ການຄອງຊີພ ທີ່ຜົ້ງສາລີ ດີຂື້ນ

ການແກ້ໃຂ ບັນຫາ ຄວາມຍາກຈົນ ຂອງປະຊາຊົນ ໃນແຂວງ ຜົ້ງສາລີ ປະສົບຄວາມ ສໍາເຣັດ

0:00 / 0:00

ແຂວງຜົ້ງສາລີ ມີຈໍານວນ ປະຊາຊົນ ທີ່ລຸດພົ້ນຈາກ ຄວາມຍາກຈົນ ເພີ່ມຂຶ້ນກວ່າ ແຕ່ກ່ອນ ຊຶ່ງກໍເປັນໄປ ຕາມນະໂຍບາຍ ຂອງຣັຖບານ ເລື່ອງໃຫ້ ປະຊາຊົນ ລຸດພົ້ນ ຈາກຄວາມຍາກຈົນ ໂດຍພື້ນຖານ ໃນປີ 2015 ນັ້ນ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການສີ່ງ ແວດລ້ອມ ແຂວງຜົ້ງສາລີ.

ປະຊາຊົນ ທີ່ວ່າ ທຸກຍາກຢູ່ ໃນປີ 2002 ຍັງມີບ້ານ ທຸກຍາກມີ 86 ເປີເຊັນ ຄອບຄົວ ທີ່ທຸກຍາກ ມີ 69 ເປີເຊັນ ມາຮອດມື້ນີ້ ບ້ານທີ່ທຸກຍາກ ຍັງເຫລືອ 32 ເປີເຊັນ ຄອບຄົວທີ່ຍັງ ທຸກຍາກຍັງເຫລືອ 26 ຈຸດ 9 ເປີເຊັນ.

ການແກ້ໃຂບັນຫາ ຄວາມຍາກຈົນ ຂອງປະຊາຊົນ ເຈົ້າໜ້າທີ່ລາວ ເວົ້າວ່າບໍ່ ສາມາດເຣັດໄດ້ 100 ເປີເຊັນ ເທື່ອ ໃນຂະນະນີ້ ແຕ່ກໍຖືວ່າ ເຮັດໄດ້ດີ ຊຶ່ງ ເມື່ອຮອດປີ 2015 ທາງແຂວງ ຜົ້ງສາລີ ກໍຈະສາມາດ ແກ້ໃຂຄວາມ ທຸກຍາກຂອງ ປະຊາຊົນ ໄດ້ໂດຍພື້ນຖານ ຕາມນະໂຍບາຍ ຂອງທາງຣັຖບານ ແລະທາງແຂວງ ທີ່ໄດ້ກໍານົດ ໄວ້ ແລະວ່າທາງແຂວງ ຜົ້ງສາລີ ໄດ້ຮັບຄວາມຮ່ວມ ມືຈາກນ່ວຍງານ ຫລາຍພາກສ່ວນ ໃນການຈັດ ກິຈກັມຕ່າງໆ ເພື່ອໃຫ້ປະຊາຊົນ ມີຣາຍໄດ້ ເພີ່ມຂຶ້ນແລະ ມີສຸກ ຂະອະນາໄມ ທີ່ດີຂຶ້ນ. ເຈົ້າໜ້າທີ່ລາວ ກ່າວຕໍ່ໄປວ່າ:

ຢູ່ບ້ານ 1 ນັ້ນຕ້ອງມີ 3-4 ກິຈກັມ ຮວມໄປເຖິງ ກິຈກັມລ້ຽງສັດ ເຮັດການຄ້າການຂາຍ ເສັ້ນທາງໂຮງຮຽນ ອັນນີ້ຖືວ່າ ໄປຮອດໝົດ ບົນພື້ນຖານ ຂອງມັນແລະເດັກ ໃນເກັມອາຍຸຮຽນ ໃຫ້ໄດ້ເຂົ້າຮຽນ.

ຜົ້ງສາລີ ເປັນນຶ່ງ ໃນຈໍານວນເມືອງ ທຸກຍາກທັງໝົດ 47 ເມືອງ ທີ່ທຸກຍາກ ໃນລາວ ແລະພາຍໃນແຂວງ ກໍມີເມືອງ ຍອດອູແລະ ເມືອງສັມພັນ ເປັນເມືອງ ທຸກຍາກ ທີ່ສຸດ ໃນແຂວງຜົ້ງສາລີ. 2 ເມືອງ ດັ່ງກ່າວ ປັຈຸບັນນີ້ ໄດ້ລຸດພົ້ນຈາກ ຄວາມຍາກຈົນແລ້ວ ເນື່ອງຈາກວ່າ ທາງແຂວງ ໄດ້ມີການ ເລັ່ງລັດພັທນາ ແລະນໍາກິຈກັມ ຕ່າງໆເພື່ອໃຫ້ ປະຊາຊົນ ໄດ້ມີສ່ວນຮ່ວມ.