ແຮງງານລາວ ໄປໄທ ແບບຖືກຕ້ອງ ມີຣາຄາແພງ
2009.06.10
ການຈ້າງຄົນງານ ຈາກປະເທດລາວ ໄປເຮັດວຽກຢູ່ ໃນປະເທດໄທ ຢ່າງຖືກຕ້ອງ ຕາມຂໍ້ຕົກລົງ MOU ລາວ-ໄທ ນັ້ນຍັງປະເຊີນ ກັບບັນຫາໂດຍ ແກ້ໄຂບໍ່ ໄດ້ເທື່ອ ເພາະຕ້ອງມີການ ໄຊ້ຈ່າຍສູງຫລາຍ ຕາມຄໍາເວົ້າຂອງ ທ່ານ ອະດິສອນ ເກີດມົງຄົນ ເຈົ້າໜ້າທີ່ ອົງການສາກົນ International Rescue Committee IRC ປະຈໍາ ປະເທດໄທ. ທ່ານກ່າວກ່ຽວກັບ ເລື້ອງນີ້ວ່າ:
"ບັນຫາຄື ໄທ ມີຂໍ້ຕົກລົງ MOU ລາວ-ໄທ ເລື້ອງການຈ້າງ ແຮງງານ ຊຶ່ງຈະບໍ່ແກ້ ໃຂຫຍັງໄດ້ເລີຍ ເພາະນຶ່ງ ຄົນລາວທີ່ເຂົ້າ ມາເຮັດວຽກຕາມ ຂະບວນການນີ້ ສ່ວນ ໃຫຍ່ຈະມີການ ເສັຽຄ່າໃຊ້ຈ່າຍ ແພງຫລາຍ ຄືເກືອບຮອດ 30ພັນບາດ ມັນບໍ່ສອດຄ່ອງ ກັບຂະບວນການ ທີ່ເກີດຂື້ນ."
ຄົນງານລາວ ທີ່ເຂົ້າມາ ເຮັດວຽກໃນໄທ ສ່ວນຫລາຍ ເປັນຄົນຍາກຈົນ ບໍ່ມີເງິນມາ ເສັຽຄ່າໄຊ້ຈ່າຍ ຫລາຍຂນາດນັ້ນ ທັ້ງໆທີ່ຕາມ ຂໍ້ຕົກລົງ MOU ກໍໄດ້ມີການ ຫລຸດ ຜ່ອນຄ່າໃຊ້ຈ່າຍ ບາງສ່ວນແລ້ວ ດັ່ງນັ້ນ ແຮງງານລາວ ຈຶ່ງເລືອກ ທີ່ຈະເຂົ້າໄທ ຢ່າງຜິດກົດໝາຍ ອັນເຮັດໃຫ້ ຄວາມປອດໄພ ມີໜ້ອຍລົງ ແລະເຂົ້າບໍ່ເຖິງ ການຄຸ້ມ ຄອງຂອງທາງ ພາກຣັຖຂອງໄທ. ພ້ອມດຽວກັນນີ້ ທ່ານ ອະດິສອນ ຍັງກ່າວໃຫ້ ຄໍາຄິດເຫັນ ໃນການແກ້ໃຂ ບັນຫານັ້ນວ່າ ປະເທດໄທ ຄວນຈະເປີດໃຫ້ ມີການຈ້າງງານ ໃນແຖບຊາຍແດນ:
"ຄໍາສເນີຂອງ ທ່ານກໍຄື ເປີດຊາຍແດນ ໃຫ້ມີການ ຈ້າງງານຊາຍແດນ ເອົາ border pass ຂ້າມມາແລ້ວກໍ ມາຂໍຮັບງານ ປົກກະຕິ ຕ້ອງເປີດທັງ ນໍາເຂົ້າ ຢ່າງຖືກ ກົດໝາຍ ແລະເປີດໃຫ້ມີ ການຈ້າງງານ ຊາຍແດນຄວບຄູ່ ກັນໄປແລ້ວ ກໍອາດຈະເນັ້ນ ໃນເລື້ອງກົດໝາຍ ຄຸ້ມຄອງແຮງງານ ໃຫ້ຫລາຍຂຶ້ນດ້ວຍ."
ແລະວ່າ ຣັຖບານລາວ ເອງກໍຕ້ອງ ເຂົ້າໃຈເຖິງ ສະພາບຄວາມເປັນ ຈິງທີ່ເກີດຂຶ້ນ ເພື່ອ ຫາທາງຄຸ້ມຄອງ ແຮງງານຊາວລາວ ໃນປະເທດໄທ ເຖິງແມ່ນວ່າ ຈະເປັນ ແຮງງານ ທີ່ເຂົ້າໄທຢ່າງ ຜິດກົດໝາຍ ກໍຕາມ.









