ບັນຫາແຮງງານ ຕ່າງດ້າວ ທີ່ລັກລອບເຂົ້າມາ ເຮັດວຽກໃນລາວ ແບບຜິດກົດຫມາຍ ໂດຍສະເພາະ ແຮງງານຈີນ ແລະພະມ້າ ທີ່ແຂວງບໍ່ແກ້ວ ເຂດເສຖກິດ ພິເສດ ສາມຫລ່ຽມຄຳ ໃນຂນະນີ້ ທາງການແຂວງບໍ່ ສາມາດຄວບຄຸມໄດ້ ເພາະຂາດຂໍ້ມູນ ແລະ ຣະບຽບການຄຸມຄອງ ດັ່ງເຈົ້າຫນ້າທີ່ ຈາກຫ້ອງການແຮງງານ ແລະສວັດດີ ການສັງຄົມ ແຂວງບໍ່ແກ້ວ ທ່ານນື່ງເວົ້າວ່າ:
"ມັນບໍ່ເປັນໄປ ຕາມກົດຫມາຍ ເພາະວ່າພວກເຮົາ ກຳລັງປັບປງຸ ໃຫ້ມັນເຂົ້າຕາມ ຣະບຽບ ຜ່ານມາເຮົາບໍ່ ເກັບກຳ ອີ່ຫຍັງກໍ່ບໍ່ມີ ເຮົາຄວບຄຸມຂະເຈົ້າ ບໍ່ຢູ່ ດຽວນີ້ກຳລັງ ເລີ້ມຫັນເອົາກົດຫມາຍ ເຂົ້າໄປ ແລ້ວຊີ່ໃຫ້ຂະເຈົ້າ ຫັນເຂົ້າມາຢູ່ ໃນຣະບຽບ ຂອງເຮົາໄດ້."
ທ່ານໄດ້ກ່າວເຖີງ ແຮງງານຈີນວ່າ ສ່ວນຫລາຍໂຄງການ ທີ່ຈີນເປັນເຈົ້າຂອງ ນິຍົມຈ້າງຄົນຈີນ ຫລາຍກວ່າຄົນລາວ ຊື່ງຕາມກົດຫມາຍ ຂອງລາວແລ້ວ, ຖ້າໂຄງການ ທີ່ເຈົ້າຂອງເປັນ ຄົນຕ່າງຊາດ ຕ້ອງຈ້າງຄົນລາວ 80% ແຕ່ທີ່ນີ້ ໂຄງການຈີນກັບ ຈ້າງຄົນຈີນຫລາຍ ກວ່າຄົນລາວ ກຸ່ມດັ່ງກ່າວບອກວ່າ ການທີ່ບໍ່ຈ້າງ ແຮງງານລາວ ເປັນເພາະວ່າ ແຮງງານລາວ ບໍມີສີມືແລະ ກໍ່ຂາດຄວາມອົດທົນ ທ່ານກ່າວເພີ້ມອີກວ່າ:
"ສ່ວນໃຫຍ່ຂະເຈົ້າ ບໍ່ເອົາແຮງງານລາວ ເພາະວ່າແຮງງານລາວ ເຮົາມັນບໍ່ມີຄວາມ ອົດທົນ ຂະເຈົ້າວ່າຢ່າງນີ້ ມັນເຮັດວຽກຂະເຈົ້າ ຕື່ນມາແລ້ວກໍ່ເຮັດ ວຽກເລີຍ ແດດຝົນກໍ່ສູ້ ເຮັດຕໍ່ໄປ ແຕ່ວ່າແຮງງານ ລາວມັນບໍ່ທົນ ເຂົາເລີຍບໍ່ຢາກ ຈ້າງແຮງງານລາວ ແຮງງານລາວເຮົາ ບໍມີສີມືອີ່ຫຍັງເດ."
ໃນທີ່ສຸດ ທ່ານເວົ້າວ່າ ໃນປັດຈຸບັນ ຫ້ອງການແຮງງານ ທີ່ແຂວງບໍ່ແກ້ວ ຍັງບໍ່ສາມາດ ເກັບກຳຂໍ້ມູນ ຂອງແຮງງານຕ່າງດ້າວ ທີ່ລັກລອບເຂົ້າມາ ເຮັດວຽກໃນເຂດ ດັ່ງກ່າວໄດ້ເປັນ ທີ່ແນ່ນອນເທື່ອເພາະ ຂາດຄວາມຮ່ວມມື ຈາກຜູ້ດຳເນີນ ໂຄງການ ແລະການພົວພັນ ຈາກຫນ່ວຍງານອື່ນໆ ກ່ຽວກັບບັນຫານີ້.
