ຄົນງານວຽດນາມເລືອກລາວ ເປັນຈຸດໝາຍ
ສປປ ລາວ ເປັນຈຸດທີ່ໝາຍ ຂອງຄົນງານ ຕ່າງດ້າວ ຜິດກົດໝາຍ ຈາກວຽດນາມ.
-
ສົມເນ
2010-03-14 -
-
-
Your browser doesn’t support HTML5 audio
ໃນຫລາຍປີມານີ້ ສປປ ລາວ ໄດ້ກາຍເປັນ ຈຸດທີ່ໝາຍ ຂອງຄົນງານຕ່າງດ້າວ ຈາກວຽດນາມ ທີ່ເດີນທາງເຂົ້າມາ ເຮັດວຽກ ຢູ່ໃນລາວ ແລະປະເທດໄທ ເພື່ອສະແຫວງຫາ ຄ່າຈ້າງ ແຮງງານແພງ ເຖິງແມ່ນວ່າ ຈະຜ່ານກັບຄວາມສ່ຽງ ໂດຍທີ່ບໍ່ມີການ ຮັບປະກັນ ຈາກຣັຖບານກໍຕາມ ຕາມລາຍງານ ຈາກແຂວງພາກກາງ ວຽດນາມ ລາຍງານວ່າ ໃນແຕ່ລະວັນ ມີຊາວວຽດນາມ ຫລາຍຮ້ອຍຄົນລໍຖ້າ ຢູ່ໃນດ່ານ ຊາຍແດນ ກາວແຈວ ເພື່ອຂໍໜັງສື ອະນຸຍາດເດີນທາງ ໄປປະເທດລາວ ແລະ ປະເທດໄທ.
ຣົຖໂດຍສານຈາກ ເມືອງວິນ ແຂວງເງອານ ທີ່ແລ່ນໄປຍັງ ນະຄອນຫລວງ ວຽງຈັນ ເກືອບຈະວ່າທຸກໆທ່ຽວ ເຕັມໄປດ້ວຍ ຄົນງານວຽດນາມ. ທ້າວ Nguyen Van Phu ຄົນງານວຽດນາມ ອາຍຸ 24 ປີ ເວົ້າວ່າ ການເດີນທາງໄປ ເຮັດວຽກຢູ່ໃນລາວ ສະດວກສະບາຍ ຫລາຍກ່ວາທີ່ຈະ ເດີນທາງໄປພາກ ໃຕ້ຂອງວຽດນາມ ຫາວຽກກໍງ່າຍ ແລະຄ່າຈ້າງ ກໍສູງກ່ວາຢູ່ ວຽດນາມ. ທ້າວ Nguyen Van Phu ເຮັດວຽກງານກໍ່ສ້າງ ຢູ່ໃນນະຄອນ ຫລວງວຽງຈັນ ເປັນເວລາ 7 ເດືອນ. ລາວເອງແລະໝູ່ອີກ 30 ຄົນໄດ້ຮັບ ເງິນເດືອນເກືອບ 4 ລ້ານດົງ ຫລືປະມານ 209 ໂດລາ ສະຫະຣັຖ ຮ່ວມທັງ ຄ່າຢູ່ຄ່າກິນ,
ຕາມທີ່ໄດ້ສັນຍາ ກັບບໍຣິສັດ ຮັບເໝົາກໍ່ສ້າງ ວຽດນາມ. ເມື່ອສອງປີກ່ອນ ເອື້ອຍຂອງລາວ ເປີດຮ້ານເສີມສວຍ ຢູ່ໃນນະຄອນ ຫລວງວຽງຈັນ. ເອື້ອຍຂອງລາວ ໄດ້ບອກໃຫ້ລາວເອງ ແລະພີ່ນ້ອງອີກ 3 ຄົນ ມາເຮັດວຽກຢູ່ ເມືອງລາວ. ນອກນັ້ນ ແຕ່ລະປີ ຍັງມີຊາວວຽດນາມ ຫລາຍຮ້ອຍຄົນ ຈາກເມືອງ ເຢັນທັນ ແລະເມືອງດຽນໂຈະ ເດີນທາງໄປລາວ ທຸກໆປີ ເພື່ອເກັບເສດ ເຫລືອໂລຫະຂາຍ ແລ້ວນໍາ ເອົາເງິນກັບບ້ານ ເພື່ອມາປຸກເຮືອນ ປຸກຊານຢູ່.
ເຈົ້າໜ້າທີ່ຜແນກ ກວດຄົນເຂົ້າເມືອງ ແຂວງເງອານ ເວົ້າວ່າ ຫລັງຈາກບຸນເຕັດ ສອງອາທິດ ຜ່ານມານີ້ ແຕ່ລະວັນ ທາງຫ້ອງການໄດ້ ຮັບຄໍາຮ້ອງເຮັດ ໜັງສືຜ່ານແດນ 1,200 ສະບັບ. ຜູ້ຍິງຈາກ ແຂວງ ຮ່າຕິນ ຫລາຍຄົນເປີດຮ້ານນ້ອຍໆ ເຮັດຂອງກິນຂາຍ ຢູ່ໃນລາວ ແລະໄທ ເພື່ອລ້ຽງຊີບ. ເຈົ້າໜ້າທີ່ກະຊວງ ນັກລົບເກົ່າ ແລະສົງເຄາະ ແຂວງເງອານເວົ້າວ່າ ແຕ່ລະປີ ມີຊາວວຽດນາມ ຈາກ ແຂວງ ເງອານ ຍື່ນຄໍາຮ້ອງ ຂໍໜັງສືເພື່ອເດີນທາງ ໄປຫາເຮັດວຽກ ຢູ່ລາວ ປະມານ 10,000 ຄົນ.