ຣັຖບານມີດໍາຣັສ ໃນການພັທນາ ເຂດເສຖກິຈພິເສດ

ຣັຖບານລາວອອກດໍາຣັສ ວ່າດ້ວຍການພັທນາ ເຂດເສຖກິຈພິເສດ ສາມຫ່ລຽມຄໍາ ໃນແຂວງບໍ່ແກ້ວ ແລະ ບໍ່ເຕັນ ຢູ່ແຂວງຫລວງນໍ້າທາ.
ສົມເນ
2009.11.30

ຣັຖບານລາວຕົກລົງ ຮັບເອົາດໍາຣັສ ວ່າດ້ວຍການຄຸ້ມຄອງ ເຂດເສຖກິຈພິເສດ ສາມຫ່ລຽມຄໍາ ໃນແຂວງບໍ່ແກ້ວ ແລະ ເຂດເສຖກິຈພິເສດ ບໍ່ເຕັນ ແຂວງຫລວງ ນໍ້າທາ ຊຶ່ງຣັ້ຖບານລາວ ໄດ້ອະນຸມັດໃຫ້ ບໍຮິສັດເອກກະຊົນ ຂອງຈີນສ້າງແລະພັທນາ ແລະໄດ້ເປີດໃຊ້ ຫລາຍເດືອນ ແລະຫລາຍປີມາແລ້ວ.

ເຂດເສຖກິຈພິເສດ ທັງສອງແຫ່ງນີ້ ປະກອບດ້ວຍໂຮງແຮມ ສະຖານທີ່ຫລີ້ນ ການພະນັນແບບ ຄາຊີໂນ ມີທຸຣະກິດ ການບັນເທິງ ຮ້ານຄ້າແບບຄົບວົງຈອນ ເປັນຫລັກ. ໂຄສົກຂອງຣັຖບານລາວ ທ່ານ ໂບວຽງຄໍາ ວົງດາຣາ ກ່າວວ່າ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ແລະ ບໍ່ເຕັນ ເປັນເຂດເສຖກິຈພິເສດ ທີ່ເອກກະຊົນ ລົງທຶນ ເພື່ອຊ່ວຍດຶງດູດເອົາ ການລົງທຶນຈາກ ຕ່າງປະເທດເຂົ້າມາ ໃນລາວ. ດັ່ງນັ້ນການເກັບຄ່າ ລະບຽບການຈາກ ທຸຣະກິຈຕ່າງໆ ຢູ່ໃນເຂດນັ້ນ ຍ່ອມເປັນສິດທິ ຂອງຜູ້ເປັນເຈົ້າຂອງ ໂຄງການພັທນາ.

ໃນດ້ານການປົກຄອງ ເຂດເສຖກິຈສາມຫ່ລຽມຄໍານັ້ນ ສະມາຊິກສະພາ ແຂວງບໍ່ແກ້ວວ່າ ເຖິງແມ່ນວ່າຣັຖບານ ໄດ້ອະນຸມັດໃຫ້ ບໍຣິສັດເອກກະຊົນ ລົງທຶນກໍດີ ຕາມຫລັກການນັ້ນ ດ້ານການປົກຄອງ ເຂດເສຖກິຈ ຕ້ອງຢູ່ພາຍໃຕ້ ກົດໝາຍຂອງລາວ. ໃນດ້ານການຮັກສາ ຄວາມສງົບຄວາມເປັນ ລະບຽບຮຽບຮ້ອຍ ການສົ່ງສິນຄ້າເຂົ້າ ແລະອອກປະເທດ ແລະແຮງງານນັ້ນ ຈະຢູ່ພາຍໃຕ້ການ ຄຸ້ມຄອງຂອງຣັຖບານ.

ລາຍງານການສຶກສາ ຄວາມເປັນໄປໄດ້ ທາງດ້ານເສຖກິຈຂອງ ເຂດເສຖກິຈພິເສດ ນີ້ລະບຸວ່າ ເຈົ້າຂອງໂຄງການພັທນາ ຕ້ອງໃຫ້ບຸຣິມະສິດ ແກ່ຄົນໃນທ້ອງຖິ່ນ ໃນການບັນຈຸເຂົ້າ ເຮັດວຽກຢູ່ໃນເຂດນັ້ນ ແຕ່ວ່າຄວາມທ້າທາຍ ອັນໃຫ່ຽແມ່ນວ່າ ຄົນງານລາວຍັງຂາດ ຝີມືແຮງງານຫລາຍ. ບໍຣິສັດຈໍາເປັນຕ້ອງ ໄດ້ນໍາເຂົ້າແຮງງານ ຈາກຕ່າງປະເທດ ຕາມຄວາມຕ້ອງການ ຂອງປະເພດວຽກງານ. ໃນທາງປະຕິບັດ ໂຕຈິງນັ້ນເທົ່າທີ່ຜ່ານມາ ປະຊາຊົນ ຢູ່ໃນເຂດບໍ່ເຕັນ ກ່າວຂານກັນວ່າ ມັນບໍ່ເປັນໄປ ຕາມຫລັກການ ທີ່ລະບຸໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Nov 30, 2009 06:54 AM

ທ່ານ ໂບວຽງຄໍາ ວົງດາຣາ ?

ທ່ານບໍ່ວຽງຄຳ ວົງດາລາ