ໄທຽຈະເຣີ່ມຈັບຄົນງານລາວ ທີ່ບໍ່ຜ່ານກາຣ ພິສູຈສັນຊາຕ

ເຈົ້າໜ້າທີ່ໄທຽ ຈະເຣີ່ມຫາຈັບ ກຸມແຮງງານ ຊາວລາວໃນໄທຽ ທີ່ບໍ່ໄດ້ຜ່ານ ກາຣພິສູຈ ສັນຊາຕຫລັງ 31 ມີນາ.

0:00 / 0:00

ເຈົ້າໜ້າທີ່ ທາງກາຣໄທຽ ວ່າ ຫລັງຈາກວັນທີ່ 31 ມີນາ 2010 ນີ້ ທາງໜ່ວຍງານ ສະເພາະກິຈ ຈະເຣີ່ມຊອກ ກວດກາພວກ ແຮງງານຂ້າມຊາຕ ຈາກ ພະມ້າ ລາວ ແລະ ກັມພູຊາ ຕາມສະຖານ ປະກອບກາຣຕ່າງໆ ແລະຖ້າພົບເຫັນ ພວກແຮງງານ ທີ່ບໍ່ໄດ້ຕໍ່ ອາຍຸກາຣ ເຮັດວຽກ ຫລືບໍ່ມີ ເອກສາຣ ຂໍພິສູຈສັນຊາຕ ແຕ່ຢ່າງໃດນັ້ນ ກໍຈະດຳເນີນ ກາຣຈັບຄຸມຕົວ ເພື່ອສົ່ງກັບຄືນ ບ້ານເດີມ ໃນທັນທີ ດັ່ງທ່ານ ທະນິຊ ນຸ່ມນ້ອຍ ຜູ້ອຳນວຍກາຣ ສຳນັກບໍຣິຫາຣ ແຮງງານຕ່າງດ້າວ ຂອງໄທຽ ໄດ້ກ່າວວ່າ:

“ພາຍຫລັງວັນທີ່ 31 ມີນາ ທີ່ທາງ ເຈົ້າໜ້າທີ່ກວດກາ ເປັນທີ່ຮຽບຮ້ອຍແລ້ວ ທາງໜ່ວຍງານ ສະເພາະກິຈ ກໍຈະອອກໄປ ກວດຕາມ ບັນຊີຣາຍຊື່ ທີ່ທາງຜູ້ເປັນ ນາຍຈ້າງໄດ້ ມາແຈ້ງໄວ້ ແລະຖ້າຜູ້ໃດ ບໍ່ມີຊື່ຢູ່ໃນ ບັນຊີ ກໍຈະຕ້ອງຖືກຈັບ ແລະ ສົ່ງອອກນອກ ປະເທສ ຫລືຜູ້ໃດທີ່ ບໍ່ມາຕໍ່ອາຍຸ ກາຣເຮັດວຽກ ໄວ້ກ່ອນ ກໍຈະຖືກຈັບ ເພື່ອສົ່ງຄືນ ບ້ານເດີມເຊັ່ນກັນ”.

ພ້ອມດຽວກັນນີ້ ທ່ານກໍວ່າ ທາງກາຣໄທຽ ໄດ້ປະກາສ ໃຫ້ພາຄສ່ວນ ກ່ຽວຂ້ອງ ແລະນາຍຈ້າງ ທີ່ມີຄົນງານ ຕ່າງດ້າວ ຈາກທັງ 3 ປະເທສ ດັ່ງກ່າວໄປຈົດຊື່ ເພື່ອດຳເນີນກາຣ ພິສູຈສັນຊາຕ ແລະຕໍ່ໃບ ອະນຸຍາຕ ໃຫ້ແລ້ວພາຍໃນ ວັນທີ່ 28 ກຸມພາ ແຕ່ຍ້ອນສາເຫຕ ເປັນມື້ວັນ ອາທິດ ແລະວັນຈັນ ກໍເປັນມື້ພັກ ທາງຣາຊກາຣ ຈຶ່ງໄດ້ເລື່ອນ ເວລາອອກໄປ ຕື່ມຈົນຮອດ ມື້ວັນທີ່ 2 ມີນາ 2010 ນີ້.

ຢ່າງໃດກໍຕາມ ເຈົ້າໜ້າທີ່ໄທຽ ທ່ານນີ້ໄດ້ກ່າວ ເນັ້ນວ່າ ສະເພາະຕົວເລຂ ຂອງພວກ ແຮງງານລາວ ທີ່ມາຂໍຕໍ່ ອາຍຸ ເຮັດວຽກ ແລະ ຂໍພິສູຈສັນຊາຕ ກໍຍັງບໍ່ທັນມີ ຈຳນວນຫລາຍ ເທົ່າທີ່ຄວນ ແຕ່ກໍຫວັງ ວ່າຈະມີ ເພີ່ມຂຶ້ນ ໃນວັນອັງຄາຣ ທີ່ເປັນມື້ ສຸດທ້າຍ ແລະ ຈະມີກາຣ ເຣີ່ມຊອກຫາ ຈັບສົ່ງກັບບ້ານ ຫລັງຈາກທ້າຍ ເດືອນມີນາ ນີ້ຢ່າງແນ່ນອນ ແລະ ໃນຂະນະດຽວ ກັນກໍວ່າມີ ກາຣປະສານງານ ກັບທາງກາຣ ກ່ຽວຂ້ອງ ຂອງລາວ ເພື່ອໃຫ້ເຂົ້າໄປ ດຳເນີນ ກາຣພິສູຈ ສັນຊາຕ ຂອງພວກແຮງງານ ຊາວລາວ ໂດຽໃຫ້ເຣີ່ມ ແຕ່ຣະຍະ ທ້າຍເດືອນ ມີນາ ນີ້ເປັນຕົ້ນໄປ.