ແຮງງານລາວ ຖືກຈັບ ທີ່ພະເຍົາ ຂອງໄທ

ໃນຕອນເຊົ້າ ຂອງວັນທີ 1 ພືດສະຈີການີ້ ເຈົ້າໜ້າທີ່ ແຂວງພະເຍົາ ຂອງໄທ ໄດ້ຈັບ ຊາວໜຸ່ມລາວ ຈໍານວນ 5 ຄົນ ທີ່ລັກລອບ ເຂົ້າເມືອງ ເພື່ອໄປຊອກຫາ ວຽກເຮັດງານທໍາ ຢູ່ແຂວງພະເຍົາ.

0:00 / 0:00

ຫລັງ​ຈາກ ​ຈັບ​ແລ້ວ​ເຈົ້າໜ້າ​ທີ່​ ຕໍາຣວດ ​ແຂວງ​ພະ​ເຍົາ ​ໄດ້​ສົ່ງ​ຊາວ​ນຸ່ມ 5 ຄົນ​ ດັ່ງກ່າວ ​ໄປ​ໃຫ້ ເຈົ້າໜ້າ​ທີ່​ ກວດ​ຄົນ​ເຂົ້າ​ເມືອງ ​ເມືອງຊຽງ​ຂອງ, ​ແຂວງ​ຊຽງ​ຮາ​ຍ ​ເພື່ອ​ດໍາ​ເນີນ ​ການ​ສົ່ງ​ ກັບ​ຄືນ​ປະ​ເທດ. ຊາວ​ໜຸ່ມລາວ 5 ຄົນ​ນີ້ ​ເປັນ ຣາ​ຊະ​ດອນ ​ຈາກ​ແຂວງ​ໄຊ​ຍະ​ບູຣີປະກອບ​ດ້ວຍຜູ້ຍິງ​ເດັກນ້ອຍອາຍຸ 15 ປີ 1 ຄົນ​, ຜູ້​ຊາຍມີ​ອາຍຸ 18 ​ແລະ 19 ປີ 4 ຄົນ. ລາຍ​ງານ​ວ່າຊາວ​ລາວ ​ໃນ​ແຂວງ​ໄຊ​ຍະ​ບູຣີມັກ​ຈະ​ພາກັນ ​ເດີນທາງ​ ໄປ​ແຂວງ​ພະ​ເຍົາ ​ຫລື ​​​ແຂວງ​ຊຽງ​ຮາ​ຍ​ເພື່ອ​ຊອກ​ຫາ ​ຮັບຈ້າງ ​ໃນ​ທ້າຍ​ລະດູ ​ເກັບ​ກ່ຽວ​ເຂົ້າ​ ເພື່ອ​ວ່າ​ ຈະມີ​ລາຍ​ໄດ້​ຕື່ມ.

ເມື່ອ​​​ໃກ້ຮອດ ຍາມ​ລະດູຝົນຊື່​ງ​ເປັນ​ລະດູ​ ເຮັດ​ໄຮ່ ​ທໍານາ​ແລ້ວຊາວ​ລາວ ​ກໍ​ຕ່າວ​ ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ​ເພື່ອ​ເຮັດ​ໄຮ່​ທໍານາ ​ຂອງ​ຕົນ​ເອງ. ການ​ລັກລອບ​ ເຂົ້າ​ໄປ​ ຫາ​ວຽກ​ເຮັດ​ງານ​ທໍາ ​ຢູ່​ໃນ​ປະ​ເທດ​ໄທ​ເປັນ​ການ ​ສ່ຽງ​ຫລາຍ​ຢ່າງ, ​ແຕ່​ປາກົດ​ວ່າຊາວ​ລາວ​ ຄຸ້ນ​ເຄີຽ ກັບ​ເສັ້ນທາງ​ໄປທາງ​ມາ ​ແລ້ວ, ອີກ​ປະການ​ນື່ງຄວາມ​ຕ້ອງການ ​​ແຮງ​ງານ ​ໃນ​ປະ​ເທດ​ໄທ ​ມີ​ສູງ, ຊາວ​ລາວ ​ທີ່​ລັກລອບ ​ເຂົ້າ​ໄປ ​ຫາ​ເຮັດ​ວຽກ​ນັ້ນຈໍ​ານວນ​ນື່ງ ​ກໍ​ບໍ່​ເສັຽຫວັງ, ອີກ​ຈໍານວນ​ນື່ງ ຖືກ​ຫລອກ​ລວງ​ ກໍ​ມີຫລາຍ.