ແຮງງານລາວ ໃນປະເທດໄທ ປະສົບກັບ ບັນຫາ ນາຍຈ້າງໄທ ບໍ່ເອົາໃຈໃສ່

ຜແນກສວັດດີການ ສັງຄົມ ຕ້ອງເບິ່ງແຍງ ແລະ ປົກປ້ອງ ສິດທິ ຂອງແຮງງານລາວ ໃນປະເທດໄທ ທີ່ໄປຮ້ອງຮຽນ ກ່ຽວກັບ ບັນຫາ ຕ່າງໆ ທີ່ຂະເຈົ້າ ຖືກເອົາລັດເອົາປຽບ, ອີງຕາມ ການເປີດເຜີຍ ຂອງເຈົ້າໜ້າທີ່ ຂແນງແຮງງານ ຜແນກ ສວັດດີການ ສັງຄົມ ແຂວງຫລວງພຣະບາງ.

0:00 / 0:00

“ໄປເຮັດວຽກ ຢູ່ເມືອງໄທ ມັນມີບັນຫາ ນາຍຈ້າງ ຢູ່ເມືອງໄທ, ຊຶ່ງບໍ່ມີຄວາມຊື່ສັດ ຕໍ່ແຮງງານລາວ. ເມື່ອປີກາຍນີ້ ຂະເຈົ້າໂທມາ ມີແຕ່ວ່າ ຢູ່ຊົນບູຣີ, ແຮງງານລາວ ຖືກປຸ້ນ, ບໍ່ໄດ້ຮັບການເອົາໃຈໃສ່ ຈາກຜູ້ປະກອບການ.”

ທ່ານ ກ່າວຕື່ມວ່າ ຕາມທີ່ ແຮງງານລາວ ໄດ້ໂທຣະສັບ ໄປແຈ້ງນັ້ນ, ຜູ້ຄຸມຫໍພັກ ທີ່ແຮງງານລາວ ພັກຢູ່ ບໍ່ໄດ້ເອົາໃຈໃສ່ ແລະ ເບິ່ງແຍງ ເທົ່າທີ່ຄວນ. ເນື່ອງຈາກວ່າ ມີເຄື່ອງຂອງ ເສັຍຫາຍໄປ ຈໍານວນຫລາຍ.

ເຣື້ອງທີ່ ແຮງງານລາວ ຮ້ອງຮຽນໄປນັ້ນ, ທາງຜແນກແຮງງານ ໄດ້ປະສານ ກັບເຈົ້າໜ້າທີ່ ຊົນບຸຣີ ຂອງໄທ ວ່າ ແທ້ຈິງຂນາດໃດ, ພ້ອມກັບ ໄດ້ສົ່ງເຣື້ອງ ໄປຍັງ ກະຊວງ ແຮງງານ ທີ່ນະຄອນຫລວງວຽງຈັນ.

“ກໍໄດ້ຣາຍງານຫາ ອະທິບໍດີ ກົມແຮງງານລາວ ເພາະວ່າ ເພິ່ນກໍເອີ້ນ ບໍຣິສັດ ທີ່ຈັດສົ່ງອອກ”

ນອກຈາກນັ້ນ, ກົມແຮງງານລາວ ຍັງໄດ້ປະສານງານ ໄປຍັງ ບໍຣິສັດໄທ ທີ່ຊົນບູຣີ, ຂອນແກ່ນ, ສົງຂາ ແລະ ບາງກອກ ເພື່ອຂໍຄວາມຊ່ອຍເຫລືອ, ໃຫ້ຄວາມເປັນທັມ ແລະ ເບິ່ງແຍງ ແຮງງານລາວ ທີ່ສົ່ງໄປເຮັດວຽກ ຕາມບໍຣິສັດຕ່າງໆ.

ຄຳສັບ ຊອກຫາຂໍ້ມູນ : ກັມມະກອນ, laborer