ລາວວຽດພະມ້າກໍາພູຊາ ສົ່ງເສີມຈຸດທ່ອງທ່ຽວ

ວຽດນາມ ກໍາພູຊາ ສປປລາວ ແລະ ພະມ້າ ຈະຖືກສົ່ງເສີມ ໃຫ້ເປັນ ຈຸດທ່ອງທ່ຽວ ສາຍດຽວ.
ສົມເນ
2010.10.01

ກົດຟັງສຽງ

ກອງປະຊຸມ ຣັຖມົນຕຣີ ທ່ອງທ່ຽວ ຂອງ 4 ປະເທດ ສປປລາວ ວຽດນາມ ກໍາພູຊາ ແລະ ພະມ້າ ຢູ່ທີ່ ນະຄອນໂຮຈີມິນ ເມື່ອວັນພຣະຫັດ ຜ່ານມານີ້ ຕົກລົງກັນ ສົ່ງເສີມ ໃຫ້ເປັນຈຸດ ທ່ອງທ່ຽວ ສາຍດຽວ ຢູ່ໃນພູມີພາກ. ອົງການທ່ອງທ່ຽວ ຂອງ 4 ປະເທດ ນີ້ປະກາດວ່າ ຈະເລັ່ງລັດການ ແລກປ່ຽນຂໍ້ມູນ ປະສົບປະການ ການທ່ອງທ່ຽວ ການພັທນາ ລາຍການ ການທ່ອງທ່ຽວ ແລະ ການລົງທືນ.

ເຮັດວຽກຮ່ວມກັນ ເພື່ອເຂົ້າຮ່ວມ ເຫດການຫລື ກິຈກັມສໍາຄັນ ດ້ານການທ່ອງທ່ຽວ ຊື່ງແຕ່ລະ ປະເທດຈັດຂື້ນ ຝືກແອບ ພະນັກງານທ່ອງທ່ຽວ ແລະ ໃຫ້ຄວາມສະດວກ ແກ່ນັກທ່ອງທ່ຽວ.

ນອກນັ້ນຍັງໄດ້ ເວົ້າເຖິງການ ຊ່ວຍເຫລືອກັນ ໃນການພັທນາ ສະຖານ ທີ່ທ່ອງທ່ຽວ ປັບປຸງລາຍການ ການທ່ອງທ່ຽວ ການໂຄສະນາ ຂາຍລາຍການ ທ່ອງທ່ຽວ ຕຣອດ ຮອດຊ່ວຍກັນ ໂຄສະນາ ການທ່ອງທ່ຽວ ຂອງແຕ່ລະ ປະເທດ ເພື່ອດຶງດູດ ເອົານັກທ່ອງທ່ຽວ ເຂົ້າມາທ່ຽວ ໃນ 4 ປະເທດ ນີ້ໃຫ້ຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.