕຽມເຂົ້າ ເປັນ ມໍຣະດົກ ໂລກ ແຕ່ ທົ່ງໄຫຫີນ ຂອງລາວ ຍັງບໍ່ຖືກ ພິຈາຣະນາ ໃຫ້ເປັນ ສະຖານທີ່ ມໍຣະດົກໂລກ ເທື່ອ ແລະ ຈະພິຈາຣະນາ ຖອນສະຖານທີ່ ມໍຣະດົກ ໂລກ ທີ່ບໍ່ ປະຕິບັດ ຕາມກົດ ຣະບຽບຂອງ unesco ອອກຈາກ ຖານະເປັນ ມໍຣະດົກ.