ການຂໍທົບທວນ ນະໂຍບາຍ ເງິນເດືອນ ກັມມະກອນ ຕັດຫຍິບ

ສະມາຄົມ ອຸດສາຫະກໍາຕັດ-ຫຍິບລາວ ຮຽກຮ້ອງ ຣັຖບານ ທົບທວນ ຂໍ້ສະເໜີ ຂອງສູນກາງ ສະຫະພັນກໍາມະບານ ຄືນໃໝ່ ກ່ຽວກັບ ການຂໍຂື້ນເງິນເດືອນ ແກ່ຄົນງານ ໃນໂຮງງານຕັດຫຍິບ.

0:00 / 0:00

ສູນ​ກາງ ​ສະຫະພັນ ກໍ​າມະ​ບານ​ລາວ​ ໄດ້​ສະ​ເໜີ​ ໃຫ້​ສະມາຄົມ ​ອຸດ​ສະຫະ​ກໍາ ​ຕັດຫຍິບ ຂື້ນ​ເງິນ​ເດືອນ ​ໃຫ້​ຄົນ​ງານ ​ຕັດ​ຍິບ ​ໃນ​ທົ່ວ​ປະ​ເທດ​ຈາກ 290,000 ກີບ ມາ​ເປັນ 720,000 ກີບ ​ເພື່ອ​ໃຫ້​ສອດ​ຂ້ອງ ​ກັບ​ຄ່າ​ຄອງ​ຊີບ ​ແລະ ​ອັຕຣາ​ເງິນ​ເຟີ້ ​ທີ່​ຖີບ​ສູງ​ຂື້ນ. ຕໍ່​ຂໍ້​ສະ​ເໜີ​ນີ້ ທາງ​ສະມາຄົມ ​ອຸດ​ສາຫະ​ກໍາ​ຕັດ-ຫຍິບ ​ວ່າ ມັນ​ບໍ່​ເປັນ​ການ​ເໝາະສົມ ​ເພາະວ່າ ທຸຣະກິດ ​ຕັດຫຍິບ​ ກໍາລັງ​ຕົກ​ຢູ່​ໃນ ​ສະພາບ​ຂັດ​ສົນ ​ໂດຍ​ສະ​ເພາະ​ປະຣິມານ​ ການ​ສັ່ງ​ຊື້​ ຈາກ​ຕ່າງປະ​ເທດ ຫລຸດ​ລົງ​ ໃນ​ປີ 2008 ນີ້​ ​ແລະ ​ຄາດ​ວ່າ ​ໃນ​ປີ 2009 ຍິ່ງ​ຈະ​ຫລຸດ​ລົງ ຍ້ອນ​ວິ​ກິດ​ການ ດ້ານ​ການ​ເງິນ ​​ແລະ​ ເສ​ຖກິດ​ ຂອງ​ໂລກຕົກ​ຕໍ່າ​.

​ໃນ​ທ້າຍ​ປີ 2008 ນີ້​ ທາງ​ອຸດ​ສາຫະ​ກໍາ ​ຕັດຫຍິບ​ ຄາດ​ວ່າ ​ຈະ​ມີ​ລາຍ​ໄດ້ ​ຈາກ​ການ​ສົ່ງ​ເຄື່ອງ ​ຕັດຫຍິບ​ອອກ​ໄປ​ ຂາຍ​ຕ່າງປະ​ເທດ ​ໃນ​ຈໍານວນ ​ເງິນ​ປະມານ 160 ລ້ານ​ ໂດ​ລາ ​ສະຫະຣັຖ​ເທົ່າ​ນັ້ນ, ສ່ວນ​ໃນ​ປີ 2007 ຜ່ານ​ມາ ມີ​ລາຍ​ຮັບ 157 ລ້ານ ​ໂດ​ລາ​ສະຫະຣັຖ. ທ່ານ ອອ່ນສີ ບຸດ​ສີ​ວົງ​ສັກ ປະທານ​ ສະມາຄົມ ອຸດ​ສາຫະ​ກໍາ ​ຕັດຫຍິບ​ ກ່າວ​ວ່າ ຈໍານວນ​ເງິນ​ເດືອນ ​ທີ່ສະຫະພັນ ກໍາມະບານ ​ສະ​ເໜີ​​ນີ້ເຫັນ​ວ່າ ​ສູງ​ໄປ​ໂພດ. ທ່ານ​ວ່າ​ ຖ້າ​ເພີ້​ມຂື້ນ ​ກໍ​ຄົງ​ບໍ່​ເກີນ 5 ​ແສນ ​ກີບ​ຕໍ່​ເດືອນ. ທ່ານ​ອະທິບາຍ ​ວ່າ ຖ້າ​ຄິດ​ໄລ່​ ຢ່າງ​ລະອຽດ​ແລ້ວ ​ເງິນ​ເດືອນ​ຄົນ​ງານ ​ຕັດຫຍິບ​ ຜູ້ນື່ງ ບໍ່​ຕໍ່າ​ກ່ວາ 1 ລ້ານ​ກີບ​ ລວມທັງ ​ຄ່າ​ອາຫານ​ທ່ຽງ ​ເງິນ​ລ່ວງ​ເວລາ ​ເງິນ​ໂບນັສ ​ແລະ​ ຄ່າ​ສວັດ​ດີກາ​ນອື່ນໆ.

ສະມາຄົມ​ ອຸດ​ສາຫະ​ກໍາ ​ຕັດຫຍິບ​ລາວ ຜ່ານ​ມາ ​ກໍ​ມີ​ບັນຫາ​ ກັບກະຊວງ​ແຮງ​ງານ ​ແລະ ​ສວັດ​ດີກາ​ນສັງຄົມ ກ່ຽວ​ກັບ​​ ເຣື້ອງ​ແຮງ​ງານ​ນີ້ ມາ​ຫລາຍ​ຄັ້ງ​ແລ້ວ. ​ເທົາ​ທຸກ​ວັນ​ນີ້​ ກໍ​ຍັງ​ບໍ່​ສາມາດ​ ຕົກລົງ​ກັນ​ໄດ້.