ກາສີໂນ ຂນາດໃຫຍ່ ຂອງຈີນ ໃນແຜ່ນດິນລາວ ເປີດແລ້ວ
ໂຄງກາຣສ້າງ ກາສີໂນຂນາດໃຫຍ່ ໃນເຂຕເສຖກິຈພິເສດ ສາມຫລ່ຽມຄຳ ທີ່ບໍຣິສັທຈີນ ຮັບສັມປະທານ 75 ປີ ເປີດຂື້ນແລ້ວຢ່າງ ເປັນທາງກາຣ ໃນມື້ວັນພຸດ ວັນທີ9 ກັນຍາ 2009ນີ້.
-
ຫວາດ ສີມູນ
2009-09-10 -
-
-
Your browser doesn’t support HTML5 audio
ໂຮງກາສິໂນ ຂນາດໃຫຍ່ທີ່ ທາງກຸ່ມບໍຣິສັທ “ດອກງີ້ວຄຳຈຳກັດ” ທີ່ນັກລົງທຶນ ຈາກ ສປຈີນ, ໄດ້ເຂົ້າມາສ້າງ ກວ່າ1ປີ ໃນເຂຕພື້ນທີ່ ກວ່າ5ພັນໄຮ່ ໄດ້ສ້າງສຳເຣັຈ ແລະ ຈັດພິທີເປີດ ຢ່າງເປັນທາງກາຣ ໃນມື້ວັນທີ່ 9 ກັນຍາ 2009, ໂດຽມີເຈົ້າໜ້າທີ່ ຜູ້ສຳຄັນຕ່າງໆຂອງ ສປປລາວ ເຂົ້າຮ່ວມໃນພິທີ. ອີງຕາມໜັງສືພີມ ຣາຍວັນ ຜູ້ຈັດກາຣ ຂອງໄທຽ ໃນມື້ວັນພຸດນີ້.
ທາງໜັງສືພີມ ໄດ້ແຈ້ງຢ່າງ ຣະອຽດວ່າ: ໂຮງກາສິໂນ ຍັກໃຫຍ່ ດັ່ງກ່າວ ເປັນສ່ວນໜື່ງ ຂອງໂຄງກາຣເຂຕ ພັທນາເສຖກິຈ ແລະ ກາຣທ່ອງທ່ຽວ ໃນພື້ນທີ່ອາຊ໊ຽນ, ທີ່ມີຄວາມກວ້າງ ທັງໝົດ5,168ກວ່າໄຮ່ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນເຂຕ ສາມຫລ່ຽມຄຳ, ກົງກັນຂ້າມກັບ ບ້ານສົບຮວກ ເມືອງຊຽງແສນ ແຂວງຊຽງຮາຍ ແລະ ຝັ່ງທ່າຂີ້ເຫລັກ ຂອງພະມ້າ, ໂດຽມີກາຣເຊົ່າ ພື້ນທີ່ທັງໝົດ ດັ່ງກ່າວ ຈາກທາງກາຣ ສປປລາວ, ໃນຣະຍະຍາວເຖີງ 75ປີ.
ໜັງສືພີມໄທຽຣາຍວັນ ໄດ້ແຈ້ງເພີ່ມວ່າ, ກາຣກໍ່ສ້າງ ໃນຂັ້ນຕົ້ນນີ້ກໍມີ, ຖນົນຫົນທາງ ອາຄາຣພານິຊ, ໂຮງແຮມຂນາດ 700ຫ້ອງ ແລະບ່ອນຫລີ້ນ ການພະນັນ ແລະອື່ນໆ ທີ່ມີກຳໜົດເປີດ ໃຫ້ບໍຣິກາຣ ຫລັງຈາກ ພິທີເປີດນີ້ ເປັນຕົ້ນໄປ, ແລະວ່າກ່ອນຈະສຳເຣັຈ ໃຫ້ແລ້ວຕາມແຜນ ຂອງຂັ້ນຕົ້ນນັ້ນ, ຈະຕ້ອງໃຊ້ເວລາ ບໍ່ຕໍ່າ ກວ່າ10ປີ, ໃນມູລຄ່າກາຣ ລົງທຶນທັງໝົດ 2,914 ລ້ານບາທ (2ຕື້9ລ້ານ 1ແສນ 4ໝື່ນບາທ) ເພື່ອຈະເຮັດໃຫ້ ເປັນເຂຕເສຖກິຈ ກາຣຄ້າ, ກາຣທ່ອງທ່ຽວ ແລະ ກາຣບໍຣິກາຣອື່ນໆ ແບບຄົບວົງຈອນ, ຕລອດຮອດສນາມ ຕີກອລ໌ຟມາຕຖານ, ເພື່ອດືງດູດໃຫ້ ນັກທ່ອງທ່ຽວເຂົ້າມາ ໃນຣະຫວ່າງ 5,000ຫາ10,000ຄົນ ໃນແຕ່ລະມື້.
ນອກຈາກນັ້ນກໍວ່າ ທາງບໍຣິສັທ ກ່ຽວຂ້ອງດັ່ງກ່າວ, ຍັງມີໂຄງກາຣ ທີ່ຈະສ້າງ “ກະເຊົ໊າ” ຫລື ຕູ້ເລື່ອນໂດຍສານ ລອຍຟ້າ ແລ່ນຕາມເສັ້ນເຫລັກ ເພື່ອຮັບສົ່ງນັກ ທ່ອງທ່ຽວຈາກ ຝັ່ງໄທຽ ເຂົ້າ ສປປລາວ ແລະພະມ້າ ໃນເຂຕບໍຣິເວນ ສາມຫລ່ຽມຄຳ ດັ່ງກ່າວ.