ຊາວໜຸ່ມລາວເຜີຽແພ່ ບັນຫາແຮງງານເຖື່ອນ

ຕົວແທນ ຊາວໜຸ່ມລາວ ຊ່ວຍເຜີຽແພ່ ຄວາມເຂົ້າໃຈ ແລະໃຫ້ຂໍ້ມູລ ກ່ຽວກັບບັນຫາ ກາຣເປັນແຮງງານ ເຖື່ອນ ໃນປະເທດ ເພື່ອນບ້ານ

ໃນບັນຫາທີ່ມີ ແຮງງານຊາວລາວ ໄດ້ເຂົ້າໄປຊອກຫາ ວຽກເຮັດງານທຳ ຢູ່ໃນປະເທສ ເພື່ອນບ້ານ ໂດຽສະເພາະ ຢູ່ປະເທສໄທຽ ແບບບໍ່ຖືກຕ້ອງ ຕາມກົດໝາຍໃນ ປັຈຈຸບັນ ນີ້ນັ້ນ ຊຶ່ງນອກຈາກບໍ່ມີ ວຽກກາຣງານໃນ ປະເທສຂອງຕົນ ແລ້ວນັ້ນ ສ່ວນໜຶ່ງກໍເກິດ ຈາກຄ່ານິຍົມ ແລະ ກາຣສຶກສານ້ອຍ. ດ້ວຍເຫດການເຊັ່ນນັ້ນ ຊາວໜຸ່ມລາວ ຈຶ່ງຫາວິທີທາງ ແກ້ໄຂດ້ວຍກາຣ ອອກເຜີຽແພ່ແລະ ໃຫ້ຂໍ້ມູລກ່ຽວກັບ ຜົລກະທົບຕ່າງໆ ເພື່ອກຸ່ມແຮງງານ ຈະໄດ້ຮຽນຮູ້ ແລະເຂົ້າໃຈ ດັ່ງຕົວແທນ ຊາວໜຸ່ມລາວ ຈາກໂຄງກາຣ ລຸ່ມແມ່ນ້ຳຂອງ ໄດ້ກ່າວວ່າ:

“ໂຄສະນາ ໃຫ້ເດັກນ້ອຍຫລື ວ່າວັຍລູ້ນຕ່າງໆ ໃຫ້ຮູ້ວ່າກາຣ ເຮັດວຽກຢູ່ນອກ ປະເທສ ເຮົາຈະມີຜົລ ກະທົບຫລືວ່າ ຜົລອີຫຍັງຕ່າງໆ ຫລາຍໆອັນ ເຮົາຕ້ອງໄປບອກ ໄປເຜີຽແພ່ຕົວນີ້ ໃຫ້ຂະເຈົ້າຮູ້ ຮູ້ວ່າກາຣເຮັດ ວຽກຢູ່ຕ່າງແດນ ມັນບໍ່ເປັນສິ່ງ ທີ່ດີກັບຫລອກ”.

ຕົວແທນຊາວໜຸ່ມ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ໃນຣະຍະຜ່ານມາ ກໍມີແຮງງານ ບາງຄົນໄດ້ເລົ່າ ໃຫ້ຟັງພາຍຫລັງ ທີ່ກັບຈາກກາຣ ລັກລອບໄປຫາ ເຮັດວຽກຢູ່ປະເທສໄທຽ ໂດຽສະເພາະທີ່ວ່າ ໄດ້ຊັກຊວນເອົາ ໝູ່ເພື່ອນ ໃນບ້ານດຽວກັນ ໄປນຳນັ້ນ ວ່າເປັນກາຣກະທຳ ທີ່ບໍ່ດີ ຊຶ່ງກໍຖືເປັນ ກາຣຕົວະຍົວະໃຫ້ ຫລາຍຄົນຫລົງທາງ ອີກຕໍ່ໄປ ເທົ່ານັ້ນ. ໃນຂະນະດຽວກັນ ຕົວແທນ ຂອງແມ່ຍິງລາວ ກໍໃຫ້ກາຣຊີ້ແຈງ ເພີ່ມວ່າ:

“ຄວາມຮູ້ກໍອີກ ຢ່າງໜຶ່ງ ທີ່ເຮັດໃຫ້ຂະເຈົ້າ ບໍ່ຮູ້ວ່າ ຄົນລາວເຮັດວຽກ ຢູ່ໄທຽ ແລ້ວເຂົ້າໄປແລ້ວ ເຂົ້າໄປຊັກຊວນ ອາຈສິບໍ່ຮູ້ວ່າ ຂະເຈົ້າສິບໍ່ທັນ ແລະເຮັດໃຫ້ ຂະເຈົ້າ ຫລົງນຳໄປ”.

ເຖິງຢ່າງໃດກໍຕາມ ຂໍ້ມູລ ຈາກກົມແຮງງານ ແຂວງໜອງຄາຍ ສະແດງໃຫ້ເຫັນວ່າ ແຂວງໜອງຄາຍເປັນ ເສັ້ນທາງໜຶ່ງທີ່ມີ ຄົນງານຊາວລາວ ຢ່າງຫລວງຫລາຍ ໄດ້ຜ່ານເພື່ອເຂົ້າ ໄປຊອກຫາ ເຮັດວຽກກາຣງານ ໃນປະເທສໄທຽ ໂດຽບໍ່ຖືກຕ້ອງ ຕາມກົດໝາຍ ແລະມີແນວໂນ້ມ ທີ່ອາຈຈະມີຫລາຍ ເພີ່ມຂຶ້ນ ໃນຂັ້ນຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org