ຊາວສວນ ແຂວງຫົວພັນທີ່ປູກເຂົ້າສາລີ ເປັນອາຊີບພວມປະເຊີນ ກັບບັນຫາ ອັນໜັກໜ່ວງຈົນຮັບ ບໍ່ໄດ້ ຍ້ອນລາຄາ ໝາກສາລີ ຫລຸດຕ່ຳລົງ ເລື້ອຍໆ, ໃນປີ 2008 ນີ້ ກໍຫລຸດລົງ ບໍ່ນ້ອຍກວ່າ3 ຄັ້ງແລ້ວ.
ຜແນກ ອຸດສາຫະກຳ-ການຄ້າ ແຂວງຫົວພັນ ເປີດເຜີຍວ່ານັບແຕ່ ທ້າຍປີ 2007 ຫາ ເດືອນມົກກະຣາປີ 2008 ນີ້ຊາວສວນ ໝາກສາລີ ສ່ວນໃຫຍ່ ພາຍໃນແຂວງມີຄວາມພໍໃຈ ນຳລາຍໄດ້ ຂອງຕົນທີ່ຂາຍ ຜົນຜະລິດ ໃຫ້ຊາວວຽດນາມຊຶ່ງເປັນຜູ້ເກັບຊື້ ຄົນກາງ ໃນລາຄາດີສະເລັ່ຽ 1 ພັນ 500 ກີບຕໍ່ກິໂລຈົນເຮັດໃຫ້ພວກເຂົາເຈົ້າ ພາກັນ ຂະຫຍາຍເນື້ອທີ່ ປູກເຂົ້າສາລີ ຢ່າງເປັນຂະບວນຈາກ 14 ພັນເຮັກຕາໃນປີ 2007 ເປັນ 30 ພັນເຮັກຕາໃນປີ 2008 ນີ້.
ແຕ່ຕົກມາເຖິງ ປັດຈຸບັນລາຄາ ຂາຍໝາກສາລີທີ່ພໍ່ຄ້າ ຄົນກາງ ວຽດນາມ ມາຊື້ນັ້ນບໍ່ພຽງ ແຕ່ຈະບໍ່ໄດ້ລາຄາກິໂລ ລະ 1 ພັນ 500 ກີບເທົ່ານັ້ນ ແຕ່ຫາກຍັງ ບໍ່ໄດ້ຮອດກິໂລລະ 1 ພັນກີບ ຕາມທີ່ພໍ່ຄ້າວຽດນາມ ໃຫ້ຄຳໝັ້ນ ສັນຍາ ໃນລາຄາຮັບປະກັນວ່າ ຈະຊື້ ໂດຍອ້າງເຫດຜົນ ວ່າລາຄາ ໝາກສາລີ ໃນຕະຫລາດໂລກ ມີການປ່ຽນແປງ, ສະພາບ ເສດຖະກິດໂລກ ໄດ້ສົ່ງຜົນກະທົບ ໃສ່ອັດຕາແລກປ່ຽນລະຫວ່າງສະກຸນເງິນໂດລາສະຫະຣັດ ແລະ ເງິນດົງວຽດນາມພ້ອມທັງ ລາຄາ ນ້ຳມັນ ກໍຂື້ນໆລົງໆບໍ່ເປັນປົກກະຕິ.
ໃນປີ 2007 ແຂວງຫົວພັນ ໄດ້ສົ່ງໝາກສາລີ ອອກຂາຍປະມານ 78 ພັນຕັນ ແລະ ໃນປີ 2008 ໄດ້ສົ່ງອອກແລ້ວປະມານ 150 ພັນຕັນ. ສຳລັບ ປີ 2009 ທີ່ຈະມາເຖິງ ຖ້າຫາກ ລາຄາໝາກສາລີ ບໍ່ແນ່ນອນ ຄືດັ່ງປັດຈຸບັນນີ້ຊາວສວນ ທີ່ວ່ານັ້ນຢືນຢັນວ່າຈະຫລຸດ ເນື້ອທີ່ ປູກເຂົ້າສາລີ ລົງແລ້ວ ຈະຫັນໄປ ປູກພືດ ຊນິດອື່ນທີ່ຈະໄດ້ ຮັບຜົນປະໂຫຍດ ຫລາຍກວ່າແທນ ເຊັ່ນ: ອ້ອຍຫລື ຕົ້ນໄມ້ອຸດສາຫະກຳຕ່າງໆ.
ປັດຈຸບັນ ແຂວງຫົວພັນ ແລະ ແຂວງອື່ນໆ ຂອງລາວມີຄວາມສ່ຽງຫລາຍ ໃນການຜລິດໜາກສາລີ ເພື່ອສົ່ງອອກ ເພາະວ່າສ່ວນໃຫຍ່ມີຕະຫລາດ ແຫ່ງດຽວຄືວຽດນາມທີ່ໄດ້ສົ່ງໝາກສາລີ ອອກໄປຂາຍ.