ກົດຟັງສຽງ
ຫ້ອງການທ່ອງທ່ຽວແຂວງບໍ່ແກ້ວຍັງບໍ່ທັນເລີ້ມພັທນາເມືອງເກົ່າສຸວັນນະໂຄມຄໍາ ນັ້ນເທື່ອ,ນັບແຕ່ໄດ້ເລີ້ມສໍາຣວດມາຕັ້ງແຕ່ປີ2009ຫາປີ2010ແລະຍັງບໍ່ຮູ້ວ່າຈະ ກໍານົດໃຫ້ເປັນສະຖານທີ່ມໍຣະດົກສໍາຄັນ-ຂອງຊາດໄດ້ເມື່ອໃດກ່ອນຈະຂໍເຂົ້າເປັນ ມໍຣະດົກໂລກ:
"ຍັງບໍ່ທັນສະເໜີເປັນມໍຣະດົກໂລກເທື່ອເດີໂຄງການນີ້ມີແນ່ນອນແຕ່ວ່າບໍ່ແມ່ນ ໄວໆນີ້,ມັນຕ້ອງຍາວນານແດ່ຈັກໜ້ອຍ".
ເບື້ອງຕົ້ນຕ້ອງຂື້ນເປັນມໍຣະດົກຂອງຊາດກ່ອນຈາກນັ້ນຈື່ງກ້າວເປັນມໍຣະດົກໂລກ ຕາມເງື່ອນໄຂແຕ່ແນ່ນອນບາງທີສອງຝັ່ງອາດສະເໜີຮ່ວມກັນຂື້ນເປັນມໍຣະດົກ ພ້ອມກັນ,ຫ້ອງການທ່ອງທ່ຽວແຂວງບໍ່ແກ້ວໄດ້-ສໍາຣວດເມືອງເກົ່າສຸວັນນະໂຄມຄໍາ ໄດ້ຫລາຍປີມາແລ້ວເພື່ອຢາກພັທນາໃຫ້ເປັນສະຖານທີ່ທ່ອງທ່ຽວທາງດ້ານວັທນະທັມ ເພາະວ່າເມືອງເກົ່າແຫ່ງນີ້ເປັນເມືອງປວັດສາດເກົ່າແກ່ແຫ່ງນື່ງທີ່ສໍາຄັນໃນພາກ ເໜືອຂອງລາວ,ແຕ່ເທົ່າປານນີ້ຍັງບໍ່ທັນມີຄວາມຄືບໜ້າ.
ເມືອງເກົ່າສຸວັນນະໂຄມຄໍາຕັ້ງຢູ່ທາງທິດເໜືອພາກຕະເວັນຕົກຫ່າງຈາກເມືອງຫ້ວຍ ຊາຍປະມານ40km,ເປັນສະຖານທີ່ໂບຮານທີ່ມີພື້ນທີ່ຂະນາດ10,000ha,ໃນນັ້ນມີ ໂບຮານສະຖານ44ແຫ່ງທີ່ສ້າງໂດຍ-ດິນຈີ່ຊື່ງສະແດງເຖິງຄວາມສີວິໄລອັນເກົ່າແກ່ ຂອງລາວ.