ລາວ ບໍ່ຄວນຂຍາຍ ເນື້ອທີ່ປູກຢາງ ພາຣາ

ນັກຊ່ຽວຊານລາວ ວ່າ ບໍ່ຄວນ ຂະຫຍາຍ ເນື້ອທີ່ ປູກຢາງພາຣາ ອອກໄປອີກ, ແຕ່ຣັຖບານ ຍັງມີແຜນ ຂະຫຍາຍ ຕໍ່ເລື້ອຍໆ.

ປັດຈຸບັນນີ້ ໂຄງການ ປູກຕົ້ນຢາງພາຣາ ຍັງສືບຕໍ່ ໄປຢ່າງກ້ວາງຂວາງ ຢູ່ໃນສປປລາວເປັນຕົ້ນ ຢູ່ແຂວງສວັນະເຂດ. ບໍຣິສັດວາຊາສີຣູໂກ ຊື່ງເປັນ ບໍຣິສັດ ປູກຕົ້ນຢາງ ຂະນາດໃຫ່ຽ ຂອງວຽດນາມ ໄດ້ເຂົ້າມາລົງທືນ ໃນມູນຄ່າ ເບື້ອງຕົ້ນ ປະມານ 730 ລ້ານ ໂດລາສະຫະຣັຖ ໂດຍຈະໃຊ້ ເນື້ອທີ່ປູກ 4,900 ເຮັກຕາສ່ວນນື່ງ ຢູ່ໃນເຂດເມືອງພີນແລະ ເມືອງເຊໂປນ ຊື່ງເປັນເມືອງ ຕິດກັບ ຊາຍແດນ ຂອງວຽດນາມ. ການລົງທືນ ມີກໍານົດ 30 ປີ ເທົ້າໆ ກັບອາຍຸ ຂອງຕົ້ນຢາງ, ຕາມລາຍງານ ຈາກນະຄອນຫລວງ ວຽງຈັນ .

ລາຍງານວ່າໃນປີຜ່ານມາແຂວງສວັນະເຂດ ໄດ້ສູນເສັຽ ເນື້ອທີ່ດິນ ຊື່ງເປັນ ປ່າອານຸຣັກ ຈໍານວນຫລາຍ ເຮັກຕາ ຍ້ອນວ່າ ບໍ່ໄດ້ມີການກວດກາສືກສາ ຜົນກະທົບກ່ອນຈະ ອານຸຍາດ ໃຫ້ລົງທືນ. ເຣື້ອງນີ້ ຊາວລາວ ຫລາຍຄົນ ກໍຍັງຂັດຂ້ອງ ຢູ່ວ່າ ເປັນຫຍັງ ຣັຖບານ ຈື່ງຂະຫຍາຍ ການປູກຕົ້ນຢາງ ໃນທົ່ວປະເທດ ຫລາຍແທ້ໆທັ້ງໆທີ່ ເມື່ອເດືອນພືດສະພາ ປີ 2007 ຣັຖບານ ໄດ້ອອກຄໍາສັ່ງ ໃຫ້ຍຸດຕິ ການໃຫ້ສັມປະທານ ທີ່ດິນ ສໍາລັບປູກຕົ້ນໄມ້ ອຸດສະຫະກໍາ ແກ່ບໍຣິສັດ ຕ່າງປະເທດ ເປັນການຊົ່ວຄາວ ຈົນກ່ວາ ຈະມີການສໍາຣວດ ແລະ ສືກສາ ຜົນໄດ້ ແລະ ຜົນເສັຽ ຢ່າງລະອຽດ ເສັຽກ່ອນ.

