ເຂດທ່ອງທ່ຽວ ພິເສດ ແຂວງຈໍາປາສັກ

ແຂວງຈໍາປາສັກ ຕຽມພັທນາ ເຂດຄອນພະເພັງ ເປັນເຂດພິເສດ ຂອງການທ່ອງທ່ຽວ ແຫ່ງທໍາອິດ ຂອງລາວ.

ຣັຖບານລາວ ເຫັນດີ ໃນການຈັດຕັ້ງ ເຂດຄອນພະເພັງ ມະຫານະທີ ສີ່ພັນດອນ ໃນພື້ນທີ່400 ຕາຕຣາງ ກິໂລແມັຕ ໃຫ້ເປັນແຫລ່ງການ ລົງທຶນ ດ້ານການບໍຣິການ ການທ່ອງທ່ຽວ ແຫ່ງທໍາອິດ ເພື່ອພັທນາ   ເສຖກິດ ແຂວງຈໍາປາສັກ ແລະປະເທດ ໃຫ້ຂຍາຍຕົວ ເພີ່ມຂຶ້ນ.

ທາງຣັຖບານຈະ ປະກາດເປັນເຂດ ພິເສດ ການທ່ອງທ່ຽວ ຢ່າງເປັນທາງການ ພາຍໃນ ປີ2009 ໂດຍຄາດວ່າ ໂຄງການນັ້ນຈະ ເສັດສົມບູນ ແລະ ພ້ອມເປີດໃຫ້ໃຊ້ ບໍຣິການ ໃນປີ2014. ທ່ານຄໍາພົນ ໂຣຈແສງສີ ຫົວໜ້າຫ້ອງການ ທ່ອງທ່ຽວ ແຂວງຈໍາປາສັກ ກ່າວເຖິງຄວາມ ຄືບໜ້າຂອງການລົງທຶນ ໃນຂນະນີ້ວ່າ:

“ລາຍຣະອຽດ ເບື້ອງຕົ້ນນີ້ ປັດຈຸບັນ ກໍາລັງເຮັດ master plan ແລ້ວພັທນາ ຄອນພະເພັງໂດຍມີ ການຈັດສັນ ຮຽບຮ້ອຍແລ້ວ ມີນັກທຸຣະກິດ ຍື່ນເຂົ້າມາ ໂຄງຮ່າງຕ່າງໆ ເປັນຕົ້ນຈາກ Korea ປະເທດເກົາຫລີ ມາພັທນາໃຫ້ ຄອນພະເພັງ ເປັນສນາມກອຟ ແບບຣີສອທ ແບບກາຊີໂນພ້ອມ.”

ເມືອງຄອນພະເພັງ ຮວມກັບເຂດ ສີ່ພັນດອນ ຈະເປັນເຂດພິເສຕ ການທ່ອງທ່ຽວ ແຫ່ງທໍາອິດ ໃນ4ແຂວງພາກໄຕ້ ສ້າງຂຶ້ນ ເພື່ອເຊື່ອມໂຍງ ການທ່ອງທ່ຽວ ໃນອະນຸພາກພື້ນ ແລະຈະມີການ ບໍຣິຫານ ແບບດຽວກັບເຂດ ເສຖກິດສວັນ-ເຊໂນ ໃນແຂວງ ສວັນນະເຂດ ແຕ່ຈະເນັ້ນສະເພາະ ການທ່ອງທ່ຽວ.

ໃນຂນະນີ້ມີ ນັກລົງທຶນຕ່າງ ປະເທດ ໄດ້ຮັບ ອະນຸຍາດ ສັມປະທານ ຈາກຣັຖບານລາວ ເຂົ້າມາສໍາຣວດ ອອກແບບ 3ບໍຣິສັດ ເພື່ອສ້າງໂຮງແຮມ ກາຊີໂນ ສນາມກອຟ ຂນາດມາຕຖານ. ພ້ອມດຽວກັນ ທ່ານຄໍາພົນ ຍັງກ່າວເຖິງ ຜົລກະທົບ ດ້ານສັງຄົມ ວັທນະທັມ ໂດຍເບື້ອງຕົ້ນ ຣັຖບານ ມີຂໍ້ບັງຄັບ ບໍ່ໃຫ້ຄົນລາວ ເຂົ້າໃຊ້ບໍຣິການ ກາຊີໂນ ແລະ ວ່າຜົລກະທົບ ດ້ານສີ່ງແວດລ້ອມ ຈາກໂຄງການ ກໍ່ສ້າງ ສນາມກອຟນັ້ນ ຈະຕ້ອງ ຫາມາຕການຄວບຄຸມ:

“ກ່ຽວກັບ ສນາມກອຟ ຄືເກົາຫລີເຮັດ ກໍຄິດວ່າຈະມີ ຜົລກະທົບໃສ່ຊໍ້າ ເລື່ອງປ່າຕ່າງໆ ນໍ້າຂອງທາດຕ່າງໆ ມັນຈະໄຫລລົງ ນໍ້າຂອງ ກໍໄດ້ເວົ້າກັນ ແລ້ວວ່າ ມາຕການນີ້ ຄືເຮັດກໍເຮັດ ປູກກໍປູກ ແຕ່ຫ່າງຈາກນໍ້າຂອງ 500ແມັຕ ໄດ້ມີການ ບໍາບັດນໍ້າເສັຽຕ່າງໆ ບໍ່ໃຫ້ລົງນໍ້າຂອງ.”

ສ່ວນເລື້ອງການ ໂຍກຍ້າຍບ້ານເຮືອນ ຂອງປະຊາຊົນນັ້ນ ທ່ານຄໍາພົລ ບອກວ່າ ບໍ່ໄດ້ມີຜົລ ກະທົບຫຍັງຫລາຍເພາະສ່ວນໃຫຍ່ ບໍ່ໄດ້ເປັນພື້ນ ທີ່ຢູ່ອາໃສ ຂອງປະຊາຊົນ ແລະປະຊາຊົນ ສ່ວນໃຫຍ່ ກໍເຫັນພ້ອມນໍາ ເພາະຈະຊ່ວຍໃຫ້ ປະຊາຊົນ ມີວຽກງານເຮັດ ຫລາຍຂຶ້ນພ້ອມທັງ ມີຣາຍໄດ້ຈາກ ການຂາຍຜົລຜລິຕ ໃຫ້ນັກທ່ອງທ່ຽວ ຊຶ່ງທ່ານ ກໍຄິດວ່າການ ພັທນາເຂດພິເສຕ ການທ່ອງທ່ຽວ ຄອນພະເພັງ ຈະຊ່ວຍຂຍາຍ ຕລາດການຄ້າ ຊາຍແດນ ລາວ-ກັມພູຊາ ແລະເພີ່ມ ຈໍານວນ ນັກທ່ອງທ່ຽວ ໃນເຂດພາກໄຕ້ ຂອງລາວ ຫລາຍຂຶ້ນນໍາດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org