ບໍ່ມີເຈົ້າໜ້າທີ່ລາວ ຢູ່ກາຊີໂນບໍ່ແກ້ວ

ບໍ່ມີເຈົ້າໜ້າທີ່ ຮັກສາຄວາມ ປອດພັຍ ຂອງລາວ ໃນເຂດ ກາຊີໂນ ບໍ່ແກ້ວ
ໂພໄຊສວັດ
2010.10.04
F-boten_casino ໂຮງແຮມໃນເຂດກາຊີໂນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
Chintana/RFA

ກົດຟັງສຽງ

ເຈົ້າໜ້າທີ່ ລະດັບສູງ ຈາກຫ້ອງການ ປ້ອງກັນຄວາມສງົບ ຂອງແຂວງບໍ່ແກ້ວ ເປີດເຜີຍວ່າ ໃນເຂດ ກາຊີໂນ ຂອງກຸ່ມດອກງິ້ວຄຳ ຂອງຈີນ ບໍ່ມີ ເຈົ້າໜ້າທີ່ ຮັກສາຄວາມ ສງົບ ຂອງທາງການລາວ ໄປປະຈຳການ ຕາມຄຳອ້າງຂອງ ທາງການລາວເລີຍ. ທີ່ຜ່ານມາ ທາງການລາວ ເຄີຍມີແຜນການ ວ່າຈະຈັດ ກຳລັງຕຳຣວດ ເຂົ້າໄປ ເບິ່ງແຍງ ຮັກສາ ຄວາມປອດພັຍ ແລະ ໃນອະນາຄົດ ກໍມີແຜນການ ວ່າຈະຈັດໃຫ້ ເຈົ້າໜ້າທີ່ລາວ ເຂົ້າໄປ ປະຈຳການ ໃນເຂດ ກາຊີໂນ ດັ່ງກ່າວ ຢ່າງແນ່ນອນ. ຈົນຮອດ ປັດຈຸບັນນີ້ ກໍຍັງບໍ່ມີ ຄວາມຄືບໜ້າ ໃດໆເລີຍ. ດັ່ງເຈົ້າໜ້າທີ່ ຕຳຣວດ ຈາກຫ້ອງການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ເຈົ້າຕົວນີ້ ເຂົາເຈົ້າກໍກຳລັງ ໃຊ້ແຕ່ບໍ່ທັນມີ ຈັກເທື່ອ ບໍ່ທັນມີດອກ ອັນນີ້ກໍບໍ່ທັນມີ ຈັກເທື່ອ ກໍມີແຕ່ຂຶ້ນ ກັບເມືອງຕົ້ນເຜິ້ງ ຫັ້ນແຫລ໋ະ ກໍມີແຕ່ ອ້າຍນ້ອງ ດ່ານທີ່ປະຈຳຢູ່ ເມືອງຕົ້ນເຜິ້ງ ຫັ້ນແຫລ໋ະ".

ທ່ານເວົ້າຕໍ່ໄປວ່າ ຍອມຮັບວ່າ ການຮັກສາ ຄວາມປອດພັຍ ໃນເຂດ ກາຊີໂນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງບໍ່ທັນມີ ເຈົ້າໜ້າທີ່ ຕຳຣວດ ຫລືໜ່ວຍງານ ຮັກສາຄວາມ ປອດພັຍຂອງລາວ ເຂົ້າໄປ ປະຈຳການ ຈັກເທື່ອ. ຫາກເກີດມີ ຄະດີຄວາມ ໃນເຂດດັ່ງກ່າວ ເຈົ້າໜ້າທີ່ຈີນ ທີ່ຮັກສາ ຄວາມປອດພັຍ ກໍຈະພາໂຕ ຜູ້ຕ້ອງຫາ ມາສົ່ງໃຫ້ ຕຳຣວດລາວ ແລະ ຕຳຣວດລາວ ກໍຈະຕິດຕໍ່ ຜ່ານກະຊວງ ການຕ່າງປະເທດ ໃຫ້ສົ່ງໂຕ ຜູ້ຕ້ອງຫາ ກັບໄປປະເທດ ຕົ້ນທາງເທົ່ານັ້ນ. ທ່ານເວົ້າອີກວ່າ:

"ກໍມີ ດົນໆກໍມີ ເທື່ອນຶ່ງ ຄະດີເນາະ ກໍມີຢູ່ຫັ້ນແຫລ໋ະ ສ່ວນຫລາຍກໍມີ ຄະດີສໍ້ໂກງ ກໍມີຄະດີຫລິ້ນ ການພະນັນ ຫລິ້ນການພະນັນ ກໍຖືວ່າ ບໍ່ມີເງິນ ບໍ່ມີເງິນໃຊ້ ຖືວ່າເກີດ ຢູ່ຫັ້ນເນ໋າະ ເຂົາກໍແຈ້ງ ໃຫ້ຕຳຣວດ ເຈົ້າໜ້າທີ່ເຮົາ ໄປເຮັດຊ່ວຍຫັ້ນໜາ".

ຄະດີທີ່ ເກີດຂຶ້ນໃນເຂດ ກາຊີໂນ ຂອງກຸ່ມດອກງິ້ວຄຳ ຂອງຈີນ ສ່ວນຫລາຍຈະເປັນ ປະເພດສໍ້ໂກງ ເສັຍການພະນັນ ແລ້ວບໍ່ມີເງິນຈ່າຍ ຊຶ່ງນັບຕັ້ງແຕ່ ກາຊີໂນ ເປີດ ບໍຣິການ ເປັນທາງການ ກໍບໍ່ມີຄະດີ ຫລາຍພໍປານໃດ ຊຶ່ງອາດເປັນເພາະ ພະນັກງານ ກາຊີໂນ ສາມາດແກ້ໄຂ ບັນຫາໄດ້ເອງ ແຕ່ຫາກມີບັນຫາ ທີ່ບໍ່ສາມາດ ແກ້ໄຂໄດ້ ຈຶ່ງໄດ້ສົ່ງມາ ຂໍຄວາມຊ່ວຍເຫລືອ ຈາກຕຳຣວດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.