ສວັນ-ເຊໂນ ຈະໃຊ້ຄົນງານ ທ້ອງຖິ່ນຫຼາຍຂື້ນ

ນັກລົງທຶນ ຕ່າງຊາດ ໃນໂຄງການ ເສຖກິດ ພິເສດ ສວັນ-ເຊໂນ ຈະໃຊ້ ແຮງງານລາວ ໃນການຜລິດ.
ສິດນີ
2010.06.10

ເຈົ້າຫນ້າທີ່ກ່ຽວຂ້ອງ ຈາກໂຄງການ ເຂດເສຖກິດ ສວັນ-ເຊໂນ ເວົ້າວ່າ ນັກລົງທຶນຕ່າງຊາດ ໃນເຂດເສຖກິດ ພິເສດ ສວັນ-ເຊໂນ ມີຈຸດປະສົງ ຢາກຈ້າງແຮງງານ ລາວໃນການຜລິດ ເປັນສ່ວນໃຫຍ່ ເພຶ່ອເປັນການ ຊ່ອຍເຫລືອ ຣັຖບານລາວ ໃນການແກ້ໄຂບັນຫາ ແຮງງານລາວ ບໍ່ໃຫ້ອອກໄປ ເຮັດວຽກຢູ່ຕ່າງ ປະເທດ ແລະ ເພຶ່ອສ້າງລາຍໄດ້ ໃຫ້ແກ່ຄົນລາວ ແລະປະເທດ ເຈົ້າພາບນຳອີກ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ເຣື້ອງແຮງງານ ບໍ່ມີບັນຫາ ຢູ່ແລ້ວ ຕອນນີ້ ແຮງງານເລີ້ມ ຫລາຍແລ້ວ ກໍ່ຖືວ່າໄດ້ ເກືອບ 20 ບໍຣິສັດແລ້ວ ທີ່ວ່າ ມີລົງທຶນ ອຸດສາຫະກັມ ເບົາ ເປັນຕົ້ນວ່າ ໂຮງງານ ຕັດຫຍິບ ແລະ ໂຮງງານປະກອບ ໂຮງງານຊີ້ນສ່ວນ".

ທ່ານກ່າວຕໍ່ໄປວ່າ ປັດຈຸບັນ ຫລາຍໂຮງງານ ກຳລັງພາກັນ ສ້າງອາຄານ ແລະຫລາຍໂຮງງານ ກໍ່ສ້າງສຳເຣັດ ແລ້ວ ຢູ່ໃນຂັ້ນຕອນ ຕິດຕັ້ງເຄຶ່ອງຈັກ ພ້ອມທີ່ຈະເປີດ ໂຮງງານ ໃນອານາຄົດ ອັນໃກ້ໆນີ້. ໂຮງງານສ່ວນໃຫຍ່ ເປັນເຈົ້າຂອງໂດຍ ຍີ່ປຸ່ນ ຈີນ ແລະ ມາເລເຊັຽ ແລະຍັງມີ ນັກລົງທຶນຈາກ ຫລາຍປະເທດທີ່ ກຳລັງຕິດຕໍ່ ເຂົ້າມາລົງທຶນ ບາງກໍຣະນີ ກໍ່ໄດ້ຈ່າຍຄ່າ ມັດຈຳທີ່ດີນ ເອົາໄວ້ແລ້ວ.

ໂຄງການ ເຂດເສຖກິດ ພິເສດ ສວັນ-ເຊໂນ ເປັນໂຄງການ ພັທນາເສຖກິດ ຕາເວັນອອກ ຕາເວັນຕົກ ຂອງ ບັນດາປະເທດ ອະນຸພູມີພາກ ລຸ່ມແມ່ນ້ຳຂອງ ຕາມເສັ້ນທາງເລກ 9 ຈາກຊາຍແດນໄທ ທີ່ແຂວງ ມຸກດາຫານ ຜ່ານລາວທີ່ ແຂວງສວັນນະເຂດ ໄປສູ່ແຂວງດານັງ ຂອງວຽດນາມ ໂດຍມີພື້ນທີ່ ທັງຫມົດປະມານ 500 ເຮັກຕາ. ເຈົ້າຫນ້າທີ່ລາວວ່າ ໃນເວລານີ້ ຫລາຍບໍຣິສັດ ໄດ້ເປີດຮັບສມັກ ເອົາຄົນງານ ເຂົ້າເຮັດວຽກແລ້ວ ເພຶ່ອເຂົ້າມາ ຝຶກອົບຮົມ ວຽກງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.