ລາວ ຈະປາບປາມ ແຮງງານຕ່າງດ້າວ ທີ່ຜິດກົດໝາຍ

ກົມຄຸ້ມຄອງແຮງງານ ຈະຈັດປະຊຸມ ເພື່ອວາງນະໂຍບາຍ ແກ້ໄຂບັນຫາ ແຮງງານຕ່າງຊາດ ທີ່ເຮັດວຽກງານ ໂດຍບໍ່ໄດ້ຮັບ ອະນຸຍາດໃນ ສປປລາວ ຊຶ່ງປັດຈຸບັນນີ້ ເຫັນວ່າມີຈຳນວນ 250,000ກວ່າຄົນ ແລະ ອາດຈະກາຍເປັນ ບັນຫາໃຫຍ່ ໃນລາວ ຕໍ່ໄປໃນ ອະນາຄົດ.
ໂພໄຊສວັດ
2009.10.07

ເຈົ້າໜ້າທີ່ກ່ຽວຂ້ອງ ຈາກກົມ ຄຸ້ມຄອງແຮງງານ ໃຫ້ລາຍລະອຽດ ວ່າມາຕການ ໃນການສະກັດກັ້ນ ຄົນງານຕ່າງຊາດ ຍັງບໍ່ແຈ່ມແຈ້ງ ເພາະຍັງຢູ່ໃນ ຂັ້ນຕອນເກັບກຳ ຂໍ້ມູນ ໂດຍການຈັດຕັ້ງ ຄະນະກັມມະການ ເຮັດວຽກແກ້ໄຂ ບັນຫານີ້ ຂື້ນມາຊຸດນຶ່ງ ຊຶ່ງຄາດວ່າຈະ ສາມາດ ແກ້ໄຂບັນຫາ ໄດ້ດີກວ່າເກົ່າ. ຄະນະກັມມະການ ຊຸດນີ້ ມີໜ້າທີ່ກວດກາ ເກັບກຳຂໍ້ມູນ ທໍ່ນັ້ນ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງເວົ້າວ່າ:

"ອັນນີ້ເປັນ ໂຄງການກວດກາ ອະນຸຍາດຊື່ໆ ພວກເຮົາກໍໄປ ກວດວ່າເຂົ້າມາ ຖືກຕ້ອງ? ຫລືບໍ່ຖືກຕ້ອງ? ກໍຫາຂໍ້ມູນວ່າ ເຂົ້າມາແບບໃດ? ຢູ່ແບບໃດ? ຄັນເຂົ້າມາ   ບໍ່ຖືກຕ້ອງ, ພວກເຮົາກໍຢາກ ໃຫ້ເຂົ້າມາ ຖືກຕ້ອງ ທີ່ເຂົ້າມາແບບ ບໍ່ຖືກຕ້ອງຕາມ ກົດໝາຍ ມັນກໍມີທັງ ໄທ, ຈີນ, ວຽດນາມ ແລະ ຂະເຈົ້າກໍເຂົ້າ ມາແບບ ຊອກຊື້ຊອກຂາຍ ນີ້ແຫລະ"

ຄົນງານຕ່າງຊາດ ທີ່ຜິດກົດໝາຍ ເຂົ້າມາໃນລາວ ແບບມາຢາມພີ່ນ້ອງ ມາທ່ອງທ່ຽວ ແລະ ບາງຄົນກໍໄດ້ ຮັບອະນຸຍາດ ໃຫ້ເຮັດວຽກກັບ ບໍຣິສັດ ໃນລາວແຕ່ເມື່ອ ໃບອະນຸຍາດ ໝົດອາຍຸ, ກໍບໍ່ກັບໄປຕໍ່ ທີ່ປະເທດຂອງຕົນ ແລະທັງຍັງຫາ ເຮັດວຽກໃນລາວ ຕໍ່ໄປເລີຍ.

ລາຍງານຈາກ ກະຊວງແຮງງານ ເປີດເຜີຍວ່າ ປັດຈຸບັນນີ້ ມີຄົນງານຕ່າງຊາດ ຜິດກົດໝາຍ ຫລາຍກວ່າ250,000ຄົນ ໃນລາວ ສ່ວນໃຫຍ່ຈະເຮັດ ວຽກຕາມ ຮ້ານເສີມສວຍ, ວຽກກໍ່ສ້າງ, ຮ້ານອາຫານຈີນ, ຮ້ານຄາເຟ້, ເປີດຮ້ານຂາຍເຄື່ອງ ເລັກໆນ້ອຍໆ ຕາມຕລາດ ໂດຍສ່ວນຫລາຍຈະ ຢູ່ທາງ ແຂວງພາກເໜືອ ແລະ ຮອງລົງມາແມ່ນຢູ່ ນະຄອນຫລວງວຽງຈັນ.

ສະຖິຕິຈາກ ກະຊວງແຮງງານລາວ ສຳລັບປີ2007 ເປີດເຜີຍວ່າ 130,000ຄົນ ວ່າງງານໃນລາວ ຊຶ່ງມີແຮງງານ ທົ່ວປະເທດທັງໝົດ 2ລ້ານຄົນ ແລະ ອີກຫລາຍແສນຄົນ ລັກລອບ ໄປເຮັດວຽກຢູ່ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.