ກົດຟັງສຽງ
ອົງການ ເຄືອຂ່າຍ ສິດທິ ອົພຍົບ ເອເຊັຍ ປາຊີຝິກ ໄດ້ສົ່ງ ເອກກະສານ ປະທ້ວງເຖິງ ນາຍົກ ຣັຖມົນຕຣີໄທ ຍ້ອນວ່າ ທາງການໄທ ໄດ້ສົ່ງ ທ່ານ ກາຢັງ ລາວເຜົ່າມົ້ງ ທີ່ຂ້າຫຼວງໃຫຍ່ ສະຫະປະຊາຊາດ ດ້ານ ອົພຍົບ UNHCR ໄດ້ຮັບຮູ້ ສະຖານະພາບ ວ່າເປັນ ອົພຍົບແລ້ວນັ້ນ ກັບຄືນ ໄປລາວ ຈາກສູນກັກຂັງ ດ່ານກວດຄົນ ເຂົ້າເມືອງ ຂອງໄທ.
ໜັງສືປະທ້ວງ ຂຽນວ່າ ນີ້ເປັນເທື່ອ ທີສອງ ທີ່ທາງການໄທ ໄດ້ເນຣະເທດ ທ່ານ ກາຢັງ ໂດຍທີ່ ໃນມື້ວັນທີ 24 ທັນວາ 2009 ຣັຖບານ ສະຫະຣັຖ ໄດ້ຮັບເອົາ ໜັງສື ຄໍາຮ້ອງ ຂໍໄປຕັ້ງ ຖິ່ນຖານ ໃນ ສະຫະຣັຖ ອະເມຣິກາ ຂອງທ່ານ ກາຢັງ ເປັນທີ່ ຮຽບຮ້ອຍແລ້ວ ແຕ່ໃນຕອນແລງ ຂອງມື້ດຽວ ກັນນັ້ນ ເຈົ້າໜ້າທີ່ ທາງການໄທ ກໍໄດ້ບັງຄັບ ສົ່ງທ່ານ ກາຢັງ ພ້ອມກັບ ຊາວລາວມົ້ງ ອົພຍົບ ອີກ 157 ຄົນ ກັບໄປລາວ ຕໍ່ມາ ທ່ານກາຢັງ ກໍໄດ້ ລັກໜີ ອອກຈາກລາວ ກັບເຂົ້າມາ ປະເທດໄທ ແລະຖືກ ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງໄທ ຈັບຂັງໄວ້ ໃນສູນກັກຂັງ ຄົນເຂົ້າເມືອງ ໃນບາງກອກ ໃນຕົ້ນປີນີ້.
ທັງ ອົງການ UNHCR ແລະ ສະຖານທູດ ສະຫະຣັຖ ໃນບາງກອກ ໄດ້ຮຽກຮ້ອງ ຕໍ່ທາງການໄທ ບໍ່ໃຫ້ສົ່ງ ທ່ານກາຢັງ ກັບຄືນລາວອີກ ແຕ່ຄໍາຂໍຮ້ອງ ກໍບໍ່ໄດ້ ຮັບການ ພິຈາຣະນາ ໜັງສືປະທ້ວງ ຂຽນຕໍ່ໄປ ອີກວ່າ ຮອດປັດຈຸບັນ ທາງເຄືອຂ່າຍ ສິດທິ ອົພຍົບ ເອເຊັຍ ປາຊີຝິກ ບໍ່ສາມາດ ຕິດຕໍ່ ສືບຫາ ບ່ອນຢູ່ ຂອງທ່ານກາຢັງ ແລະ ຄອບຄົວ ໃນລາວ ໄດ້ເລີຍ ຈຶ່ງມີຄວາມ ວິຕົກ ແລະເປັນຫ່ວງ ກ່ຽວກັບ ຄວາມປອດພັຍ ຂອງ ທ່ານກາຢັງ.
ເຖິງຢ່າງໃດ ກໍຕາມ ເຄືອຂ່າຍ ສິດທິ ອົພຍົບ ເອເຊັຍ ປາຊີຝິກ ກໍໃຫ້ຂໍ້ ສັງເກດວ່າ ປະເທດໄທ ໄດ້ໃຫ້ການ ຊ່ວຍເຫລືອ ໃຫ້ບ່ອນຢູ່ ອາສັຍ ແກ່ຊາວອົພຍົບ ຕາມເຂດຊາຍແດນ ເປັນຢ່າງດີ ມາຕລອດ ແລະເຫັນວ່າ ໄທເຂົ້າໃຈ ແລະ ມີຄວາມເອື້ອເຟື້ອ ເພື່ອແພ່ ຕໍ່ຜູ້ທີ່ໄດ້ ຮັບເຄາະຮ້າຍ ທີ່ອາດຈະຖືກ ລົງໂທດ ຫາກກັບຄືນ ປະເທດ ປັດຈຸບັນໄທ ຢູ່ໃນຖານະ ທີ່ຈະຖືກ ສເນີໃຫ້ ເຂົ້າຮ່ວມ ໃນສະພາ ສິດທິມະນຸດ ຂອງ ສະຫະປະຊາຊາດ ຊຶ່ງໄທ ເຄີຍຢືນຢັນ ໃນມື້ຄົບຮອບ 60 ປີ ຂອງ ສົນທິສັນຍາ ອົພຍົບ ປີ 1951 ວ່າຈະນັບຖື ສິດທິ ຂອງຜູ້ ອົພຍົບ.