ນັກລົງທຶນ ຈ້າງແຮງງານ ຕ່າງດ້າວ ເຮັດວຽກ ຢູ່ລາວ

ທາງການລາວ ຮັບຮູ້ວ່າ ການຂາດເຂີນ ແຮງງານລາວ ທີ່ມີສີມືດີ ເຮັດໃຫ້ ບໍຣິສັດ ທຸຣະກິດ ພາຍໃນ ແລະ ຕ່າງປະເທດ ຕ້ອງຈ້າງ ຄົນງານຕ່າງດ້າວ ເຖິງແມ່ນວ່າ ມັນບໍ່ສອດຄ່ອງ ກັບກົດໝາຍກໍດີ.

ທ່ານທອງ​ແດງສິງ​ທິຣາດຮອງ​ຫົວໜ້າ ​ກົມ​ພັດທະນາ ສີມື​ແຮງ​ງານ​ແລະ ​ຈັດ​ຫາ​ງາ​ນກ່າວ​ວ່າທາງ​ກົມ​ແຮງ​ງານ ​ໄດ້​ແນະ​ນໍາ ​ເຈົ້າ​ຂອງ ​ກິດຈະການ​ ຕ່າງໆ​ ໃຫ້​ຈ້າງ​ຄົນ​ງານ ​ໃນ​ລາວຕາມລະບຽບ​ການ​ຂອງ​ກົດໝາຍ ​​ແຮງ​ງານ​ລາວ ​ໄດ້​ບົ່ງ​ໄວ້, ​ແຕ່​ເຂົາ​ເຈົ້າ ​ກໍ​ຕໍ່​ລອງ​ວ່າ​ແມ່ນ​ໃຜ ​ຈະ​ຮັບຜິດຊອບ​ ຕໍ່​ທຸຣະກິດ​ຂອງ​ເຂົາ​ເຈົ້າ ຖ້າ​ຫາກ​ວ່າ ​ຂາດ​ຄົນ​ງານ ​ທີ່​ມີ​ຄວາມ​ສາມາດ​ ໃນ​ການ​​ເຮັດ​ວຽກ ​ທີ່​ມອບໝາຍ​ໃຫ້.

ທ່ານ​ວ່າເຣື້ອງນີ້​ເຈົ້າ​ໜ້າ​ທີ່​ລາວ ​ກໍ​ຈໍາ​ເປັນ​ໄດ້​ ປະປ່ອຍ ​ໃຫ້​ບໍຣິສັດຫລື ​ທຸຣະກິດ ​ຕ່າງໆ ​ດໍາ​ເນີນໄປ​ຕາມ​ຄວາມ​ຕ້ອງການ ​ຂອງ​ເຂົາ​ເຈົ້າ ​ທັ້ງໆ ​ທີ່​ມັນ​ບໍ່​ສອດ​ຂ້ອງ ​ກັບ​ລະບຽບ ​ກົດໝາຍ ​ແຮງ​ງານ ຂອງ​ລາວ. ກົດໝາຍ​ ແຮງ​ງານ​ລາວ ​ລະບຸ​ວ່າຫົວ​ນ່ວຍທຸຣະກິດ ​ຕ່າງໆ​ ມີ​ສິດ​​ໃຊ້ ​ແຮງ​ງານ​ຕ່າງປະ​ເທດ​ໄດ້ ​ບໍ່​ເກີນ 10% ຂອງ​ຈໍານວນ​ ແຮງ​ງານ ​ທັງ​ໝົດ, ​ແຕ່​ວ່າ ​ໃນ​ພາກ​ປະຕິບັດ​ ໂຕ​ຈິງ​ແລ້ວມີ​ຫລາຍ​ຫົວ​ນ່ວຍທຸຣະກິດບໍ່​ໄດ້​​ໃຊ້​ ແຮງ​ງານ​ລາວ ​ແມ້​ແຕ່​ຄົນ​ດຽວ.

ທ່ານທອງ​ແດງສິງ​ທິຣາດຍອມຮັບ​ວ່າມີ​ອົງການ​ ຕ່າງປະ​ເທດ​ ຫລາຍ​ແຫ່ງ ​ບໍ່​ຕ້ອງການ​​ໃຊ້​ແຮງ​ງານ​ລາວ ​ໂດຍ​ອ້າງ​ວ່າ​ແຮງ​ງານ​ລາວ ​ບໍ່​ໄດ້ ​ມາ​ຕະຖານ ​ທີ່​ເຂົາ​ຕ້ອງການ. ຢູ່​ລາວ​ໃນປັດຈຸບັນ​ນີ້ມີ​ນັກ​ສື​ກສາ​ ທີ່​ຮຽນ​ຈົບ​ ວິຊາ​ສະ​ເພາະ ​ດ້ານ​ຄຸ້ມ​ຄອງ ​ບໍຣິຫານ ທຸຣະກິດ ​ແລະ ​ເສ​ຖສາດ ​ເປັນ​ຈໍານວນ​ຫລາຍ, ແຕ່​ຍັງ​ຂາດ ​ປະສົບປະການ. ຖ້າ​ຫາກ​ວ່າບໍຣິສັດ ທຸຣະກິດ​ ຕ່າງໆ ຕ້ອງການ​ ນັກວິຊາການ ​ທີ່​ມີ​ລະດັບ​ສູງ ​ແດ່ນັ້ນ​ ​ແຕ່​ລະ ​ບໍຣິສັດ ກໍ​ຄວນ ມີ​ໂຄງການ​ເພື່ອໃຫ້​ໂອກາດ ແກ່​ນັກ​ສື​ກສາ ​ທີ່​ຮຽນ​ຈົບ​ໃໝ່ ​ໄດ້​ເຂົ້າ​​ເຮັດວຽກ ​ເພື່ອ​ເອົາ​ປະສົບປະການ.

ຖ້າ​ບໍ່​ດັ່ງ​ນັ້ນ ​ກໍ​ຈະ​ອ້າງ ​ແຕ່​ວ່າຢູ່​ລາວບໍ່​ມີ​ຄົນ​ງານ ​ທີ່​ມີ​ສີມື​ແຮງ​ງານ​ສູງ​ ​ແລ້ວ​ກໍ​ ຈະ​ສືບ​ຕໍ່​ຈ້າງ​ຄົນ​ງານ ​ຕ່າງ​ດ້າວ ຕລອດ​ໄປ. ຖ້າ​ຫາກ​ທາງ​ການ​ລາວ ​ບໍ່​ສາມາດ ແກ້​ໄຂ​ ບັນຫາ​ນີ້​ໄດ້ຈະ​ເຮັດ​ໃຫ້​ ນັກ​ສື​ກສາລາ​ວ ທີ່​ຮຽນ​ຈົບ​ໃໝ່​ ໃນ​ແຕ່ລະ​ປີ​ ປະມານ 10,000 ກ່ວາ​ຄົນ​ບໍ່​ມີ​ວຽກ​ເຮັດ​ງານ​ທໍາ​ແລ້ວ​ເຂົາ​ເຈົ້າ ​ກໍ​ຈະ​ຊອກ​ຫາ​ທາງ​ອອກ​ໄປ​ເຮັດ​ວຽກ ຢູ່​ໃນ​ປະ​ເທດ​ ເພື່ອນ​ບ້ານ ​ມີ​ຈ້າງ​ແຮງ​ງານ​ລາວ ​ໃນຣາຄາ​​ຖືກ​ແລະ ​ບໍ່​ມີ​ ອະນາ​ຄົດ.