ວຽກໜ້ອຍລົງ, ເງິນເດືອນ ຍິ່ງໜ້ອຍຕື່ມ

ຄົນງານລາວ ຢູ່ຕ່າງປະເທດ ມີຣາຍໄດ້ໜ້ອຍ ເພາະຊົ່ວໂມງ ອອກແຮງງານ ໜ້ອຍລົງ; ຕົວຢ່າງ ຢູ່ປະເທດໄທ ໂຮງງານ ຫລາຍໆແຫ່ງ ບໍ່ອະນຸຍາດ ໃຫ້ຄົນງານ ເຮັດວຽກ ເກີນເວລາ ແລະ ຄົນງານສ່ວນຫລາຍນຶ່ງ ແມ່ນຄົນລາວ ຊຶ່ງອາໃສ ແຕ່ການເຮັດວຽກ ເກີນເວລາ ເພື່ອຫາຣາຍໄດ້ ເພິ້ມຕື່ມ ແລະ ຖ້າຈະເວົ້າແລ້ວ ຣາຍໄດ້ ຈາກການເຮັດ ເກີນເວລາ ຫລາຍກວ່າ ເງິນເດືອນປົກກະຕິ ຊ້ຳອີກ.

0:00 / 0:00

ທ່ານ ພູວັນ ຈັນທະ​ວົງ ຫົວໜ້າ​ ກົມ​ສີ​ມື​ ແຮງ​ງານ ​ແລະ ​ຈັດ​ຫາ​ງານ ​ເວົ້າວ່າ ປັດຈຸບັນ ຄົນ​ງານ​ລາວ ​ທີ່​ເຮັດ​ວຽກ ​ຢ່າງ​ຖືກຕ້ອງ​ ຕາມ​ກົດໝາຍ​ ຢູ່​ໄທ ​ປະມານ 6 ໝື່ນ​ຄົນ ​ເລີ້ມ​ມີ ​ບັນຫາ​ຍຸ້ງຍາກ ​ເພາະ​ມີ​ໂອກາດ​ ເຮັດ​ວຽກ ​ພຽງ​ແຕ່ ​ໃນ​ເວລາ ​ປົກກະຕິ​ ເທົ່າ​ນັ້ນ; ​ເຂົາ​ເຈົ້າ ສາມາດ​ ສ້າງຣາຍ​ໄດ້ ​ພໍແຕ່ ​ກຸ້ມ​ກິນ​ເທົ່າ​ນັ້ນ ບໍ່​ສາມາດ ​ຈະ​ສົ່ງ​ເງິນ ​ໄປ​ໃຫ້​ພໍ່​​ແມ່​ພີ່ນ້ອງ ​ໃນ​ປະ​ເທດ​ໄດ້.

ສະນັ້ນ ຄົນ​ງານ​ລາວ ​ສ່ວນ​ນຶ່ງ ຈຶ່ງ​ກຳລັງ ​ຄິດ​ຢາກ​ກັບ​ຄືນ ​ປະ​ເທດ; ສຳຣັບ ຄົນ​ງານ​ລາວ ​ທີ່​ຍັງ​ບໍ່ຖືກ​ພິສູດ​ສັນຊາດ ​ໃນ​ໄທ ​ປະມານ 14,000 ຄົນ ຍິ່ງ​ມີ ​ບັນຫາ​ໜັກ ​ເພາະ​ພວກ​ເຂົາ ​ມີ​ຄວາມ​ສ່ຽງ​ສູງ ​ທີ່​ຈະ​ຖືກ​ຂົດ​ຂີ່ ​ຂົ່ມ​ເຫັງ ​ສໍ້​ໂກງ​ແຮງ​ງານ. ທ່ານ ພູ​ວັນ ຈັນທະ​ວົງ ​ເວົ້າອີກ​ວ່າ ຂ​ແນ​ງການ ​ທີ່​ກ່ຽວຂ້ອງ ​ຂອງ​ສອງ​ປະ​ເທດ​ລາ​ວ ​ແລະ ​ໄທ ຈະ​ພະຍາຍາມ ​ພິສຸດ​ສັນຊາດ​ ຄົນ​ງານ​ລາວ ​ໃຫ້​ສຳ​ເຣັດ ພາຍ​ໃນ ​ປີ 2009 ຈະ​ມາ​ເຖິງ.

​ໃນຣະຍະ​ ຜ່ານ​ມາ ຄົນ​ງານ​ລາວ ​ທີ່​ເຮັດ​ວຽກ ​​ໃນປະ​ເທດ​ລາວ ​ໄດ້​ຮັບ​ເງິນ​ ຄ່າ​ແຮງ​ງານ ​ຕ່ຳ​ຫລາຍ​ ​ເມື່ອ​ທຽບ​ໃສ່ກັບ ​ຄ່າ​ແຮງ​ງານ ​ໃນ​ປະ​ເທດ​ໄທ; ສະນັ້ນ ຄົນ​ລາວ ​ຈຳນວນ​ຫລາຍ​ ຈຶ່ງ​ມັກໄປ​ຂາຍ ​ແຮງ​ງານ ​ຢູ່​ໄທ; ສ່ວນ​ຄົນ​ງານ ​ໃນ​ປະ​ເທດ​ລາວ​ເອງ ບໍ່​ຍອມ​ເຮັດ​ວຽກ​ ໃນ​ໂຮງງານຕ່າງໆ​ ໃນ​ປະ​ເທດ ທັງໆ​ ທີ່​ພວກ​ເຂົາ​ ເປັນ​ຄົນ​ຫວ່າງ​ງານ ຊຶ່ງ​ໄດ້​ເຮັດ​ໃຫ້ ​ໂຮງງານ​ຫລາຍໆແຫ່ງ ​ຂາດ​ເຂີນ ​ແຮ​ງງານ.

ທ່ານ ພູ​ວັນ ຈັນທະ​ວົງ ​ເວົ້າອີກ​ ວ່າ ກັມມະກອນ ທີ່​ເຮັດ​ວຽກ ​ໃນ​ລາວ ມີຣາຍ​ໄດ້ ​ສະ​ເລັ່ຍ ປະມານ 25,000 ກີບ​ ຕໍ່​ມື້ ຖ້າ​​ຄິດ​ໄລ່ ​ເປັນ​ເດືອນ​ປະມານ ​ເຄິ່ງລ້ານ​ກີບ. ສຳຣັບ ຜູ້​ມີຣາຍ ​ໄດ້​ຕ່ຳ​ສຸດ ​ໄດ້​ພຽງ​ແຕ່ 3 ​ແສນ​ກີບ; ສ່ວນ​ກັມມະກອນ​ລາວ ​ທີ່​ໄທ ​ໄດ້ 52,000 ຕໍ່​ມື້ ຫລື 1 ລ້ານ​ກີບ ​ຕໍ່​ເດືອນ. ຖ້​າ​​ໄດ້​ເຮັດ​ວຽກ​ເກີນ​ເວລາ ກໍ​ໄດ້​ເພິ້ມຂື້ນ​ຫລາຍ.