ທ່ານທອງພັດວົງມະນີຮອງຫົວໜ້າ ກົມປ່າໄມ້ ໄດ້ກ່າວວ່າ ນັບແຕ່ ປີ 2007 ເປັນຕົ້ນມາທາງການ ໄດ້ອານຸຍາດ ໃຫ້ປູກຢາງພາຣາໄດ້ ໃນທີ່ດິນ ທີ່ມີ ປະຣິມານ ໄມ້ຕໍ່າກ່ວາ 30 ແມັດກ້ອນ ລົງມາຕໍ່ນື່ງເຮັກຕາ ເທົ່ານັ້ນ. ຕໍ່ມາ ເມື່ອຕົ້ນເດືອນພືດສະຈີກາ ຜ່ານມານີ້ເອງຣັຖບານ ຍັງໄດ້ອານຸຍາດ ໃຫ້ນັກລົງທືນ ວຽດນາມ ແລະ ໄທເຊົ່າທີ່ດິນ 3,000 ເຮັກຕາ ໃນເຂດເມືອງໂຂງ ແຂວງຈໍາປາສັກ ໃນນັ້ນ ມີເນື້ອທີ່ ປ່າອານຸຣັກປະມານ 300 ເຮັກຕາ.

ເມື່ອບໍ່ດົນມານີ້ ນັກລົງທືນ ຕ່າງປະເທດ ໄດ້ສະແດງ ຄວາມສົນໃຈ ສ້າງໂຄງການ ປູກຕົ້ນ ຢາງພາຣາ ຂນາດໃຫ່ຽອີກ ຢູ່ເຂດພູພຽງ ບໍຣິເວນເມືອງປາກຊ່ອງ. ບໍ່ພໍເທົ່າໃດປີ ຜ່ານມານີ້ການອານຸມັດ ໃຫ້ບໍຣິສັດ ຕ່າງປະເທດ ປູກຕົ້ນຢາງພາຣາ ເພີ້ມຂື້ນ ຢ່າງວ່ອງໄວແລະ ມາເຖິງ ປັດຈຸບັນນີ້ ເນື້ອທີ່ອານຸມັດ ໃຫ້ປູກຕົ້ນຢາງ ພາຣາ ໃນລາວ ໄດ້ມີເຖິງ200,000 ເຮັກຕາຊື່ງນັກຊ່ຽວຊານລາວ ຫລາຍທ່ານ ເຫັນວ່າ ບໍ່ເຫັນ ສົມຄວນ ໃຫ້ຂະຫຍາຍຕື່ມ. ຍັງບໍ່ເທົ່ານັ້ນ ຣັຖບານລາວ ຍັງຈະຂະຫຍາຍ ເນື້ອທີ່ ປູກຕົ້ນຢາງ ພາຣາ ໃຫ້ເຖິງ 300,000 ເຮັກຕາ ຕື່ມອີກ. ນັກຊ່ຽວຊານລາວ ວ່າຣັຖບານ ລາວ ມີນະໂຍບາຍ 3+2 ໃນການສົ່ງເສີມ ປູກຕົ້ນຢາງ ພາຣາ ໃນປະເທດ.

ພາຍ​ໃຕ້ ນະໂຍບາຍນີ້ ນັກລົງທືນ ເປັນຜູ້ສະໜອງ ທືນຮອນເທັກນິກ ແລະ ວິຊາ ການປູກພ້ອມທັງ ເປັນຜູ້ ຫາຕລາດ, ສ່ວນປະຊາຊົນ ເປັນຜູ້ສະໜອງດິນ ແລະ ແຮງງານ. ໃນຄວາມເປັນຈິງແລ້ວຫລາຍໂຄງການໄດ້ດໍາເນີນ ໄປພາຍ​ໃຕ້ ຮູບແບບ 4+1 ໂດຍບັງຄັບ ໃຫ້ປະຊາຊົນ ຂາຍທີ່ດິນ ຂອງຕົນແລ້ວຕົກ ເປັນທາດ ແຮງງານ ຂອງໂຄງການ. ອັນນີ້ ບໍ່ເອີ້ນວ່າ ໂຄງການຫລຸດຜ່ອນ ຄວາມຍາກຈົນ.