ຊຽງຂວາງ ພ້ອມສລອງ ປີໃໝ່

ແຂວງຊຽງຂວາງ ຊື່ງຖືວ່າເປັນແຂວງ ທີ່ຕັ້ງຢູ່ເຂດ ສອກຫລີກ ກໍາລັງກະຕຽມ ສລອງເທສການ ປີໃໝ່ລາວ ເໝືນກັບແຂວງອື່ນໆ.
ສົມເນ
2009.04.07
F-Xiengkhuang ທັມຊາຕຊຽງຂວາງ
Photo: RFA

ນອກຈາກການຕຽມ ສລອງພິທີທາງ ດ້ານສາສນາແລ້ວ ຍັງມີການຕຽມ ສລອງຕາມຮີດຄອງ ປະເພນີເພື່ອຄວາມ ມ່ວນຊື່ນຂອງ ປະຊາຊົນອີກ ດ້ວຍດັ່ງທີ່ ທ່ານສີວິໄລ ອຸດົມສຸກ ເຈົ້າໜ້າທີ່ຫ້ອງ ການທ່ອງທ່ຽວ ແຂວງຊຽງຂວາງ ໄດ້ເປີດເຜີຽລາຍ ລະອຽດການສລອງ ປີໃໝ່ລາວຢູ່ ໃນແຂວງລະຫ່ວາງ ວັນທີ 13-17 ເມສານີ້…

ສໍາລັບປີໃໝ່ ລາວຢູ່ໃນແຂວງ ຊຽງຂວາງ ປີນີ້ເນາະເພິ່ນ ຈະປະຊຸມກັນ ໃນໄວໆນີ້ການ ຫ້າງຫາກະກຽມ ບຸນປີໃໝ່ລາວ ຢູ່ໃນແຂວງ ຊຽງຂວາງ. ອັນນື່ງແລ້ວເພິ່ນ ຈະໃຫ້ມີການ ປະກວດ ນາງສັງຂານ. ປັນຫາທີສອງ ຈະມີຊ່ວງເຮືອ ໃນໂອກາດ ບຸນປີໃໝ່ແລ້ວ ປັນຫາທີສາມ ຈະມີຕີກອງຄູ່ ແລ້ວອັນທີສີ່ ຈະມີການແຂ່ງ ບັ້ງໄຟຊື່ງ ຊຽງຂວາງກໍໄດ້ ເຮັດທຸກປີເນາະ.

ແຂວງຊຽງຂວາງ ມີຊື່ລືນາມ ວ່າເປັນສນາມ ສູ້ລົບ ທີ່ຍິ່ງໃຫ່ຽໃນ ປາງສົງຄາມ ເມື່ອສາມສິບປີ ຜ່ານມາ. ແຂວງດັ່ງກ່າວໄດ້ ຮັບຜົນສະທ້ອນ ຢ່າງໜັກຈາກການ ຖິ້ມຣະ ເບີດຂອງສະຫະຣັຖ ໃນປາງສົງຄາມ ແຂວງນີ້ຖືກຈັດ ວ່າເປັນແຂວງທີ່ ທຸກຍາກທີ່ສຸດ ແຂວງນື່ງຂອງລາວ ຍ້ອນເປັນແຂວງທີ່ ຕັ້ງຢູ່ຫ່າງໄກ ສອກຫລີກ ຄວາມຈະເຣີນ ແຕ່ກໍເປັນແຂວງ ທີ່ມີຄວາມສວຍ ງາມທາງທັມຊາດ ປ່າດົງ ໂດຍສະເພາ ຕົ້ນແປກ ແລະທົ່ງໄຫຫີນ ຊື່ງຄາດວ່າຈະ ກາຍເປັນສຖານທີ່ ມູນມໍຣະດົກ ໂລກໃນອານາຄົດ ອັນໄກ້ໆນີ້.

ນັກປະພັນເພງ ຂອງລາວໃນ ຣະບອບອາດີດ ຣາຊອານາຈັກລາວ ໄດ້ປະພັນເພງ ທີ່ມີຊື່ວ່າ ທັມຊາດຊຽງຂວາງ. ຕົກມາ ໃນຣະບອບໃໝ່ ນັກປະພັນເພງ ປະຕິວັດກໍໄດ້ ແຕ່ງເພງໃຫ້ເປັນ ສັນຍາລັກແກ່ ຊຽງຂວາງທີ່ມີ ຊື່ວ່າ ຊຽງຂວາງແດນງາມ.

ການຕຽມສລອງ ບຸນປີໃໝ່ໃນ ແຂວງຊຽງຂວາງ ເຖິງແມ່ນວ່າຈະ ບໍ່ເປັນການສລອງ ທີ່ຍິ່ງໃຫ່ຽຄື ກັນກັບແຂວງອື່ນໆ ແຕ່ກໍເຊື່ອວ່າ ຊາວຊຽງຂວາງ ຈະພາກັນມ່ວນ ຊື່ນແບບສຸດອົກສຸດໃຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.