ໂຄງການ ເຮັດວຽກ ຢູ່ໄທ ໄປເຊົ້າ-ແລງກັບ

ກົມແຮງງານໄທ ມີໂຄງການ ໃຫ້ແຮງງານລາວ ທີ່ອາໃສຢູ່ຕາມຊາຍແດນ ລາວ-ໄທ ສາມາດເຂົ້າໄປເຮັດວຽກ ໃນປະເທດໄທໄດ້ ແບບເຊົ້າໄປ-ແລງກັບ.

ເຈົ້າໜ້າທີ່ ​ກົມ​ແຮງ​ງານ ຂອງ​ໄທ ​​ເປີດເຜີຍ ​ຢູ່​ທີ່​ບາງກອກ ປະ​ເທດ​ໄທ ​ເມື່ອ​ວັນ​ທີ 26 ກັນຍາ 2008 ນີ້ ວ່າ ປັດຈຸບັນ ທາງ​ການ​ໄທ​ ໄດ້​ປະກາດ​ ຫລຸດຄ່າ​ທໍານຽມ ຂໍ​ວີ​ຊາ ​ໃຫ້​ແກ່​ຄົນ​ງານ​ລາວ ຜູ້​ທີ່ຕ້ອງການ ​ໄປ​ເຮັດ​ວຽກ ຢູ່​ຝັ່ງ​ໄທ ຢ່າງ​ຖືກຕ້ອງ​ ຕາມ​ກົດໝາຍ ຕາມ​ບັນທຶກ​ ຄວາມ​ເຂົ້າ​ໃຈ MOU ວ່າ​ດ້ວຍ ​ການ​ຮ່ວມ​ມື ​ດ້ານ​ແຮງ​ງານ ທີ່​ທັງ 2 ປະ​ເທດ ​ໄດ້​ລົງ​ນາມ​ກັນ.

ຕາມ​ການ​ຕົກລົງ 2 ຝ່າຍ ລາວ-​ໄທ ທາງ​ການ​ໄທ ​ຈະ​ລຸດ ຄ່າ​ທໍານຽມ ການ​ຂໍ​ວີ​ຊາ ຂອງ​ຄົນ​ງານ​ລາວ ​ຊຸດ​ທໍາ​ອິດ ຈໍານວນ 10 ພັນ​ຄົນ ​ລົງ​ໃຫ້​ຍັງ​ເຫລືອ ຄົນ​ລະ 500 ບາດ. ຫລັງ​ຈາກ​ນັ້ນ ກໍ​ຈະ​ເກັບ​ຄ່າ ​ທໍານຽມ​ ໃນ​ອັດຕຣາ ຄົນ​ລະ 2 ພັນ​ບາດ ​ເພື່ອ​ເປັນ​ ການ​ລຸດຄ່າ​ ​ໃຊ້ຈ່າຍ ​ໃຫ້​ຄົນ​ງານ​ລາວ.

ແລະ ​ຂະນະ​ນີ້ ທາງ​ການ​ໄທ ກໍ​ກໍາລັງ ​ພິຈາຣະນາ ຫ​ລຸດຄ່າ ​ທໍານຽມ ​ເງິນ​ກອງ​ທຶນ ​ແຮງ​ງານ ​ຕ່າງ​ດ້າວ ອີກ​ດ້ວຍ ຊຶ່ງ​ໃນ​ປັດຈຸບັນ​ນີ້ ມີ​ການ​ເກັບ ​ຈາກ​ຄົນ​ງານ ສປປລາວ ພຽງຄັ້ງ​ດຽວ ​ໃນ​ອັດຕຣາ ຄົນ​ລະ 2,170ບາດ ​ແລະ​ ຈະ​ໄດ້​ສົ່ງ​ ເງິນ​ຈໍານວນ​ນັ້ນ ​ໃຫ້​ຜູ້ກ່ຽວຄືນ ພາຍຫລັງ ​ທີ່​ໄດ້​ເຮັດ​ວຽກຄົບ ​ກໍານົດ ຕາມ​ການ​ສັນຍາ ​ກັນ​ໄວ້.

ພ້ອມ​ກັນ​ນັ້ນ ​ແຫ​ລ່ງຂ່າວ​ ລາຍ​ດຽວກັນ​ນີ້ ຍັງ​ບອກ​ ໃຫ້​ຮູ້​ຕື່ມ ​ອີກວ່າ ນອກຈາກ​ນັ້ນ ກົມ​ແຮງ​ງານ ​ຂອງ​ໄທ ຍັງ​ມີ​ໂຄງການ ​ໃຫ້​ແຮງ​ງານ​ລາວ ທີ່​ອາ​ໃສ ​ຢູ່​ຕາມ ​ບໍລິ​ເວນ ​ຊາຍ​ແດນ ລາວ-​​ໄທ ສາມາດ ​ເຂົ້າ​ໄປ​ເຮັດ​ວຽກ ​ໃນ​ປະ​ເທດ​​ໄທ ​ໃນ​ຕອນ​ເຊົ້າ ​ແລະ​ ເດີນທາງ​ ກັບສປປລາວ ​ໃນ​ຕອນ​ບ່າຍ ໂດຍ​ທີ່​ ຄົນ​ງານ​ລາວ ຈະ​ຕ້ອງ​ໄດ້​​ແຈ້ງໜັງສື​ຜ່ານ​ແດນ ​ແລະ ​ຂໍອະນຸຍາດ ​ເຮັດ​ວຽກ ຊຶ່ງ​ຂະນະ​ນີ້ ​ເຈົ້າໜ້າທີ່​ ທີ່ກ່ຽວຂ້ອງ ​ກໍາລັງ​ ພິຈາລະນາ ລາຍ​ລະອຽດຢູ່ ຄາດ​ວ່າ ຈະ​ປະກາດ​ ​ໃຊ້​ເປັນ​ກົດ​ລະບຽບ ​ໃນ​ມໍ່ໆນີ້.